2022 ແຂວງສາລະວັນ ສົ່ງອອກພືດກະສິກຳໄປປະເທດໄທ ມູນຄ່າສົ່ງອອກ 112 ລ້ານກວ່າໂດລາ.

369

ແຂວງສາລະວັນ ເປັນໜຶ່ງທີ່ມີທ່າແຮງດ້ານການຜະລິດກະສິກຳ ໃນແຕ່ລະປີມີມູນຄ່າການສົ່ງອອກສິນຄ້າ ຫຼາຍລ້ານໂຕນ ແລະ ຕະຫຼາດທີ່ສົ່ງອອກຫຼັກແມ່ນປະເທດໄທ. ສະເພາະໃນປີ 2022 ຜ່ານມາ ແຂວງສາລະວັນ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ 205,49 ລ້ານໂດລາສະຫະລັດ, ໃນນັ້ນ: ມູນຄ່າການສົ່ງອອກບັນລຸໄດ້ 163,42 ລ້ານໂດລາສະຫະລັດ ສະເພາະສົ່ງສິນຄ້າອອກໄປປະເທດໄທ ມີມູນຄ່າ 112,12 ລ້ານໂດ​ລາ​ສະ​ຫາ​ລັດ, ກວມ​ເອົາ 68,61% ຂອງ​​ການ​ສົ່ງອອກທັງໝົດ.

ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານ ອຸດສາຫະກຳ ແລະ ການຄ້າ ຂອງແຂວງສາລະວັນ ໃນປີ 2022 ຜ່ານມາ ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸໄດ້ 333,85 ຕື້ກີບ, ທຽບໃສ່ແຜນປີໄດ້ລື່ນ 6,78%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 3,28%; ດ້ານການຄ້າພາຍໃນ: ມູນຄ່າການ​ຈໍລະ​ຈອນ​ສິນຄ້າ (ເກັບຊື້, ຂາຍຍົກ ແລະ ຂາຍຍ່ອຍ) ປະຕິບັດ​ໄດ້ 2.246,03 ຕື້​ກີບ, ​ທຽບໃສ່ແຜນປີໄດ້ລື່ນ 17,03 %, ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີຜ່ານ​ມາ​​ໄດ້ລື່ນ 20,1%; ດ້ານການຄ້າຕ່າງປະເທດ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງແຂວງສາລະວັນ ບັນລຸໄດ້ 205,49 ລ້ານໂດລາສະຫະລັດ, ໃນນັ້ນ: ມູນຄ່າການສົ່ງອອກບັນລຸໄດ້ 163,42 ລ້ານໂດລາສະຫະລັດ, ລື່ນແຜນການປີວາງໄວ້ 52,88%, ທຽບໃສ່​​​ໄລຍະດຽວກັນຂອງປີຜ່ານມາ​ປະຕິບັດ​ໄດ້ 97,64%, ສ່ວນມູນຄ່າການນໍາເຂົ້າບັນລຸໄດ້ 42,07 ລ້ານໂດ​ລາ​ສະ​ຫາ​ລັດ,ທຽບ​ໃສ່​​ແຜນປີ ແລະ ໄລຍະດຽວກັນເຫັນວ່າລື່ນຫຼາຍເທົ່າຕົວ, ສາຍເຫດຍ້ອນມີການນຳເຂົ້າເຄື່ອງຈັກ ແລະ ເຄື່ອງຮັບໃຊ້ໂຄງການລົງທຶນຕ່າງໆ.

ທ່ານກ່າວຕື່ມວ່າ: ພ້ອມນີ້ແຂວງສາລະວັນ ຍັງໄດ້ສຳເລັດການເຈລະຈາຂໍສົ່ງອອກສິນຄ້າກະສີກໍາ ຜ່ານດ່ານທ້ອງຖິ່ນປາກຕະພານ ກັບ ພານິດຈັງຫວັດອຸບົນລາດຊະທານີ ປະເທດໄທ ແລະ ສະເໜີຂັ້ນເທິງຍົກລະດັບດ່ານດັ່ງກ່າວຂຶ້ນເປັນດ່ານສາກົນ, ໄດ້ສຳເລັດການເຈລະຈາ ແລະ ເຊັນບົດບັນທຶກຊ່ວຍຈຳໃນການຮ່ວມມືລະຫວ່າງພະແນກອຸດສາຫະກຳ ແລະ ການຄ້ານະຄອນດານັງ ສສ ຫວຽດນາມ ກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນເພື່ອຊຸກຍູ້ສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ. ຕະຫຼາດສົ່ງອອກຕົ້ນຕໍແມ່ນ9ຕິບັດ​ໄດ້ 142,ປະ​ເທດ​ໄທ:​ ມູນຄ່າ 112,12ລ້ານໂດ​ລາ​ສະ​ຫາ​ລັດ,ກວມ​ເອົາ 68,61% ຂອງ​​ການ​ສົ່ງອອກທັງໝົດສີນຄ້າ​​ຕົ້ນຕໍ​ແມ່ນ: ສີນຄ້າກະສິກຳ (ໝາກກ້ວຍ,ມັນ​ຕົ້ນ,ມັນ​ດ້າງ, ກາເຟ), ຮອງລົງມາແມ່ນປະເທດຫວຽດນາມ: ມູນຄ່າ 45,21 ລ້ານໂດ​ລາ​ສະ​ຫາ​ລັດ,​ກວມ​ເອົາ 27,67% ສິນຄ້າ​ຕົ້ນຕໍ​ແມ່ນສີນຄ້າກະສິກຳ (ກາ​ເຟ, ມັນ​ຕົ້ນ, ຢາງພາລາ),​ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງຈຳນວນໜຶ່ງ.

[ພາບຂ່າວ: ຄຳນ້ອຍ]