ກາເຟ ຍອດນໍ້າມັດ

80

ຂຶ້ນຊື່ວ່າ “ກາເຟ” ຫຼາຍຄົນຈະນຶກເຖິງ “ກາເຟດາວ” ຖິ່ນຖານເຂດໜາວແດນປາກຊ່ອງທີ່ໄດ້ຮັບການໂຄສະນາເຜີຍແຜ່ ແລະ ກ່າວຂານມາເນີນນານ ອັນມີລົດຊາດທີ່ເປັນເອກະລັກຈົນເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ. ແຕ່ໃນມື້ນີ້ຜູ້ຂຽນຂໍແນະນໍາໃຫ້ທ່ານໄດ້ຮູ້ຈັກ “ກາເຟ ຍອດນໍ້າມັດ” ປູກຢູ່ເຂດໜາວເຊັ່ນດຽວກັນ ແຕ່ເປັນດິນແດນແຄວ້ນເໜືອຂອງປະເທດ.


ກາເຟຍອດນໍ້າມັດ ເປັນກາເຟສົດ ສາຍພັນ ອາລາບີກາ ຊຶ່ງໄດ້ປູກຢູ່ເຂດອາກາດໜາວ, ພື້ນທີ່ສູງປະມານ 1 ພັນກວ່າແມັດ (ທຽບໃສ່ໜ້ານໍ້າທະເລ) ພາຍຫຼັງການທົດລອງປູກແມ່ນເຫັນວ່າ ມີການຈະເລີນເຕີບໂຕສົມສ່ວນ ແລະ ມີໝາກຜົນ. ດັ່ງນັ້ນ, ເມື່ອ 2 ປີມານີ້ ກໍໄດ້ເກີດມີຜະລິດຕະພັນກາເຟ ດັ່ງກ່າວອອກຈໍາໜ່າຍເພື່ອໃຫ້ຫລາຍຄົນໄດ້ຊີມນໍາກັນ.
ດ້ວຍຄວາມອຸດົມສົມບູນຂອງດິນແດນພູດອຍ ປະກອບກັບພູມອາກາດແຂວງ ຊຽງຂວາງທີ່ເຢັນ ສົ່ງຜົນໃຫ້ຕົ້ນກາເຟຈະເລີນງອກງາມ, ໝາກຜົນດີ ແລະ ທີ່ສໍາຄັນຍັງນໍາໄປສູ່ໃຫ້ລົດຊາດໝາກກາເຟມີລົດຈັດ-ກິ່ນຫອມຢ່າງສົມບູນຕາມແບບສະບັບຂອງທໍາມະຊາດ.


ແນ່ນອນວ່າ ຫຼາຍທ່ານອາດຍັງບໍ່ທັນເຄີຍເຫັນຕາມທ້ອງຕະຫຼາດທົ່ວໄປ ເພາະກາເຟຍອດນໍ້າມັດ ຫາກໍສ້າງເປັນຜະລິດຕະພັນໃໝ່ ແລະ ຍັງມີຈໍານວນຈໍາກັດ ຊຶ່ງຄາດວ່າອີກບໍ່ດົນກໍຈະມີຈໍານວນການຜະລິດທີ່ເພີ່ມຂຶ້ນ ໄປພ້ອມໆກັບການຈໍາໜ່າຍທີ່ຄ່ອຍໆ ກວ້າງອອກເປັນລໍາດັບຕາມ ຄວາມຕ້ອງການຂອງຜູ້ບໍລິໂພກ ຊຶ່ງໄລຍະນີ້ຫາກໄດ້ໄປຊຽງຂວາງກໍລອງຫາຊີມກໍແລ້ວກັນ.
ບໍ່ວ່າຈະເປັນກາເຟຂົ້ວແບບທໍາມະຊາດ ຫຼື ແບບບົດ ກໍສາມາດປຸງລົດໄດ້ຕາມ ຄວາມຕ້ອງການ ຈະມີສ່ວນສໍາຄັນຕໍ່ການຄອງໃຈນັກດື່ມກາເຟທັງຫຼາຍ ໂດຍສະເພາະການສ້າງຄວາມອົບອຸ່ນໃຫ້ກັບຮ່າງ ກາຍໃນຍາມເຊົ້າ ພ້ອມດື່ມດໍ່າກັບລົດຊາດ ແລະ ກິ່ນຫອມຂອງກາເຟຢ່າງແທ້ຈິງ.


ນັກດື່ມກາເຟ ຫຼື ຄໍກາເຟ ຈະຮູ້ທັນທີເມື່ອໄດ້ສໍາຜັດພຽງກິ່ນອາຍອຸ່ນໆ ເຊິ່ງອາດບໍ່ແຕກຕ່າງກັນຫຼາຍຈາກກາເຟປາກຊ່ອງແຜ່ນດິນຄໍາ ເພາະກາເຟຍອດນໍ້າມັດກໍປູກໃນເຂດແຄວ້ນແດນລາວ ເຊິ່ງແມ່ນດິນພູດອຍພູມອາກາດໜາວ, ໃກ້ສາຍນໍ້າມັດ, ເມືອງຄໍາ ແຂວງຊຽງຂວາງ.