ທະນາຄານກາງຂອງສາທາລະນະລັດເກົາຫຼີ (BOK) ເປີດເຜີຍວ່າ ຍອດການປ່ອຍສິນເຊື່ອທີ່ທະນາຄານທຸລະກິດ ອະນຸມັດໃຫ້ພາກຄົວເຮືອນ ຍັງຄົງປັບໂຕລົງເປັນເດືອນທີ 3 ຕິດຕໍ່ກັນໃນເດືອນມີນາຜ່ານມາ ເນື່ອງຈາກອັດຕາດອກເບ້ຍເພີ່ມຂຶ້ນ ອັນເປັນຜົນມາຈາກການທີ່ທະນາຄານກາງ ດຳເນີນນະໂຍບາຍຄວບຄຸມເຂັ້ມງວດທາງການເງິນ ເພື່ອຄວບຄຸມເງິນເຟີ້.
ລາຍງານລະບຸວ່າ ຍອດປ່ອຍສິນເຊ່ືອແກ່ພາກຄົວເຮືອນຂອງ ສ ເກົາຫຼີ ຢູ່ໃນລະດັບ 1.049,9 ລ້ານໆວອນ ຫຼື ປະມານ 7,9 ແສນລ້ານໂດລາ ເມື່ອທ້າຍເດືອນມີນາຜ່ານ ເຊິ່ງຫຼຸດລົງ 7 ແສນລ້ານວອນ ຈາກເດືອນກຸມພາ.
ຍອດປ່ອຍສິນເຊື່ອພາກຄົວເຮືອນຫຼຸດລົງເປັນເດືອນທີ 3 ຕິດຕໍ່ກັນ ເມື່ອທຽບເປັນລາຍເດືອນ ຫຼັງຈາກຫຼຸດລົງ 2,8 ລ້ານໆວອນ ໃນເດືອນກຸມພາ ແລະ ຫຼຸດລົງ 4,7 ລ້ານໆວອນໃນເດືອນມັງກອນ ເຊິ່ງເປັນການຫຼຸດລົງລາຍເດືອນທີ່ຫຼາຍທີ່ສຸດ ນັບແຕ່ເລີ່ມມີການລວບລວມຂໍ້ມູນເມື່ອເດືອນມັງກອນ ປີ 2004 ເປັນຕົ້ນມາ.
ແນວໃດກໍຕາມ, ຕົ້ນທຶນການກູ້ຢືມຂອງ ສ ເກົາຫຼີ ຍັງຢູ່ໃນລະດັບສູງ ຫຼັງຈາກທີ່ທະນາຄານກາງ ຄຸມເຂັ້ມນະໂຍບາຍການເງິນໃນເຊີງບຸກ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ໂດຍທະນາຄານກາງໄດ້ປັບຂຶ້ນອັດຕາດອກເບ້ຍນະໂຍບາຍລວມ 3% ນັບແຕ່ເດືອນສິງຫາ ປີ 2021 ເປັນຕົ້ນມາ.