ປະຊາກອນອິນເດຍ ແຊງຈີນ ຮຽບຮ້ອຍແລ້ວ

8

ເວັບໄຊຂອງສະຖານີ ໂທລະພາບ VTV ຂອງຫວຽດນາມລາຍງານວ່າ ອິນເດຍຈະມີຈໍານວນປະຊາກອນ ລື່ນຈີນໃນປີ 2023 ນີ້ ແລະ ຈະກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ດ້ວຍຈໍານວນປະຊາກອນ 1,4 ຕື້ກວ່າຄົນ.

ຂໍ້ມູນດັ່ງກ່າວ, ແມ່ນອີງຕາມອັດຕາການເຕີບໂຕຂອງປະຊາກອນ ທີ່ໄດ້ບັນທຶກໂດຍອົງການສະຫະປະຊາຊາດ ເຊິ່ງໄດ້ຄາດຄະເນວ່າ ປະຊາກອນອິນເດຍ ຈະລື່ນຈີນປະມານ 5 ລ້ານຄົນ. ນີ້ເປັນການເປີດສັກກະຫຼາດໃໝ່ ໃຫ້ແກ່ປະເທດໃນອາຊີໃຕ້ແຫ່ງນີ້ ແລະ ໃນປີ 2064 ປະຊາກອນອິນເດຍ ຈະມີປະມານ 1,7 ຕື້ຄົນ.

ອິນເດຍ ແລະ ຈີນ ເຄີຍມີຈໍານວນປະຊາກອນກວມເອົາ 36% ຂອງປະຊາກອນໂລກ ໃນຊຸມປີ 1950 ແລະ ຕັ້ງແຕ່ຊຸມປີ 1950 ປະຊາກອນຈີນ ມີຫຼາຍກວ່າອິນເດຍ, ແຕ່ຊ່ອງວ່າງນີ້ຄ່ອຍໆຫຼຸດລົງຈົນເຖິງເດືອນເມສາປີນີ້ ເຊິ່ງອິນເດຍໄດ້ກ້າວຂຶ້ນ ແລະ ເພິີ່ມຊ່ອງວ່າງ ດ້ານປະຊາກອນ. ໃນຂະນະດຽວກັນນີ້, ປະຊາກອນຂອງຈີນກຳລັງສືບຕໍ່ຫຼຸດລົງ.

ໃນປັດຈຸບັນ, ປະຊາກອນອິນເດຍ ແມ່ນມີປະຊາກອນໜຸ່ມຫຼາຍ ເຊິ່ງຈໍານວນຄົນທີ່ມີອາຍຸຕໍ່າກວ່າ 25 ປີ ຈະກວມເອົາປະມານ 42,7% ໃນເດືອນກໍລະກົດ ທີ່ຈະມາເຖິງ. ນອກນີ້, ການວິເຄາະໂດຍສູນຄົ້ນຄວ້າ Pew ຂອງອາເມຣິກາ ກໍພົບວ່າ 1 ໃນ 5 ຂອງຄົນທີ່ມີອາຍຸຕໍ່າກວ່າ 25 ປີ ຢູ່ທົ່ວໂລກອາໄສຢູ່ໃນປະເທດອິນເດຍ.