ສາຍຫວຍງົດຍາວ ຈະອອກເລກຄັ້ງໃໝ່ 19 ເມສາ

95

ໃຜທີ່ມັກລຸ້ນເລກລຸ້ນຫວຍ ສ່ຽງໂຊກສ່ຽງດວງບອກເລີຍໍ່ວງປີນີ້ໃໝ່ນີ້ອົດຍາວ ທັງງວດວັນທີ 14 ແລະ 17 ແມ່ນງົດອອກທັງໝົດ ແລະຈະໄປອອກເປັນປົກກະຕິລັງປີໃໝ້ກໍ່ຄືວັນທີ 19 ເປັນຕົ້ນໄປ.

No photo description available.
ສົງການເປັນໄລຍະແຫ່ງສະເຫຼີມສະຫຼອງບຸນປີໃໝ່ລາວ ເຊິ່ງເປັນບຸນໜຶ່ງທີ່ສຳຄັນຂອງຊາດລາວເຮົາ ກໍຄືພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ໃຫ້ເຕັມໄດ້ດ້ວຍບັນຍາກາດແຫ່ງຄວາມມ່ວນຊື່ນ, ຖືກຕ້ອງຕາມຮີດຄອງປະເພນີອັນດີງານຂອງຊາດລາວເຮົາ. ດັ່ງນັ້ນ, ເພື່ອເປັນການປະຕິບັດຕາມທິດຊີ້ນຳກ່ຽວກັບການສະຫຼອງບຸນປີໃໝ່ລາວປີ ພສ 2566 ຂອງທາງ ຫສນຍ ທີ່ໄດ້ວາງອອກ.

No photo description available.

ທາງບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ອອກແຈ້ງການເຖິງບັນດາຕົວແທນຈໍາໜ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດຊາບວ່າ: ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈຳໜ່າຍຫວຍພັດທະນາ ໄດ້ດຳເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ.

No photo description available.

ສະນັ້ນ, ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ບໍລິສັດ ລັດວິສາຫະກິດຫວຍພັດທະນາ ຈະໄດ້ໂຈະອອກເລກລາງວັນຫວຍພັດທະນາ ໃນວັນສຸກ, ວັນທີ 14 ເມສາ 2023 ເນື່ອງຈາກເປັນວັນປີໃໝ່ລາວ ແລະ ວັນຈັນ, ວັນທີ 17 ເມສາ 2023 ເປັນວັນພັກຊົດເຊີຍປີໃໝ່ລາວ ປີ ພສ 2566 ແລະ ບໍ່ມີການອອກທົດແທນຄືນ.

No photo description available.