ຮູ້ຈັກ 3 ອ້າຍນ້ອຍນັກເຕະເຍົາວະຊົນລາວ ໄທເກີ-ບຽວເກດ-ລັກກີ້ ນັກເຕະເຍົາວະຊົນລາວ ກໍາລັງເປັນທີ່ຈັບຕາ

186

ເມື່ອເວົ້າເຖິງນັກເຕະເຍົາວະຊົນລາວ ກາຍເປັນທີ່ຮູ້ຈັກ ແລະ ເວົ້າເຖິງກັນຫຼາຍທີ່ສຸດ ກໍໜີບໍ່ພົ້ນ 2 ອ້າຍນ້ອງນັກເຕະເຍົາວະຊົນລາວກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 11 ກັບ 12 ປີ ແລະ ທ້າວ ອານຸສັກ ວິໄລກຸນ ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 9 ກັບ 10 ປີ ທີ່ພາສະໂມສອນ W.I.G NAGA ລວມເຖິງນ້ອງຊາຍອີກ 1 ຄົນທີ່ກໍາລັງເຕີບໃຫຍ່ ທີ່ພໍ່ແມ່ເປັນຜູ້ສ້າງໃຫ້ ປະສົບຜົນສໍາເລັດຄວ້າແຊັມລາຍການທີ່ປະເທດໄທ.

ເອກະລາດ ວິໄລກຸນ ( ໄທເກີ ) ເປັນນັກເຕະທີ່ມີຮູບຮ່າງສູງຍາວ, ແຂງແຮງ ແລະ ແຮງຂວາ ສຸດພິເສດແມ່ນຍິງບານແຮງ ແລະ ທັກສະໃນການຫຼອກບານໄດ້ດີ ເຊິ່ງຜົນງານໃນລາຍການທີ່ປະເທດຄືຍິງໄປ 3 ປະຕູຊ່ວຍໃຫ້ກັບສະໂມສອນເຍົາວະຊົນລາວຢ່າງ WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີຄວ້າອັນດັບ 3 ໃນລາຍການ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP ໃນທ້າຍປີ 2022 ແລະ ກ່ອນໜ້ານີ້ແມ່ນພາຫຼິ້ນໃຫ້ກັບ Fut boys ຄວ້າແຊັມລາຍການລະດັບນາໆຊາດ TAR Asia Qualifiers ( ຮອບຄັດເລືອກ ) ໃນເດືອນທັນວາ 2022 ທີ່ນະຄອນຫຼວງບາງກອກປະເທດໄທ ເຊິ່ງເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີ່ນ 10 ປີ ພ້ອມສິດໄປແຂ່ງຂັນທີ່ ປະເທດສະເປນ ໃນເດືອນເມສາ 2023 ໂດຍປັດຈຸບັນແມ່ນໄປຂໍວີຊາໄປສະເປນ ເປັນທີ່ຮຽບຮ້ອຍ ຄາດວ່າຫຼັງປີໃໝ່ລາວ ຈະອອກເດີນທາງໄປແຂ່ງຂັນ.

ສ່ວນ ທ້າວ ອານຸສັກ ວິໄລກຸນ ( ບຽວເກດ BILLGATES ) ນັກເຕະເຍົາວະຊົນລາວ ອະນາຄົດໄກອາຍຸພຽງ 8 ປີເປັນນັກເຕະທີ່ມີພອນສະຫວັນ ທັງເລື່ອງຄວາມຄ່ອງຕົວ, ຍິງແມ້ນ ແລະ ທັກສະບໍ່ຄືໃຜ ໂດຍຜົນງານເດັ່ນໆກໍແມ່ນ ຍິງໄປຄົນດຽວ 11 ປະຕູພາ ມາຊດ້າ ຈີບີ ເອັຟຊີ ( MAZDA GB FC ) ໃນຮຸ່ນອາຍຸບໍ່ເກີນ 8 ປີຄວ້າແຊັມ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມຊົນແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ພ້ອມທັງຄວ້າລາງວັນນັກເຕະດີເດັ່ນ ( MVP ) ແລະ ລາງວັນດາວຍິງສູງສຸດ.

ຫຼ້າສຸດເມື່ອບໍ່ດົນມານີ້ ( 1-2 ເມສາ 2023 ) 2 ອ້າຍນ້ອງຍັງພາ W.I.G NAGA ທີມເຍົາວະຊົນຈາກລາວ ສ້າງປະຫວັດສາດອີກຄັ້ງ ດ້ວຍການສົ່ງເຂົ້າຮ່ວມແຂ່ງຂັນ 4 ຮຸ່ນສາມາດເຂົ້າຮອບຊີງຊະນະເລີດໄດ້ທັງ 4 ຮຸ່ນ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023 ໂດຍສະເພາະ ບຽວເກດ ນ້ອງຊາຍພາທີມຄວ້າ 2 ແຊັມໃນຮຸ່ນ 9 ກັບ 10 ປີ, ສ່ວນ ໄທເກີ ຜູ້ເປັນອ້າຍກໍພາທີມຄວ້າອັນດັບ 2 ຫຼື ຮອງແຊັມ 2 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີ ຕ້ອງຕິດຕາມເບິ່ງອະນາຄົດຂອງ 2 ນ້ອງນີ້ຈະເປັນແບບໃດ ຮັບຮອງກ້າວສູ່ທີມຊາດໄດ້ບໍ່ຍາກ ຖ້າຍັງມີການແຂ່ງຂັນຕໍ່ເນື່ອງແບບນີ້.

ພໍ່ແມ່ຂອງ 2 ອ້າຍນ້ອງ ໄທເກີ ກັບ ບຽວເກດ ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ການທີ່ສ້າງສະໂມສອນ W.I.G NAGA ທີມເຍົາວະຊົນຈາກລາວ ຂຶ້ນມາກໍເຫັນນັກເຕະເຍົາວະຊົນລາວ ມີຄວາມສາມາດແຕ່ຍັງຂາດເວທີ ແລະ ປະສົບການໃນລະດັບໜຶ່ງ ລວມທັງຍັງເປັນລູກຊາຍ ທັງ 3 ຄົນ ( ນອກຈາກ ໄທເກີ ກັບ ບຽວເກດ ແລ້ວຍັງມີ ອານຸລັກ ຫຼື ລັກກີ້ ນ້ອງຊາຍຫຼ້າ ) ທີ່ມັກຫຼິ້ນໃນກີລາບານເຕະ ຈິ່ງຕັດສິນໃຈສ້າງທີມ W.I.G NAGA ຂຶ້ນມາເພື່ອເປັນການມອບໂອກາດໃຫ້ກັບລູກຊາຍ ແລະ ນັກເຕະເຍົາວະຊົນລາວ ທີ່ຂາດໂອກາດໄດ້ໄປແຂ່ງຂັນ ໂດຍສະເພາະໄປຫາປະສົບການໃນລາຍການທີ່ປະເທດໄທ ຫຼາຍໆລາຍການມາແລ້ວ.
ຂ່າວ-ຮູບ: Larh Creators