ນັບຖອຍຫຼັງອີກ 2 ມື້ເທົ່ານັ້ນກໍຈະເຖິງປີໃໝ່ລາວແລ້ວ ໄລຍະນີ້ພໍ່ແມ່ປະຊາຊົນຜູ້ບໍລິໂພກຄົງຄິກໜັກເລື່ອງຊິ້ນປາອາຫານເນື່ອງຈາກເປັນຊ່ວງເວລາລວມຍາດ ມີຄວາມຕ້ອງການບໍລິໂພກຈຳນວນຫຼາຍ ຈະມີຄວາມກັງວົນເລື່ອງລາຄາສິນຄ້າທີ່ອາດຈະເພີ່ມລາຄາສູງຂຶ້ນ ເນື່ອງຈາກຄວາມຕ້ອງການສິນຄ້າໃນຊ່ວງປີໃໝ່ນີ້ແມ່ນມີປະລິມານທີ່ີສູງຂຶ້ນ ເຊິ່ງອາດຈະສົ່ງຜົນໃຫ້ລາຄາສູງຂຶ້ນຕາມ ດັ່ງທີ່ໄດ້ປາກົດໃຫ້ເຫັນໃນທຸກໆປີຜ່ານມາ.
ລ່າສຸດເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ສາມາດຊື້ຊີ້ນໝູ ຫຼື ຊິ້ນສ່ວນໝູປະເພດຕ່າງໆມາປະກອບອາຫານໃນໄດ້ໃນລາຄາທີ່ເໝາະສົມໃນຊ່ວງການສະເຫຼີມສະຫຼອງບຸນປີໃໝ່ ແລະ ເພື່ອເຮັດໃຫ້ວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າປະເພດຊີ້ນໝູ ເພື່ອເຮັດໃຫ້ວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າປະເພດຊີ້ນໝູ ໃນທ້ອງຕະຫຼາດ ໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີຄວາມໝັ້ນຄົງທາງດ້ານການສະໜອງສິນຄ້າພຽງພໍກັບຄວາມຕ້ອງການ, ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ, ຫຼີກລ່ຽງການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການເກງກໍາໄລທີ່ບໍ່ສົມເຫດສົມຜົນເປັນການເອົາລັດເອົາປຽບຜູ້ບໍລິໂພກໃນຊ່ວງເທດສະການບຸນປີໃໝ່ລາວ.
ທາງພະແນກອຸດສະຫະກຳ ແລະ ການຄ້າ ນວ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 10 ເມສາ 2023 ທີ່ຜ່ານມາ ເພື່ອແຈ້ງຫຼຸດລາຄາຊີ້ນໝູໃນຊ່ວງເທດສະການບຸນປີໃໝ່ລາວ ພສ 2556 ຢູ່ຮ້ານຄ້າ ຊີພີ ເຟຣດຊັອບ(CP Fresh Shop) ໃນໄລຍະວັນທີ 14-16 ເມສາ 2013(ລວມ 3 ວັນ) ຈຳນວນ 34 ຮ້ານ ທົ່ວນະຄອນຫຼວງວຽງຈັນ, ລວມມີສິ້ນສ່ວນຊີ້ນໝູ ຈຳນວນ 19 ລາຍການ ເຊິ່ງຈະມີສ່ວນຫຼຸດຈາກລາຄາປົກກະຕິ 5.000 ກີບ/ກິໂລ. ເຊິ່ງລາຍລະອຽດແມ່ນຢູ່ໃນຕາຕະລາງລຸ່ມນີ້: