ກຸ່ມບໍລິສັດໂຊກໄຊ ຈັບມື ບໍລິສັດກາເຟດາວ ເພີ່ມມູນຄ່າຕະຫຼາດກາເຟລາວພາຍໃນປະເທດແລະສົ່ງອອກສູ່ສາກົນ

193

ກຸ່ມບໍລິສັດໂຊກໄຊ ເຊິ່ງໄດ້ດຳເນີນທຸລະກິດດ້ານການຄ້າ ແລະການລົງທຶນ ມີສາຂາຈັດຈໍາໜ່າຍຫຼາຍສາຂາຢູ່ແລ້ວ ທັງມີເຄືອຂ່າຍການພົວພັນຮ່ວມມືທີ່ກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະ ເທດ ໄດ້ຈັບມື ກັບ ບໍລິສັດກາເຟດາວ ເພື່ອສົ່ງເສີມກາເຟລາວ ເພີ່ມມູນຄ່າຕະຫລາດ ພ້ອມກຽມເປີດຍີ່ຫໍ້ກາເຟໃໝ່ເປັນຜະລິດຕະພັນຂອງບໍລິສັດອອກຈໍາໜ່າຍ.


ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການສ້າງ ຕັ້ງຕົວແທນຈໍາໜ່າຍກາເຟດາວ ແລະ ການບໍລິການ OEM ຜະລິດຕະພັນກາເຟ ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2023 ທີ່ສໍານັກງານໃຫຍ່ ກຸ່ມບໍລິສັດ ໂຊກໄຊ ບ້ານວຽງຈະເລີນ ເມືອງໄຊເສດຖາ ໂດຍຕົວແທນທີ່ເຊັນໃນນາມກຸ່ມ ບໍລິສັດໂຊກໄຊ ໄດ້ແກ່ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດ ໂຊກໄຊ ແລະ ຕົວແທນໃນນາມບໍລິສັດກາເຟດາວ ໄດ້ແກ່ ທ່ານ ວັນນະດາ ພົມມະສະຖິດ ຜູ້ອໍານວຍການໃຫຍ່ ບໍລິສັດ ກາເຟດາວ ເຊິ່ງມີບັນດາທ່ານຄະນະບໍລິຫານລະດັບສູງຂອງທັງສອງຝ່າຍເຂົ້າຮ່ວມ.


ການເຊັນບົດບັນດັ່ງກ່າວແມ່ນບົນພື້ນຖານຄວາມເຫັນດີເປັນເອກະພາບຂອງສອງຝ່າຍ ໃນການພັດທະນາໂຄງການ ສ້າງຕັ້ງຕົວແທນຈໍາໜ່າຍກາເຟດາວ ທັງພາຍໃນ ແລະ ຕ່າງປະເທດ ລວມທັງການບໍລິການຜະລິດກາເຟຍີ່ຫຍໍ້ໃໝ່ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງຈຳປາສັກ ກໍຄື ການສ້າງມູນຄ່າ ແລະ ຍົກລະດັບອຸດສາຫະກຳກາເຟລາວໃຫ້ໄດ້ຕາມມາດຕະຖານສາກົນດ້ວຍນະວັດຕະກຳ, ການບໍລິການ ແລະ ຜະລິດຕະພັນໃນຮູບແບບໃໝ່ແນໃສ່ຊ່ວຍປະກອບສ່ວນສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເງິນຂອງຊາດ ຄຽງຄູ່ກັບການສ້າງມູນຄ່າເພີ່ມໃຫ້ແກ່ ຜະລິດຕະພັນກາເຟດາວໃນລາວ.

ກຸ່ມບໍລິສັດໂຊກໄຊ ໄດ້ດຳເນີນການສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ຂອງບໍລິສັດກາເຟດາວ ຈຳກັດ ໃນຂອບເຂດທົ່ວປະເທດ ແລະ ສົ່ງອອກຕ່າງປະເທດ ມາໄດ້ໄລຍະໜຶ່ງແລ້ວ ແລະ ຈະພະຍາຍາມຈັດຕັ້ງຕົວແທນຈໍາໜ່າຍຂອງບໍລິສັດຕາມຮູບແບບທີ່ເປັນມາດຕະຖານ; ເພື່ອເຮັດແນວໃດຈະໄດ້ຕໍ່ຍອດດ້ານຄຸນນະພາບ ແລະ ຊື່ສຽງກາເຟດາວສູ່ເວທີສາກົນ; ພ້ອມກັບຊ່ວຍສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ຄຽງຄູ່ກັບການທົດແທນການນໍາເຂົ້າສິນຄ້າຈາກຕ່າງປະເທດ.


