ປີໃໝ່ນະຄອນໄກສອນ ກຽມສະຫຼອງໃຫຍ່ແບບຈັດເຕັມໄປທ່ຽວກັນບໍ

111

ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດ ຂອງຊາວແຂວງສະຫວັນນະເຂດ ໂດຍສະເພາະຂອງຊາວນະຄອນໄກສອນ ພົມວິຫານ ໃນການຫຼິ້ນບຸນປີໃໜ່ລາວປີນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ເຊິ່ງຕະຫຼອດໄລຍະ 3 ປີທີຜ່ານມາບໍ່ໄດ້ຕັ້ງປະຕິບັດ ຍ້ອນພະຍາດໂຄວິດ-19 ດັ່ງນັ້ນ ມາໃນປີນີ້ກໍ່ເປັນໂອກາດດີທີ່ໄດ້ຈັດຕັ້ງປະຕິບັດການສະເຫຼີມສະຫຼອງຢ່າງເຕັມຮູບແບບ ພ້ອມທັງຮັບປະກັນຄວາມສະຫງົບປອດໄພ.

No description available.
ໃນວັນທີ 7 ເມສາ 2023 ທີ່ຜ່ານມາ ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນ ໄກສອນ ພົມວິຫານ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ ໄດ້ກວ່າໃນການໃຫ້ສຳພາດ ວ່າ: ໃນການກະກຽມຈັດງານບຸນປີໃໝ່ລາວ ພສ 2566 ນີ້ ຈະຈັດຕັ້ງປະຕິບັດ ສະເຫຼີມສະຫຼອງງານດັ່ງກ່າວ, ຕາມການຕົກລົງເຫັນດີ ຂອງຄະນະພັກ, ຄະນະນຳນະຄອນໃຫ້ຈັດເທດສະການ ແບບເຕັມຮູບແບບ ຕາມປະເພນີ ແລະ ການຈັດຕັ້ງປະຕິບັດ ທີ່ໄດ້ເຄີຍປະຕິບັດຜ່ານມາ, ໃນນີ້ ກໍ່ຈະໄດ້ມີພິທີບາສີສູ່ຂວັນໃຫ້ການນຳຂອງແຂວງ, ການນຳນະຄອນ.

No description available.

ສຳລັບກິດຈະກຳມວນຊົນໃນປີນີ້ນະຄອນ ຈະໄດ້ຈັດຕັ້ງຂະບວນແຫ່ ທັງໝົດ 4 ຂະບວນ, ນຳໜ້າໂດຍ ຂະບວນແຫ່ ພຣະພຸດທະຮູບເຈົ້າອົງແສນ ຄູ່ບ້ານຄູ່ເມືອງ ທີ່ປະດິດສະຖານຢູ່ ວັດໃຫຍ່ໄຊຍະພູມ ອັນເຊີນລົງມາແຫ່ ແລະຫົດສົງ, ເພື່ອຊໍາລະສະສາງສິ່ງທີ່ບໍ່ດີໃຫ້ອອກໄປນໍາປີເກົ່າເດືອນເກົ່າ ແລະ ຮັບເອົາສິ່ງທີ່ດີ, ຮັບເອົາໂຊກເອົາໄຊໃນປີໃໝ່. ຂະບວນຂອງການນຳແຂວງ, ນະຄອນ, ຂະບວນແຫ່ນາງສັງຂານ ແລະ ຂະບວນຟ້ອມປະເພນີ 6 ກຸ່ມບ້ານໃນນະຄອນແລະອື່ນໆ.

No description available.
ທາງນະຄອນ ໄດ້ກຳນົດສະຖານທີ່ທ່ອງທ່ຽວເພື່ອຮອງຮັບນັກທ່ອງທ່ຽວພາຍໃນນະຄອນ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ຊຶ່ງມີ 7 ຈຸດຄື:ຖະໜົນລາດຊະວົງເສິກ,ຈຸ ດທ່ອງທ່ຽວຕິດພັນກັບເຂດອະນຸລັກຕົວເມືອງເກົ່າ, ສວນນ້ຳສຸລິນສຸກ(ຫຼັກ26), ພຣະທາດອີງຮັງ, ວັດຖ້ຳເຈຍ ແລະ ວັດວາອາຮາມຕ່າງໆ.ງ

May be an image of 2 people
ພ້ອມກັນນັ້ນກໍມີກິດຈະກໍາບັນເທິງ ມິວສິກໂຊນ/ບູດເບຍ,ຄອນເສີດ ແລະ ອື່ນໆ ຄວາມສະໜຸກສະໜານ ໄດ້ອະນຸຍາດ 1 ຈຸດ ຄື: ບູດເບຍຂອງບໍລິສັດເບຍລາວ ຈັດທີ່ສູນການຄ້າ-ສະຫວັນໄອເຕັກ ແລະ ມາຮອດປະຈຸບັນນີ້ ການຫ້າງຫາກະກຽມວຽກງານດ້ານຕ່າງໆ ໄດ້ມີການຕົກລົງອະນຸຍາດ ເປັນທີ່ຮຽບຮ້ອຍ ພາຍໃຕ້ການຊີ້ນໍາຂອງອະນຸກໍາມະການທີ່ຖຶກແຕ່ງຕັ້ງ ເພື່ອໃຫ້ມີຄວາມຮັບປະກັນ, ມີຄວາມສະຫງົບປອດໄພ, ເບິກບານມ່ວນຊື່ນ ສົມກັບການສະເຫຼີມສະຫຼອງປີໃຫມ່ລາວ.

No photo description available.
ເຊິ່ງແຜນການ ແລະ ກໍານົດເວລາ ການຈັດງານ ທັງໝົດ 3 ວັນ ນັບແຕ່ວັນທີ 14 ເມສາ 2023 (ວັນສັງຂານລ່ວງ), 15 ເມສາ 2023 (ວັນເນົາ) ແລະ 16 ເມສາ 2023 (ວັນສັງຂານຂື້ນ/ວັນຄອບຄົວ).

May be an image of one or more people and crowd
ສໍາລັບຂະບວນແຫ່ ແມ່ນຈັດຂື້ນໃນຕອນບ່າຍວັນທີ 14 ເມສາ 2023 (ວັນສັງຂານລ່ວງ/ພຣະລົງ), ແຫ່ຈາກເດີ່ນຫ້ອງວ່າການນະຄອນ ໄກສອນ ພົມວິຫານ ໄປຕາມຖະໜົນມາຄະເວຫາ ລ້ຽວຂວາໄປຕາມຖະໜົນລາດຊະວົງເສິກ ຮອດຮ້ານເຊເວັນລ້ຽວຊ້າຍໄປຕາມຖະໜົນສຸດທະນູ ຮອດຖະໜົນທ່າແຮ່ແຄມຂອງ ລ້ຽວຊ້າຍເຂົ້າໄປສູ່ວັດໃຫຍ່ໄຊຍະພູມປະຕູເບື້ອງຕາເວັນຕົກ (ແຄມຂອງ), ເວລາເລີ່ມຕົ້ນປ່ອຍຂະບວນ ແມ່ນ 15 ໂມງ 30 ນາທີ.

ໂດຍ: ຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວນະຄອນໄກສອນພົມວິຫານ