ພະແນກການເງິນນະຄອນຫຼວງວຽງຈັນ ສະຫຼຸບວຽກງານການເງິນ ປະຈໍາງວດ 1 ແລະ ຍ້ອງຍໍຜົນງານ 5 ປີ

100

ໃນວັນທີ 12 ເມສາ 2023ຜ່ານມາ ພະແນການເງິນ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາງວດ 1 ປີ 2023, ທິດທາງແຜນການງວດ 2 ປີ 2023 ພ້ອມທັງຍ້ອງຍໍຜົນງານ 5 ປີ (2016-2020) ຂອງພະແນກການເງິນນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ  ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງ, ມີທ່ານ ນາງ ສຸມາລີ ທໍາມະວົງ  ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າຫ້ອງການການເງິນ 9 ເມືອງ ແລະ ພະນັກງານຫຼັກແຫຼ່ງ ຂອງຂະແໜງການເງິນເຂົ້າຮ່ວມ.

No photo description available.
ໃນກອງປະຊຸມໄດ້ມີການຜ່ານສະຫຼຸບວຽກງານການເງິນ ປະຈໍາງວດ 1 ປີ 2023, ທິດທາງແຜນການ ປະຈໍາງວດ 2 ປີ 2023 ເພື່ອເປັນການສະຫຼຸບຕີລາຄາວຽກງານໃນການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ໃນໄລຍະ 3 ເດືອນ (ງວດ 1) ປີ 2023 ຜ່ານມາ, ເພື່ອຕີລາຄາໃຫ້ເຫັນໄດ້ດ້ານພົ້ນເດັ່ນ ພ້ອມທັງກໍານົດທິດທາງແຜນການ ປະຈໍາງວດ 2 ປີ 2023, ພ້ອມນັ້ນ ໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງກ່າວເພື່ອໃຫ້ມີເນື້ອໃນຖືກຕ້ອງສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ.

May be an image of 6 people and dais

ນອກຈາກນັ້ນ, ຍັງໄດ້ຮັບຟັງການຜ່ານດໍາລັດຂອງປະທານປະເທດ ເລກທີ 149/ປປ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ດໍາລັດຂອງນາຍົກລັດຖະມົນຕີ, ເລກທີ 358/ນຍ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ, ໃບມອບສິດ ເລກທີ 207/ນຍ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ຫຼັງຈາກນັ້ນຈຶ່ງໄດ້ມີການຍ້ອງຍໍ ປະດັບຫຼຽນໄຊ ໃຫ້ກົມກອງ, ມອບໃບຢັ້ງຢືນ ພ້ອມດ້ວຍຫຼຽນປະເພດຕ່າງໆ ແລະ ມອບໃບຍ້ອງຍໍ ໃຫ້ບຸກຄົນດີເດັ່ນ.

May be an image of 11 people and dais

ເຊິ່ງໃນນີ້ໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກົມກອງ ຄື: ພະແນກການເງິນ, ພາສີ, ສ່ວຍສາອາກອນ ແລະ ຄັງເງິນ ແລະ ປະດັບຫຼຽນໄຊແຮງງານຊັ້ນ II ບຸກຄົນດີເດັ່ນ ໃຫ້ແກ່ ທ່ານ ຄໍາພັນ ມາລາບັນດິດ ອາດີດກໍາມະການປະຈໍາພັກ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ, ທ່ານ ວຽງສາລີ ອິນທະພົມ ໃນນາມອາດີດເລຂາທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ປະຈຸບັນເປັນຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ.

May be an image of 13 people and dais

ທັງມອບໃບຍ້ອງຍໍ ແລະ ມອບຫຼຽນໄຊແຮງງານຊັ້ນ III ໃຫ້ບຸກຄົນດີເດັ່ນ ຈໍານວນ 25 ທ່ານ ຈາກພະແນກການເງິນ 16 ທ່ານ, ສ່ວຍສາອາກອນ 2 ທ່ານ, ພາສີ 3 ທ່ານ, ຄັງເງິນ 4 ທ່ານ ນອກນັ້ນ, ຍັງໄດ້ຍ້ອງຍໍ ແລະ ມອບຫຼຽນກາແຮງງານ ໃຫ້ບຸກຄົນດີເດັ່ນ ຈໍານວນ 48 ທ່ານ ຈາກພະແນກການເງິນ 19 ທ່ານ, ສ່ວຍສາອາກອນ 14 ທ່ານ, ພາສີ 5 ທ່ານ, ຄັງເງິນ 10 ທ່ານ, ທັງຍ້ອງຍໍ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນດີເດັ່ນ ຈໍານວນ 135 ທ່ານ ຈາກພະແນກການເງິນ 33 ທ່ານ, ສ່ວຍສາອາກອນ 69 ທ່ານ, ພາສີ 18 ທ່ານ ແລະ ຄັງເງິນ 15 ທ່ານ, ໃບຍ້ອງຍໍຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ບຸກຄົນດີເດັ່ນ (ມີ 142 ທ່ານ) ຈາກພະແນກການເງິນ 12 ທ່ານ, ສ່ວຍສາອາກອນ 47 ທ່ານ, ພາສີ 73 ທ່ານ ແລະ ຄັງເງິນ 10 ທ່ານ.

May be an image of 8 people and dais

ໂອກາດດັ່ງກ່າວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ຍັງໄດ້ໃຫ້ຄໍາໂອວາດ ແລະ ມີຄໍາຄິດຄໍາເຫັນຊີ້ນໍາ ເພື່ອເປັນເຂັມທິດຊີ້ນໍາເຍືອງທາງ ໃຫ້ແກ່ຂະແໜງການເງິນ ແລະ ພະນັກງານ-ລັດຖະກອນຫຼັກແຫຼ່ງ ຂະແໜງການເງິນ ໄດ້ນໍາໄປສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າສູ່ໜ້າທີ່ ວຽກງານຕົວຈິງຢ່າງມີຈຸດສຸມ ເພື່ອພັດທະນາຂະແໜງການເງິນຢ່າງຮອບດ້ານ ແລະ ໃຫ້ຫັນໄປສູ່ທັນສະໄໝ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ, ເພື່ອເຮັດໃຫ້ການເກັບລາຍຮັບ ໄດ້ຢ່າງຄົບຖ້ວນ ຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ ລຸດບັນຫາປະກົດການຫຍໍ້ທໍ້ ໃນຂະແໜງການເງິນໃຫ້ໝົດໄປເທື່ອລະກ້າວ.

May be an image of 1 person and dais