ນ້ອງ ໄທເກີ ນັກເຕະເຍົາວະຊົນ ເຂົ້າເກັບຕົວຝຶກຊ້ອມກັບ Futboys ກຽມລຸຍລາຍການທີ່ສະເປນ ທ້າຍເດືອນນີ້

105

ນ້ອງ ໄທເກີ ຫຼື ທ້າວ ເອກະລາດ ວິໄລກຸນ ນັກເຕະເຍົາວະຊົນລາວ 1 ດຽວທີ່ຖືກດືງຕົວໄປຮ່ວມກັບ Futboys ສະໂມສອນເຍົາວະຊົນ ໃນໄທ ຈົນສາມາດຄວ້າສິດໄປແຂ່ງຂັນລາຍການລະດັບນາໆຊາດ TAR Asia Qualifiers ໃນຮຸ່ນອາຍຸບໍ່ເກີ່ນ 11 ປີ ທີ່ປະເທດສະເປນ ໃນທ້າຍເດືອນເມສາ 2023.

ແມ່ຂອງ ນ້ອງໄທເກີ ເປີດເຜີຍຕໍ່ Larh Creators ທີມງານ ຂ່າວເສດຖະກິດ-ການຄ້າ ຂອງພວກເຮົາວ່າ: ສໍາລັບ ນ້ອງໄທເກີ ແມ່ນໄດ້ຜ່ານຂັ້ນຕອນການສໍາພາດໃນການກຽມເດີນທາງໄປແຂ່ງຂັນທີ່ປະເທດສະເປນ ກັບ Futboys ສະໂມສອນເຍົາວະຊົນຈາກໄທ ທີ່ດືງຕົວ ນ້ອງໄທເກີ ໄປຮ່ວມທີມ ແລະ ເມື່ອວັນທີ 17 ເມສາ 2023 ແມ່ນໄດ້ເດີນທາງໄປເຂົ້າສູນຝຶກຊ້ອມກັບສະໂມສອນ Futboys ຢ່າງເປັນທາງການທີ່ປະເທດໄທ.

ເຫດຜົນທີ່ Futboys ໄດ້ສິດໄປແຂ່ງຂັນລາຍການທີ່ປະເທດສະເປນ ເນື່ອງຈາກສາມາດຄວ້າແຊັມລາຍການ TAR Asia Qualifiers ( ຮອບຄັດເລືອກ ) ລະຫວ່າງວັນທີ 17-18 ທັນວາ 2022 ທີ່ນະຄອນຫຼວງບາງກອກປະເທດໄທ ລາຍການນີ້ມີເຖິງ 32 ທີມເຍົາວະຊົນໃນຮຸ່ນອາຍຸບໍ່ເກີນ 11 ປີເຂົ້າຮ່ວມ ປາກົດວ່າ: ໄທເກີ ບໍ່ເຮັດໃຫ້ຜິດຫວັງເປັນສ່ວນສໍາຄັນພາທີມຄວ້າແຊັມຮອບຄັດເລືອກ ຈົນໄດ້ສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ໃນທ້າຍເດືອນເມສານີ້.

ສ່ວນຮອບສຸດທ້າຍແມ່ນມີທີມດັງໆຈາກສະເປນ ເຂົ້າຮ່ວມບໍ່ວ່າຈະເປັນ ບາເຊໂລນາ ເຈົ້າພາບ ແລະ ຣີລ ມາດຣິດ 2 ທີມຍັກໃຫຍ່ໃນລາລີກາ ສະເປນ ລວມເຖິງທີມອືື່ນໆຈາກຫຼາຍໆປະເທດ ໂດຍມີເຖິງ 48 ທີມເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 8 ກຸ່ມໆລະ 6 ທີມ ໂດຍ Futboys ທີມຕົວແທນຈາກປະເທດໄທ ກໍຄືຕົວແທນຈາກອາຊຽນ ຢູ່ C ຮ່ວມກັບຕົວເຕັງຢ່າງ ຣີລ ມາດຣິດ, TEAM EAST, UE FORNELLS, NAISE BARCELONA ແລະ JE.STA. EUGENIA.
ຂ່າວ-ຮູບຈາກ: Larh Creators

ປະຫວັດຂອງ ໄທເກີ