ຂ່າວດ່ວນ ຫ້າມບໍລິໂພກ ເຝີເຮືອເູິ່ງສຳເລັດຮູບຍີ່ຫໍ້ນີ້

266

ທ່ານໃດທີ່ມັກກິນອາຫານສຳເລັດຮູບ ຫຼື ມັກກິນເຝີເຮືອເປັນພິເສດຕ້ອງອ່ານດ່ວນ ກົມອາຫານ ແລະ ຢາ (ກອຢ) ກະຊວງສາທາ ລະນະສຸກ ອອກແຈ້ງການ ເຖິງພໍ່ແມ່ປະຊາຊົນລາວ ຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ເຝີເຮືອເຄິ່ງສໍາ ເລັດຮູບ (ກາເລີຣົດ) “Lerros Instant Boat Noodle”.

No photo description available.
ອີງຕາມແຈ້ງການສະບັບເລກທີ 3865/ກອຢ ລົງວັນທີ 19 ເມສາ 2023 ແຈ້ງວ່າ ອີງຕາມ ໜັງສືແຈ້ງການ ຂອງ ສໍານັກງານຄະນະກໍາມະການອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທສະ ບັບລົງວັນທີ 05 ເມສາ 2023.

No photo description available.
ໃນແຈ້ງການສະບັບດັ່ງກ່າວໄດ້ລະບຸວ່າ: ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ແຫ່ງ ລາຊະອານາຈັກໄທ ກວດພົບຜະລິດຕະພັນ ອາຫານບັນຈຸຖົງພາສຕິກສີແດງ ສະຫຼາກລະບຸ ເຝີເຮືອເຄິ່ງສຳເລັດຮູບ (ກາເລີ ຣົດ) “Lerros Instant Boat Noodle” ເລກ ອ.ຢ ໄທ 12-2-01765-6-0002 ວັນທີຜະລິດ 01.02.2023 ວັນໝົດອາຍຸ 01.05.2023 ຜະລິດໂດຍ: ກ້ວຍຕຽວເລີຣົດ ເລກທີ 9/10 ຕຳບົນບ້ານໃໝ່ ຈັງຫວັດນົນທະບູລີ ຈັດຈຳໜ່າຍໂດຍ: ບໍລິສັດ ເລີຣົດ ອິນເຕີຟຸດ ຈຳກັດ ເລກທີ 408/6 ໝູ່ 7 ຕຳບົນ ບາງປູໃໝ່ ອຳເພີ ເມືອງສະມຸດປາການ ປະເທດໄທ ມີການປົນເປື້ອນ ເຊື້ອ ຈຸລິນຊີ Bacillus cereus 6.600CFU/ກຣາມ ເກີນມາດຕະຖານກໍານົດ ເຊິ່ງສາມາດເຮັດ ໃຫ້ເກີດພະຍາດຖອກທ້ອງ ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ.

No photo description available.
ດັ່ງນັ້ນ ກົມອາຫານ ແລະ ຢາ ຈຶ່ງຮຽນມາຍັງ ທ່ານເພື່ອພິຈາລະນະຊີ້ນໍາເຈົ້າໜ້າທີ່ກວດກາອາຫານ ລົງຕິດຕາມ ແລະ ເຝົ້າລະວັງການ ນໍາເຂົ້າ ແລະ ຈໍລະຈອນຕາມທ້ອງຕະຫຼາດ ແລະ ແຈ້ງມາຍັງຜູ້ບໍລິໂພກ ຫ້າມຊື້ ຫ້າມບໍລິ ໂພກ ຈໍາໜ່າຍ ແລະ ນຳເຂົ້າ ຜະລິດຕະພັນ ດັ່ງກ່າວຕາມທີ່ໄດ້ກ່າວໄວ້ຂ້າງເທິງນີ້.

No photo description available.