ສ່ອງໂຕເລກອຸບັດຕິເຫດ 3 ວັນຢູ່ນະຄອນຫຼວງວຽງຈັນ

144

ໄລຍະສະຫຼອງປີໃໝ່ລາວ ພສ 2566 ໂດຍສະເພາະລະຫວ່າງວັນທີ 14-15-16 ໃນນະຄອນຫຼວງວຽງຈັນປີນີ້ ມີອຸບັດເຫດເກີດຂຶ້ນທັງໝົດ 20 ລາຍ ເສຍຊີວິດ 3 ກໍລະນີ ທຽບໃສ່ປີຜ່ານມາຖືວ່າມີຕົວເລກອຸບັດເຫດ ແລະ ຈໍານວນຜູ້ເສຍຊີວິດຫຼຸດລົງ.

May be an image of 9 people and scooterຕາມການເປີດເຜີຍຕໍ່ສື່ວິທະຍຸປ້ອງກັນຄວາມສະຫງົບໂດຍ ທ່ານ ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການປ້ອງກັນບຸນປີໃໝ່ ພສ 2566 ປີນີ້ ນັບແຕ່ວັນທີ 14-15-16 ຕາມແຜນຂອງພະແນກຕໍາຫຼວດຈະລາຈອນ ຖືວ່າໄດ້ຫັນກໍາລັງໄປປະຈໍາຈຸດມີຢູ່ 485 ສະຫາຍ.

No photo description available.

ໃນນັ້ນ, ມີການຕັ້ງດ່ານຕັ້ງຈຸດກວດກາ ລວມແລ້ວ 11 ຈຸດ ດ່ານ 24 ຊົ່ວໂມງມີ 5 ຈຸດ; ຜ່ານການຕິດຕາມກວດກາ ພົບເຫັນຜູ້ລະເມີດຫຼາຍພໍສົມຄວນ ທາງເຈົ້າໜ້າທີ່ກໍໄດ້ສຶກສາອົບຮົມ ແລະ ບາງລາຍກໍໄດ້ຂຽນໃບສັ່ງໃຫ້.

May be an image of 9 people and motorcycle

ທ່ານ ໃຫ້ຮູ້ຕື່ມວ່າ: ສະເພາະສະພາບອຸບັດເຫດໃນວັນທີ 14-15-16 ໃນນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 20 ລາຍ; ໃນນັ້ນ, ພາຫະນະເປ່ເພ39 ຄັນ,ມີຜູ້ໄດ້ຮັບບາດເຈັບທັງໝົດ37ຄົນ ແລະ ເສຍຊີວິດ 3 ຄົນ ກໍລະນີທີ່ເສຍຊີວິດແມ່ນ ຢູ່ເມືອງປາກງື່ມ, ສັງທອງ ແລະ ເມືອງໄຊເສດຖາ ຢ່າງໃດກໍ່ຕາມເມືອງທີ່ເກີດອຸບັດຕິເຫດຫຼາຍທີ່ສຸດແມ່ນເມືອງຫາດຊາຍຟອງ.

May be an image of 3 people and motorcycle
ທ່ານ ພັທ ວິລະພົງ ສະເໜ່ຫາ ຍັງເຜີຍວ່າ: ຖ້າສົມທຽບໃສ່ປີ 2022 ສະພາບອຸບັດເຫດເກີດຂຶ້ນທັງໝົດໃນວັນທີ 14-15-16 ມີຢູ່ 23 ລາຍ, ເສຍຊີວິດ 7 ຄົນ ໂດຍລວມແລ້ວຈໍານວນສະຖິຕິການເກີດອຸບັດເຫດແມ່ນຫຼຸດລົງ, ຈໍານວນຄົນເສຍຊີວິດກໍຫຼຸດລົງເຊັ່ນດຽວກັນ.

May be an image of 3 people, scooter, skateboard and segway

ສາເຫດຂອງການເກີດອຸບັດຕິເຫດ ຍ້ອນນັກຂັບຂີ່ລະເມີດກົດຈະລາຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດໄວເກີນກໍານົດ ແລະ ປ່ຽນທິດທາງການສັນຈອນ, ການຊີງແຊງບໍ່ຮັບປະກັນ.