ທ່ານ ໂຊກໄຊ ສົມໃຈນຶກ ກ່າວວ່າ: ຈຸດປະສົງຂອງການເຊັນ MOU ນີ້ ບໍລິສັດພວກເຮົາເຫັນໄດ້ເຖິງໂອກາດ ແລະ ທ່າແຮງຂອງທຸລະກິດກາເຟ ໂດຍສະເພາະດ້ານລົດຊາດທີ່ສາກົນຍອມຮັບຕິດລະດັບໂລກ. ສະນັ້ນ, ກາເຟດາວ ກໍແມ່ນຍີ່ຫໍ້ໜຶ່ງທີ່ເປັນຂອງຄົນລາວ. ຂ້າພະເຈົ້າເອງເຫັນວ່າ ມີໂອກາດໃນການຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ ໃນຂະນະທີ່ບໍລິສັດໂຊກໄຊມີຈຸດ ຮັບ-ຝາກເຄື່ອງ ( Drop Point) ບໍລິການຈັດສົ່ງແບບດ່ວນ (Sokxay Express) ຫລາຍກວ່າ 300 ສາຂາໃນຂອບເຂດທົ່ວປະເທດ ແລະ ຫຼາຍກວ່າ 3 ພັນຮ້ານຄ້າຈັດຈໍາໜ່າຍ ເຊິ່ງເປັນທ່າແຮງໃນການກະຈາຍສິນຄ້າ ມີລະບົບສາງ, ລະບົບການຂົນສົ່ງ, ລະບົບການຈໍາໜ່າຍ ເຊິ່ງມີສາຂາໃນຂອບເຂດທົ່ວປະເທດ.

ທ່ານ ກ່າວອີກວ່າ: ເປົ້າໝາຍຂອງພວກເຮົາແມ່ນເປັນຕົວແທນຈໍາໜ່າຍໃນຂອບເຂດທົ່ວປະເທດ ແລະ ສົ່ງອອກໃນບັນດາປະເທດເພື່ອນບ້ານໃກ້ຄຽງ ແລະ ປະເທດໃຫຍ່ໆໃນອາຊີທີ່ບໍລິສັດໂຊກໄຊມີເຄືອຂ່າຍຮ່ວມມືກັນ ຈາກນັ້ນກໍມີແຜນຈະສົ່ງໄປທະວີບເອີຣົບ ແລະ ອາເມລິກາ ເຊິ່ງການຈໍາໜ່າຍກາເຟນີ້ ແມ່ນຫວັງຈະສາມາດດຶງເມັດເງິນເຂົ້າປະເທດໄດ້ຫຼາຍຂຶ້ນ. ນອກຈາກນີ້ກໍຈະຜະລິດໃນຮູບແບບຂອງບໍລິສັດໂຊກໄຊເອງ ຫວັງຈະສ້າງຄວາມເຂັ້ມແຂງ, ສ້າງວຽກເຮັດງານທໍາໄດ້ຫຼາຍຕໍາແໜ່ງງານເພີ່ມຂຶ້ນ.
ສ່ວນການເລີ່ມຕົ້ນອອກຈໍາໜ່າຍ ຄາດວ່າຈະເຮັດໄດ້ໄວທີ່ສຸດນັບຈາກເດືອນພຶດສະພາ 2023 ນີ້ ໂດຍເລີ່ມຈາກການຈໍາໜ່າຍຜະລິດຕະພັນກາເຟດາວ ຫຼື ສິນຄ້າທີ່ບໍລິສັດ ກາເຟດາວ ມີຢູ່ແລ້ວ ຈາກນັ້ນຈິ່ງຄ່ອຍຫັນໄປສູ່ການພັດທະນາ ຫຼື ສ້າງຜະລິດຕະພັນໃໝ່ອອກມາຕອບສະໜອງຄວາມຕ້ອງການຂອງຕະຫຼາດກໍຄືຜູ້ບໍລິໂພກຕໍ່ໆໄປ. ກ້າວໄປເຖິງຜະລິດຕະພັນໃໝ່ທີ່ຈະສ້າງຂຶ້ນມາໃນຮູບແບບຂອງໂຊກໄຊເອງ.

ທ່ານປະທານກຸ່ມບໍລິສັດ ໂຊກໄຊ ຍັງຂໍເຊີນຊວນປະຊາຊົນລາວໃນຂອບເຂດທົ່ວປະເທດຫັນມາຊົມໃຊ້ ຜະລິດຕະພັນລາວ ເຊິ່ງປັດຈຸບັນຜະລິດຕະພັນລາວກໍບໍ່ໄດ້ໜ້ອຍໜ້າຜະລິດຕະພັນຊາດອື່ນ ໜຶ່ງໃນນັ້ນກໍແມ່ນກາເຟຂອງລາວ ທີ່ມີລົດຊາດເອກະລັກ ເປັນທີ່ຍອມຮັບລະດັບໂລກ ເຊິ່ງພວກເຮົາຄວນສົ່ງເສີມ.