2023 ສະຫວັນນະເຂດ ຈະສູ້ຊົນໃຫ້ມູນຄ່າການຄ້າ ບັນລຸ 3,38 ຕື້ໂດລາ ສືບຕໍ່ເປັນແຂວງເກີນດຸນການຄ້າ

91

ໃນແຜນປີ 2023 ແຂວງສະຫວັນນະເຂດ ວາງຄາດໝາຍສູ້ຊົນຕົວເລກດ້ານການຄ້າຂອງແຂວງໃຫ້ບັນລຸ 3.383 ລ້ານກວ່າໂດລາ ໃນນັ້ນ: ມູນຄ່າການສົ່ງອອກ 2.009 ລ້ານກວ່າໂດລາ ຫຼື ເທົ່າກັບ 30.137 ລ້ານກວ່າກີບ ແລະ ມູນຄ່າການນຳເຂົ້າ 1,37 ຕື້ກວ່າໂດລາ ຫຼື ເທົ່າກັບ 20.612 ລ້ານກວ່າກີບ ແລະ ສືບຕໍ່ເປັນແຂວງໄດ້ດຸນການຄ້າ 634,96 ລ້ານໂດລາ ຫຼື ເທົ່າກັບ 9,52 ຕື້ກວ່າກີບ.

ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ສຳລັບແຜນການປະຈຳປີ 2023 ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ຂອງຂະແໜງ ອຄ ແລະ ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປີ 2021-2023 ໃຫ້ປະກົດຜົນເປັນຈິງ, ຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ບັນລຸຜົນສຳເລັດ ແລະ ມີປະສິດທິຜົນຕາມລະດັບຄາດໝາຍ.

ດັ່ງນັ້ນ ພະແນກ ອຄ ແຂວງ ຈຶ່ງໄດ້ກຳນົດແຜນວຽກ ໃນການພັດທະນາອຸດສາຫະປຸງແຕ່ງແລະ ການຄ້າ ປະຈຳປີ 2023 ມີດັ່ງນີ້: ຈະສູ້ຊົນສ້າງມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຂະຫຍາຍຕົວໃນລະດັບ 12% ຄິດເປັນມູນຄ່າປະມານ 15.344 ລ້ານກີບ.

ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ ຂະຫຍາຍຕົວໃນລະດັບ 9-10% ຄິດເປັນມູນຄ່າປະມານ 6.012 ຕື້ກວ່າກີບ; ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂະຫຍາຍຕົວໃນລະດັບ 6-8% ຄິດເປັນມູນຄ່າປະມານ 3.383 ລ້ານກວ່າໂດລາ ໃນນີ້: ມູນຄ່າການສົ່ງອອກ 2.009 ລ້ານກວ່າໂດລາ ຫຼື ເທົ່າກັບ 30.137 ລ້ານກວ່າກີບ ແລະ ມູນຄ່າການນຳເຂົ້າ 1,37 ຕື້ກວ່າໂດລາ ຫຼື ເທົ່າກັບ 20.612 ລ້ານກວ່າກີບ ແລະ ສືບຕໍ່ເປັນແຂວງໄດ້ດຸນການຄ້າ 634,96 ລ້ານໂດລາ ຫຼື ເທົ່າກັບ 9,52 ຕື້ກວ່າກີບ.

ເພື່ອເຮັດໃຫ້ຕົວເລກຄາດໝາຍສູ້ຊົນໃນປີ 2023 ບັນລຸຕາມແຜນທີ່ກຳນົດໄວ້ ແຂວງໄດ້ວາງມາດຕະການຈັດຕັ້ງປະຕິບັດຄື: 1) ຈັດເຜີຍແຜ່ມະຕິກອງປະຊຸມໃຫ່ຍຂອງພັກ, ມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງ, ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ແຜນພັດທະນາ ແລະ ແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປີ 2021-2023 ໃຫ້ເຂົ້າສູ່ລວງເລິກ; 2) ຮີບຮ້ອນຈັດຕັ້ງປະຕິບັດ ແຜນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ສຳເລັດຕາມກຳນົດການ; 3) ປະສານສົມທົບຂະແໜງການຕ່າງໆ ແລະ ພາກທຸລະກິດ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຕ່າງໆດ້ານອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໃຫ້ສອດຄ່ອງກັນ; 4) ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງພະນັກງານ, ແບ່ງໜ້າທີ່ໃຫ້ບຸກຄົນຮັບຜິດຊອບຢ່າງຂາດໂຕ; 5) ຍົກລະດັບຄວາມຮູ້ ຄວາມສາມາດວິຊາສະເພາະໃຫ້ພະນັກງານ-ລັດຖະກອນ; ລົງໃກ້ສິດຕິດແທດພະນັກງານຂັ້ນພື້ນຖານ ແລະ ຫັນພະນັກງານລົງສູ່ເຮັດວຽກຮາກຖານໄລຍະສັ້ນ ເປັນແຕ່ລະໄລຍະ.

[ຂ່າວ; ຮູບ: ຄຳນ້ອຍ]