ຜູ້ທີ່ເປັນພະຍາດຂໍ້ອັກເສບໃຫ້ຫຼີກລ່ຽງອາຫານ 5 ຢ່າງນີ້

144

ພະຍາດຂໍ້ອັກເສບ ເປັນພາວະສຸຂະພາບທົ່ວໄປທີ່ມີລັກສະນະການອັກເສບຊໍາເຮື້ອຂອງຂໍ້ຕໍ່ ເຮັດໃຫ້ເກີດ ຄວາມເຈັບປວດ ແລະ ຄວາມເສຍຫາຍຕໍ່ຂໍ້ຕໍ່, ກະດູກ ແລະ ສ່ວນອື່ນໆຂອງຮ່າງກາຍ. ພະຍາດຂໍ້ເຂົ່າເສື່ອມມີຫຼາຍປະເພດບໍ່ວ່າຈະເປັນພະຍາດຂໍ້ເຂົາເສື່ອມທີ່ບໍ່ອັກເສບ, ໂຣກເກົ້າ ແລະ ພະຍາດຂໍ້ອັກເສບຣູມາຕອຍ ເຊິ່ງພະຍາດນີ້ສາມາດສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງທຸກເພດທຸກໄວ.
ການຫຼີກລ່ຽງອາຫານ ແລະ ເຄື່ອງດື່ມບາງຊະນິດ ສາມາດຊ່ວຍຫຼຸດຄວາມຮຸນແຮງຂອງພະຍາດຂໍ້ອັກເສບ ແລະ ອາການຂໍ້ເຂົ່າເສື່ອມໄດ້ ພ້ອມທັງຊ່ວຍເພີ່ມຄຸນນະພາບຊີວິດໄດ້ດ້ວຍ ຖ້າບໍ່ຢາກເປັນພະຍາດຂໍ້ອັກເສບໃຫ້ຫຼີກລ່ຽງເຄື່ອງດື່ມ ແລະ ອາຫານທີ່ບໍ່ດີຕໍ່ສຸຂະພາບດັ່ງນີ້:

1.ນໍ້າຕານ: ຜູ້ທີ່ເປັນພະຍາດຂໍ້ອັກເສບ ຄວນຈໍາກັດການບໍລິໂພກນໍ້າຕານ ເພາະນໍ້າຕານທີ່ໃສ່ເຂົ້າໄປໃນອາຫານນັ້ນ ບໍ່ວ່າຈະເປັນເຂົ້າໜົມອົມ, ເຄື່ອງດື່ມໂຊດາ, ກະແລັ່ມ ແລະ ອາຫານອື່ນໆ ອາດເພີ່ມຄວາມສ່ຽງຕໍ່ການເປັນພະຍາດຂໍ້ອັກເສບເພີ່ມຂຶ້ນ.
2.ອາຫານທີ່ມີກລູເຕນ Gluten : ກລູເຕນຄືໂປຣຕີນຊະນິດໜຶ່ງທີ່ມີຢູ່ໃນເຂົ້າສາລີ ແລະ ເຂົ້າເບຼ ເປັນໂປຣຕີນທີ່ສ້າງຄວາມໜຽວໃຫ້ກັບກ້ອນແປ້ງ ມີລັກສະນະໜຽວ, ຢືດ ແລະ ບໍ່ລະລາຍນໍ້າ ມີຢູ່ອາຫານຈໍາພວກຄາໂບໄຮເດຣດບາງຢ່າງ ເຊິ່ງມີການວິໄຈບາງຢ່າງກ່ຽວກັບກລູເຕນ ແລະ ການອັກເສບໃນຮ່າງກາຍ ເຊິ່ງພົບວ່າກລູເຕນມີສ່ວນເຊື່ອມໂຍງກັບການອັກເສບທີ່ເພີ່ມຂຶ້ນ ແລະ ແນະນໍາວ່າການຮັບປະທານອາຫານທີ່ປາສະຈາກກລູເຕນອາດຊ່ວຍບັນເທົາອາການຂໍ້ອັກເສບໄດ້.

3. ຊີ້ນສັດແປຮູບ ແລະ ຊີ້ນເນື້ອແດງ: ຈາກການວິໄຈໄດ້ຮູ້ວ່າຊີ້ນເນື້ອແດງ ແລະ ຊີ້ນແປຮູບມີສ່ວນກ່ຽວຂ້ອງກັບການອັກເສບ ແລະ ອາດເພີ່ມອາການເຈັບຂອງພະຍາດຂໍ້ອັກເສບໄດ້ ຜູ້ທີ່ບໍລິໂພກອາຫານປະເພດຊີ້ນເນື້ອແດງ ແລະ ອາຫານແປຮູບໃນປະລິມານຫຼາຍ ຈະເຮັດໃຫ້ອາການຊຸດໂຊມລົງ ຖ້າບໍລິໂພກຊີ້ນເນື້ອແດງໃນປະລິມາຫຼາຍຈະສ່ຽງຕໍ່ພະຍາດຂໍ້ອັກເສບໄດ້ງ່າຍ.
4.ເຄື່ອງດື່ມແອວກໍຮໍ: ເນື່ຶອງຈາກເຄື່ອງດື່ມແອວກໍຮໍຈະເຮັດເໃຫ້ອາການຂໍ້ອັກເສບເຈັບເພີ່ມຂຶ້ນ ຄົນທີ່ເປັນພະຍາດຂໍ້ອັກເສບຈິ່ງຄວນຈໍາກັດ ແລະ ຫຼີກລ່ຽງພະຍາດຊະນິດນີ້ ການດື່ມແອວກໍຮໍມີສ່ວນກະຕຸ້ນໃຫ້ເກີດຄວາມເສຍຫາຍຕໍ່ໂຄງສ້າງກະດູກສັນຫຼັງ ແລະ ຍັງເພີ່ມຄວາມຖີ່ ແລະ ຄວາມຮຸນແຮງຂອງອາການໂຣກເກົ້າອີກດ້ວຍ.
5.ອາຫານທີ່ມີໂຊດຽມສູງ: ການຫຼຸດໂຊດຽມອາດເປັນທາງເລືອກທີ່ດີສໍາລັບຜູ້ທີ່ເປັນພະຍາດຂໍ້ອັກເສບ ອາຫານທີ່ມີໂຊດຽມສູງໄດ້ແກ່: ພິດຊ່າ, ຊີສບາງຊະນິດ, ຊີ້ນແປຮູບ ແລະ ຜະລິດຕະພັນແປຮູບຊະນິດອື່ນໆຫຼາຍຢ່າງ.

[ ຂໍ້ມູນຈາກ: Trueid ]