ບໍລິຄຳໄຊ ລົງຕິດຕາມ-ກວດເຂັ້ມການສັນຈອນຕາມເສັ້ນທາງເລກທີ 13 ໃຕ້

70

ໄລຍະນີ້ລົດລາງພາຫະນະທີ່ສັນຈອນຕາມຖະໜົນຫົນທາງຫຼາຍ ເຈົ້າໜ້າທີ່ເອງກໍ່ຕ້ອງອອກເຄື່ອນໄຫວວຽກງານວິຊາສະເພາະໃນການກວດກາການສັນຈອນຕາມທ້ອງຖະໜົນຫຼວງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອຄວາມປອດໄພຂອງນັກຂັບຂີ່ ແລະ ກວດກາການສັນຈອນກ່ອນບຸນປີໃໝ່ລາວ ພສ 2566 ທີ່ຈະມາຮອດ-ມາເຖິງນີ້.

No description available.

ສະເພາະແຂວງບໍລິຄຳໄຊ ພະແນກຕໍາຫຼວດ ຈະລາຈອນ ໍ ນໍາໂດຍ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ພ້ອມທີມງານໄດ້ລົງເຄື່ອນໄຫວໂຄສະນາ, ກວດກາການສັນຈອນຕາມເສັ້ນທາງເລກທີ 13 ໃຕ້ ເຂດເສັ້ນທາງກໍ່ສ້າງ-ປັບປຸງໃໝ່ທີ່ສຳເລັດແລ້ວ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ.

No description available.
ທ່ານໄດ້ກ່າວວ່າ ການລົງເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ມີການໂຄສະນາ ແລະ ກວດກາສະພາບການສັນຈອນ ໂດຍອີງຕາມດໍາລັດ ເລກທີ 568/ລບ ວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເຊິ່ງໄດ້ກຳນົດເຖິງ ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ການຍ່າງຕາມເສັ້ນທາງ, ການຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ.

No description available.
ອຸບັດຕິເຫດ ທີ່ເກີດຂຶ້ນໃນຊ່ວງເດືອນມັງກອນ ຫາ ເດືອນມີນາ ເຫັນວ່າ ຢູ່ໃນຂອບເຂດ ເສັ້ນທາງທີ່ໄດ້ກໍ່ສ້າງ-ປັບປຸງໃໝ່ ແຕ່ບ້ານໂພນສະຫວ່າງ ຫຼັກ13 ຫາ ບ້ານນາສົ້ມມໍ ຫຼັກ 9 ແມ່ນມີອຸປະຕິເຫດເກີດຂຶ້ນແລ້ວ 10 ຄັ້ງ, ພາຫະນະເປ່ເພ 18 ຄັນ, ຄົນໄດ້ຮັບບາດເຈັບ 16 ຄົນ, ເກີດອຸປະຕິເຫດຕໍາຄົນຍ່າງແລ້ວໜີ 1 ເລື່ອງ ສາເຫດຍ້ອນການໃຊ້ຄວາມໄວເກີນກຳນົດ, ເຕັກນິກລົດບໍ່ຮັບປະກັນ ເຊັ່ນເບກບໍ່ດີ, ໄຟທ້າຍບໍ່ຮຸ່ງ, ໄຟຕາໜ້າບໍ່ແຈ້ງ ແລະ ປ່ຽນທິດທາງກະທັນຫັນ; ເວລາເກີດເຫດສ່ວນຫຼາຍແມ່ນໄລຍະ 18 ໂມງ ຫາ 23 ໂມງ.

No description available.

ເພື່ອປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ, ພະແນກຕຳຫຼວດຈະລາຈອນ ຈຶ່ງມີແຜນການເຄື່ອນໄຫວໂຄສະນາ-ເຜີຍແຜ່ ຕາມບ້ານ, ໂຮງຮຽນ ແລະ ຕັ້ງຈຸດກວດກາຕະຫຼອດ 24 ຊົ່ວໂມງ, ກວດກາພາຫະນະ, ຈັບຄວາມໄວ, ກວດກາຜູ້ຂັບຂີ່, ກວດກາເອກະສານລົດ. ເຊິ່ງກຳນົດເວລາເຮັດທົດລອງແມ່ນ 10 ວັນ, ເລີ່ມແຕ່ວັນທີ 5 ເມສາເປັນຕົ້ນມາ.

ໂດຍ: ວາລະສານປ້ອງກັນຄວາມສະຫງົບ