ຮອງນາຍົກ ສຳເລັດການຢ້ຽມຢາມ ສປ ຈີນ ແລະໄດ້ຫາລືແຜນຮ່ວມມືຫຼານດ້ານ

124

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສິນ ກ່າງ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ, ໃນວັນທີ 16-18 ເມສາ 2023, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ. ລວມທັງເປັນການຜັນຂະຫຍາຍຜົນການພົບປະລະຫວ່າງສອງເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ.

May be an image of 11 people
ໃນຕອນເຊົ້າວັນທີ 17 ເມສາ 2023 ທີ່ ກະຊວງການຕ່າງປະເທດຈີນ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫລີມໄຊ ກົມມະສິດ ແລະ ສະຫາຍ ສິນ ກ່າງ ພ້ອມດ້ວຍບັນດາຄະນະຜູ້ແທນສອງຝ່າຍ ລາວ-ຈີນ. ໃນໂອກາດນີ້, ສະຫາຍ ສະເຫລິມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັບ ສະຫາຍ ສິນ ກ່າງ, ພ້ອມທັງ ສະແດງຄວາມເຊີຍ ສະຫາຍ ສິນ ກ່າງ ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຄົນໃໝ່ ໃນຕົ້ນເດືອນ ມີນາ 2023 ທີ່ຜ່ານມາ.

May be an image of 2 people and dais

ໃນໂອກາດນີ້, ສອງຝ່າຍ ກໍໄດ້ປຶກສາຫາລືແລກປ່ຽນຄວາມເຫັນຢ່າງກົງໄປກົງມາເຖິງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງການນຳຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ກໍຄື ການແລກປ່ຽນບົດຮຽນທີ່ດີເຊິ່ງກັນ ແລະ ກັນ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສົ່ງເສີມບັນດານັກລົງທຶນໃຫ້ມີການພົວພັນກັນຫລາຍຂຶ້ນ, ສົ່ງເສີມນັກທ່ອງທ່ຽວລະຫວ່າງສອງຝ່າຍໃຫ້ມີການໄປມາຫາສູ່ກັນຫລາຍຂຶ້ນ, ລວມທັງການຄ້າຂາຍລະຫວ່າງສອງຝ່າຍ ໂດຍນຳໃຊ້ທ່າແຮງຂອງເສັ້ນທາງ ລົດໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍຜູ້ໂດຍສານ ວຽງຈັນ-ຄຸນໝິງ-ວຽງຈັນ ໃຫ້ເກີດຜົນປະໂຫຍດສູງສຸດໃນການສົ່ງເສີມດ້ານເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວ ລາວ-ຈີນ.

May be an image of 4 people, dais and the Oval Office

ພ້ອມນີ້, ກໍເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຈີນ ປຶກສາຫາລືຮ່ວມກັນ ໃນການອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຢູ່ບໍລິເວນດ່ານ, ການປັບປຸງດ່ານກວດຄົນເຂົ້າ-ອອກເມືອງໃຫ້ມີຄວາມວ່ອງໄວທັນສະໄໝກວ່າເກົ່າ, ຊຸກຍູ້ໃຫ້ສ້າງກົນໄກການບໍລິການກວດຄົນເຂົ້າ-ອອກເມືອງ ໂດຍຜ່ານດ່ານກວດຢູ່ປ່ອງດຽວ-ຈຸດດຽວລະຫວ່າງສອງປະເທດ ຢູ່ (ດ່ານສາກົນທາງລົດໄຟ ບໍ່ເຕັນ-ບໍ່ຫານ) ໃນອະນາຄົດ, ຂະຫຍາຍເສັ້ນທາງການຂົນສົ່ງສິນຄ້າຢູ່ບໍລິເວນຊາຍແດນ ເພື່ອໃຫ້ສາມາດຮອງຮັບກັບປະລິມານລົດຂົນສົ່ງສິນຄ້າ ທີ່ນັບມື້ນັບເພີ່ມຂຶ້ນສູງ; ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນພັດທະນາແລວເສດຖະກິດ ລາວ-ຈີນ ໂດຍສະເພາະແມ່ນແລວເສດຖະກິດຕາມແລວທາງ ລົດໄຟ ລາວ-ຈີນ ໂດຍເຫັນດີໃຫ້ພາກສ່ວນກ່ຽວຂ້ອງສົມທົບກັນຢ່າງກົມກຽວໃນການສ້າງແຜນຜັນຂະຫຍາຍຂອບການຮ່ວມມືພັດທະນາ ເພື່ອໃຫ້ມີປະສິດທິຜົນສູງຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຂົ້າເຖິງແຫລ່ງທຶນ ແລະ ຕະຫລາດຂອງຈີນ ໃຫ້ງ່າຍຂຶ້ນຕື່ມໃນອະນາຄົດ.

May be an image of 9 people and dais

ພ້ອມນີ້, ຝ່າຍຈີນ ກໍໄດ້ເຫັນດີອະນຸມັດຂໍ້ສະເໜີຂອງຝ່າຍລາວ ໃນການເປີດສະຖານກົງສຸນໃຫຍ່ແຫ່ງໃໝ່ ປະຈຳ ນະຄອນຊົງຊິງ, ເຊິ່ງຈະເປັນອີກໜຶ່ງຈຸດເຊື່ອມຕໍ່ໃນການຂົນສົ່ງສິນຄ້າ ລາວ-ຈີນ ໃຫ້ຫລາຍຂຶ້ນຕື່ມ ໂດຍສະເພາະແມ່ນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງຝ່າຍ ໂດຍສະເພາະແມ່ນນະຄອນສົງຊິງກັບ ສປປ ລາວ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກັນເພື່ອເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ການຮ່ວມມືດ້ານພະລັງງານໄຟຟ້າ, ການຂຸດຄົ້ນບໍ່ແຮ່, ການຜະລິດກະສິກຳ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ້ານອາຊະຍາກຳຂ້າມຊາດ ແລະ ການຄ້າມະນຸດ ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ນອກນັ້ນສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ການຮ່ວມມືຂອບ ໜຶ່ງແລວ ໜຶ່ງເສັ້ນທາງ, ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຂອບອາຊຽນ ແລະ ສປຊ. ພິເສດ ລັດຖະບານຈີນ ຍິນດີໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ເພື່ອໃຫ້ມີຜົນສຳເລັດອັນຈົບງາມ. ນອກຈາກນີ້, ສອງຝ່າຍ ຍັັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.