3 ນັກເຕະຕ່າງປະເທດເຊື້ອສາຍລາວ ຮ່ວມຊ້ອມກັບ ທີມຊາດລາວ ຄົບ 1 ອາທິດ

589

ຖືວ່າຄົບ 1 ອາທິດເຕັມໆສໍາລັບ 3 ນັກເຕະຕ່າງປະເທດເຊື້ອສາຍລາວ ເດີນທາງຮອດທີ່ໝາຍສົມທົບກັບ ທີມຊາດລາວ ເພື່ອເກັບຕົວຝຶກຊ້ອມຄວາມພ້ອມໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ເຊິ່ງ 25 ຄົນ ພ້ອມດ້ວຍຄະນະນໍາ ແລະ ຄູຝຶກ ທີມຊາດລາວ ຮອດປະເທດ ຊາອຸດິ ອາຣັບເບຍ ໃນຕອນຄໍ່າຂອວັນທີ 11 ເມສາ 2023 ເພື່ອໄປເກັບຕົວຝຶກຊ້ອມ ໃນລະຫວ່າງວັນທີ 11-25 ເມສາ 2023.
ນັບແຕ່ວັນທີ 11-18 ເມສາ 2023 ທີມຊາດລາວ ໄດ້ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິດ ອາຣັບເບຍ ຄົບ 1 ອາທິດເຕັມໆ ເຊິ່ງກໍເຫັນ 3 ນັກເຕະທີມຊາດລາວ ໄດ້ລົງຊ້ອມກັບເພື່ອນຮ່ວມທີມ ເຫັນແລ້ວກໍຖືວ່າໂດດເດັ່ນທັງທັກສະ ແລະ ສະພາບຮ່າງກາຍທີ່ມີຮູບຮ່າງແຂງແຮງແໜ້ນໜ້າ.

ເຊິ່ງກ່ອນໜ້ານີ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີໄດ້ປະກາດ 25 ລາຍຊື່ນັກເຕະ ໄປເກັບຕົວຝຶກຊ້ອມທີ່ປະເທດ ຊາອຸດິ ອາຣັບເບຍ ໂດຍສ້າງຄວາມຕື່ນເຕັ້ນໃຫ້ກັບແຟນບານລາວ ຫຼັງມີ 3 ນັກເຕະຕ່າງປະເທດເຊື້ອສາຍລາວ ມາຮ່ວມທີມຊຸດນີ້ ຖືວ່າມາຄົບມີກອງຫຼັງ, ກອງກາງ ແລະ ກອງໜ້າ ໄດ້ແກ່:
– ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກລະດັບ ມະຫາວິທະຍາໄລ ຂອງອາເມຣິກາ) ຫຼິ້ນຕໍາແໜ່ງກອງຫຼັງ
– ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ) ຫຼິ້ນຕໍາແໜ່ງກອງກາງ
– ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ ສະໂມສອນ Montceau (ລີກ ລະດັບ4 ຂອງຝຣັ່ງ) ຫຼິ້ນຕໍາແໜ່ງກອງໜ້າ.

ຂະນະທີ່ ໂຣມັນ ອານຸສອນ ອັນໂກ ໃຫ້ສໍາພາດວ່າ: ຂ້ອຍດີໃຈຫຼາຍທີ່ໄດ້ມາຫຼິ້ນໃຫ້ກັບ ທີມຊາດລາວ ຂອບໃຈແຟນບານຊາວລາວທຸກຄົນ ແນ່ນອນປັດຈຸບັນຂ້ອຍພ້ອມແລ້ວສໍາລັບພາລະກິດພາທີມຊາດລາວ ລຸຍຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ແລະ ຂ້ອຍກໍຫຼິ້ນເຂົ້າກັບທີມໄດ້ງ່າຍ ລວມເຖິງສາມາດຍິງປະຕູໃນການຝຶກຊ້ອມໄດ້ ທຸກຄົນຈະຮ່ວມກັນສູ້ ລາວສູ້ໆ.

ສໍາລັບ ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
– ວັນທີ 30/04/2023 ເວລາ 19:00 ໂມງ ຫວຽດນາມ ພົບ ລາວ
– ວັນທີ 03/05/2023 ເວລາ 19:00 ໂມງ ມາເລເຊຍ ພົບ ລາວ
– ວັນທີ 06/05/2023 ເວລາ 19:00 ໂມງ ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ໂມງ ລາວ ພົບ ໄທ
ຂ່າວ: Larh Creators; ຮູບຈາກ: ສຕລ