ງາມແທ້ໂອະ! “ ສິຣິໂສມ ສະຫວ່າງ ”

444

ກາຍເປັນທີ່ກ່າວຂານເຖິງ ຄວາມງົດງາມຫຼາຍທີ່ສຸດ ເພາະເປັນຮອງອັນດັບໜຶ່ງນາງສັງຂານທີ່ມີຄວາມງົດງາມ ແລະ ຄວາມພຽບພ້ອມໄປດ້ວຍກິລິຍາມາລະຍາດ ນ້ອງໄດ້ຮັບຕໍາແໜ່ງ ຮອງອັນດັບ 1 ນາງສັງຂານຫຼວງພະບາງ ປະຈຳປີ ພສ 2566 ຄສ 2023 ເຊິ່ງໄດ້ແກ່ນ້ອງນາງສາວ ສິລິໂສມ ສະຫວ່າງ ອາຍຸ 18 ປີ ສາວງາມຈາກບ້ານວັດໜອງ, ນັກສຶກສາມາຈາກ ມະຫາວິທະຍາໄລ ສຸພານຸວົງນີ້ເອງ

ໃນປີນີ້ເອີ້ນວ່າຄວາມງົດງາມຂອງນ້ອງໄດ້ບາດຕາບາດໃຈ ກອງຊົມກອງເຊຍເປັນຈໍານວນຫຼວງຫຼາຍ ຈົນກາຍເປັນຜູ້ເຂົ້າປະກວດທີ່ຖືກເວົ້າເຖິງຫຼາຍທີ່ສຸດໃນປີນີ້ເລີຍ ຍ້ອນ ຄວາມງາມ ແລະ ມີສະເໜ່ສະກົດທຸກສາຍຕາທີ່ໄດ້ເຫັນ ແຖມມີວາດຊົງທີ່ສຸພາບອ່ອນໂຍນ ຈົນໃຜໆໄດ້ເຫັນກໍຕ້ອງຫຼົງຮັກອີກດ້ວຍ.

ໃນປີນີ້ ເຄື່ອງຊົງ ຫຼື ເຄື່ອງປະດັບ ທີ່ມາປະດັບໃຫ້ ຮອງນາງສັງຂານ ຊື່ວ່າ ” ສິຣິໂສມ ສະຫວ່າງ ” ກໍມີຄວາມພິເສດເປັນທີ່ສຸດ ເພາະບໍ່ຮູ້ວ່າ ອີກຈັກເຊັ່ນຄົນ ຈຶ່ງຈະໄດ້ເຫັນເຄື່ອງຊົງ-ເຄື່ອງປະດັບຂອງຕະກຸນສະຫວ່າງ ຄົບແບບນີ້ ຖືເປັນບຸນຕາແທ້ໆໂອ໋ ເພາະຖ້າຫາກບໍ່ແມ່ນພິທີ ທີ່ສຳຄັນບໍ່ແມ່ນໃຜກໍຈະໄດ້ໃສ່ ຕ້ອງມີບຸນ-ຕ້ອງມີພິທີສຳຄັນຮອດແທ້ໆ ເຊິ່ງເປັນເຄື່ອງຊົງ-ເຄື່ອງປະດັບທີ່ມີຄຸນຄ່າທາງປະຫວັດສາດ ແລະ ມີຄຸ່ນຄ່າທາງດ້ານຈິດໃຈ ເປັນຕົ້ນແບບຂອງຄວາມງົດງາມ ທີ່ນ້ອຍຄົນຈະເຫັນ ແລະ ໃນປີນີ້ກໍໄດ້ມາປະດັບໃຫ້ກັບ ຫຼານສາວນັ້ນກໍຄື ສິຣິໂສມ ສະຫວ່າງ ຮອງອັນດັບ 1 ນາງສັງຂານ ຫຼວງພະບາງປະຈໍາປີນີ້ນັ້ນເອງ.

ສຸດທ້າຍນີ້ ທ່ານໃດຢາກຈະຊົມຄວາມງາມຂອງນນ້ອງ ຮອງອັນດັບ 1 ນາງສັງຂານ ຫຼວງພຣະບາງ ປີ ຈສ 1385 ( ຄສ 2023 ) ສິຣິໂສມ ສະ ຫວ່າງ ສາມາດເຂົ້າໄປຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງໄດ້ ທີ່ເຟສບຸກ Som Silisom.