ການຄ້າອັດຕະປື ປົກປ້ອງຜູ້ບໍລິໂພກ ລົງກວດກາຕາມທ້ອງຕະຫຼາດຄວບຄຸມສິນຄ້າໃຫ້ຢູ່ໃນເກນ

47

ໄລຍະບຸນປີໃໝ່ລາວ 2023 ປີນີ້ ພະແນກອຸດສະຫະກໍາ ແລະການຄ້າແຂວງອັດຕະປື​ ຈະໄດ້ເພີ່ມທະວີການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງ ໃຈຂອງຜູ້ປະກອບການໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ໂດຍການວາງລະບຽບການ, ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ.

May be an image of 6 people
ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ ຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພະແນກອຸດສາຫະກຳ ແລະການຄ້າແຂວງອັດຕະປື​ ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ໃນອາທິດແລ້ວນີ້ວ່າ: ໃນໄລຍະບຸນປີໃໝ່ລາວນີ້ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈະໄດ້ເອົາໃຈໃສ່ຕິດຕາມ, ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ, ໂດຍໃນເບື້ອງຕົ້ນນັ້ນແມ່ນຈະຄຸ້ມຄອງ ລາຄາສິນຄ້າ ປະເພດສະບຽງອາຫານ ເຊັ່ນ: ຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍ, ໄກ່, ປາ ແລະ ປະເພດພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ- ບໍລິ ໂພກ ແລະ ສິນຄ້າທົ່ວໄປ ທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ.

May be an image of 3 people

ສິນຄ້າເຫຼົ່ານັ້ນຕ້ອງໃຫ້ຢູ່ໃນລາຄາປົກກະຕິ ແລະ ສາມາດສະໜອງພຽງພໍກັບ ຄວາມຕ້ອງການ ຂອງສັງຄົມ, ພ້ອມທັງ ຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການສວຍໂອກາດຂຶ້ນ ລາຄາສິນຄ້າ ຕາມລຳພັງໃຈ ຖ້າຫາກວ່າພາກສ່ວນໃດ ຂຶ້ນລາຄາເກີນທີ່ກຳນົດໄວ້ ຄັ້ງທຳອິດຈະໄດ້ມີການຕັກເຕືອນ ສຶກສາອົບຮົມ ເຮັດບົດບັນທຶກ ຄັ້ງຕໍ່ໄປ ຈະໄດ້ມີການປັບໃໝຕາມລະບຽບການ ຖ້າກໍລະນີຮ້າຍແຮງ ຂຶ້ນລາຄາເກີນຂອບເຂດ ຈະໄດ້ຖອນໃບອະນຸຍາດ ຕາມລະບຽບກົດໝາຍ.

May be an image of 3 people
ທ່ານ ເພັດສະຫມອນ ແກ້ວພິມພອນ ກ່າວຕື່ມວ່າ : ການຄຸ້ມຄອງລາຄາສິນຄ້າໃນໄລຍະບຸນປີໃໝ່ລາວນີ້ ແມ່ນໄດ້ອີງໃສ່ ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ມາຜັນຂະຫຍາຍເປັນຂອງແຂວງ ແລະ ຂອງພະແນກອຸດສາຫະກຳ ແລະ ການຄ້າ ເພື່ອເປັນເຈົ້າການໃນການເຜີຍແຜ່ ແນະນຳຜູ້ປະກອບການ ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ກໍຄືລະບຽບການ ທີ່ລັດ ວາງອອກໃນແຕ່ລະໄລຍະ ເປັນຕົ້ນ ຂະແໜງການຄ້າພາຍໃນ ກໍ່ຄືເຈົ້າໜ້າທີ່ກວດກາການຄ້າ ເປັນເຈົ້າການປະສານສົມທົບກັບຫ້ອງການ ອຸດສາຫະກຳ ແລະ ການຄ້າ 5 ຕົວເມືອງ.

May be an image of 6 people

ຊຶ່ງເຈົ້າໜ້າທີ່ການຄ້າຈະລົງຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການໃນໄລຍະ ເທດສະການດັ່ງກ່າວ. ຫາກພົບເຫັນຜູ້ລະເມີດ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸ້ນສິນ ຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມທີ່ລັດກຳນົດ, ການຕິດປະກາດ ຫຼື ການໂຄສະນາລາຄາສິນ ຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ, ການວັດແທກຊັງຜອງ, ຕາຊິງຊັງ ບໍ່ໄດ້ມາດຕະຖານ, ການຈຳໜ່າຍສິນຄ້າໝົດອາຍຸ, ການຈຳໜ່າຍສິນຄ້ານອກລະບົບ, ການຈຳໜ່າຍສີນຄ້າລອກຮຽນແບບ ແລະ ອື່ນໆ ແມ່ນໃຫ້ນໍາໃຊ້ມາດຕະການຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.

ພາບ-ຂ່າວ: ນັກຂ່າວແຂວງອັດຕະປື