ທີມຊາດຍິງລາວ ຮຽກ 43 ນັກເຕະຮ່ວມຝຶກຊ້ອມ ກຽມພ້ອມໃສ່ຊີເກມ 2023

111

ຄວາມເຄື່ອນໄຫວຂອງ ທີມຊາດຍິງ ລາວ ຊຸດໃຫຍ່ ກຽມເຂົ້າຮ່ວມງານມະຫາກໍາກີລາ ຊີເກມ ຄັ້ງທີ 32 ຢູ່ທີ່ປະເທດ ກຳປູເຈຍ ຫຼ້າສຸດໄດ້ເອີ້ນນັກເຕະ 43 ຄົນມາຮ່ວມຝຶກຊ້ອມຢ່າງເປັນທາງການ ໂດຍຫຼ້າສຸດວັນທີ 10 ເມສາ 2023 ໄດ້ມີການຝຶກຊ້ອມ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ສໍາລັບ ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ກຳປູເຈຍ, ໄທ ແລະ ສິງກະໂປ ເຊິ່ງທຸກໆນັດກຸ່ມ B ແມ່ນຈະແຂ່ງຂັນຢູ່ທີ່ສະໜາມ Smart RSN Stadium ປະເທດກໍາປູເຈຍ ໂດຍຕາຕະລາງການແຂ່ງຂັນມີດັ່ງນີ້:
– 03/05/2023 ເວລາ 19:30 ໂມງ ກຳປູເຈຍ ພົບ ລາວ
– 06/05/2023 ເວລາ 15:30 ໂມງ ລາວ ພົບ ໄທ
– 09/05/2023 ເວລາ 15:30 ໂມງ ສິງກະໂປ ພົບ ລາວ

ສຳລັບຫົວໜ້າຄູຝຶກ ທີມຊາດຍິງ ລາວ ແມ່ນ ທ່ານ Mohammad Herman B Zailani ຈາກປະເທດສິງກະໂປ ສ່ວນນັກກີລາທີ່ຮ່ວມຄັດເລືອກມີລາຍຊື່ດັ່ງລຸ່ມນີ້:
+ຜູ້ຮັກສາປະຕູ
1.ນາງ ບັງອອນ ພອນໄຊ ຈາກນະຄອນຫຼວງ
2.ນາງ ພັດທະລາວະດີ ສໍໂພທິຣາຊ ຈາກສະຫວັນນະເຂດ
3.ນາງ ຕາມົນ ສຸກທິວົງ ຈາກນະຄອນຫຼວງ
4.ນາງ ປານິຕາ ລາດສະວົງ ຈາກຈຳປາສັກ
5.ນາງ ລີ່ນ້າ ລັດສະໝີ ຈາກຫຼວງພະບາງ

+ກອງຫຼັງ
6.ນາງ ສາຍສະມອນ ອິນທະພອນ ຈາກນະຄອນຫຼວງ
7.ນາງ ວິລີນທອນ ວົງແສງທອງ ຈາກນະຄອນຫຼວງ
8.ນາງ ດາລາວອນ ສໍພາບມີໄຊ ຈາກນະຄອນຫຼວງ
9.ນາງ ຫຼ້ານ້ອຍ ວົງສິງຄຳ ຈາກຫຼວງພະບາງ
10.ນາງ ທິບປະກອນ ສີວົງລາດ ຈາກນະຄອນຫຼວງ
11.ນາງ ປານັດດາ ໂພທິສານ ຈາກສະຫວັນນະເຂດ
12.ນາງ ວິໄລວັນ ປັນຍານຸວົງ ຈາກນະຄອນຫຼວງ
13.ນາງ ກະເຕັນ ວົງສະຫວັນ ຈາກຊຽງຂວາງ
14.ນາງ ຫຼິງ ມະນີວັນ ຈາກຊຽງຊວາງ
15.ນາງ ກາເຫວົາ ວົງພະຈັນ ຈາກນະຄອນຫຼວງ
16.ນາງ ໂບລີ້ງ ຈາກນະຄອນຫຼວງ
17.ນາງ ຕ່າຍ ລາດສະວົງ ຈາກ ນະຄອນຫຼວງ
18.ນາງ ບຸດສະບາ ສຸດທາວິໄລ ຈາກຈຳປາສັກ
19.ນາງ ນິຊາ ສຸລາລຸ ຈາກນະຄອນຫຼວງ

+ກອງກາງ:
20.ນາງ ອະນຸຕາ ຈັນທິທອງ ຈາກສະໂມສອນ ຊ້າງນ້ອຍ
21.ນາງ ອິນທິດາ ຄູນສີ ຈາກນະຄອນຫຼວງ
22.ນາງ ແສງເດືອນ ພົງໄພລັດ ຈາກຊຽງຂວາງ
23.ນາງ ເກມມີ້ ພັດດາລາ ຈາກຊຽງຂວາງ
24.ນາງ ພິມພາ ທອງສະຫວ່າງ ຈາກສະຫວັນນະເຂດ
25.ນາງ ໃຈຄຳ ຈາກຊຽງຂວາງ
26.ນາງ ອາພັດສະລາ ຈັນທະວົງໄຊ ຈາກສະໂມສອນ ຊ້າງນ້ອຍ
27.ນາງ ຄຳຫຼ້າ ແກ້ວມະນີ ຈາກວຽງຈັນ
28.ນາງ ສີສະອາດ ອຳໄພລາດ ຈາກຈຳປາສັກ
29.ນາງ ຈິນດາ ສີຫາລາດ ຈາກຫຼວງພະບາງ
30.ນາງ ປຸ້ຍ ໄຊຍະຊວງ ຈາກສະຫວັນນະເຂດ
31.ນາງ ພຸດສະດີ ຫຼວງອາມາດ ຈາກນະຄອນຫຼວງ
32.ນາງ ປ້ອງ ແກ້ວສະຫວ່າງ ຈາກຈໍາປາສັກ
33.ນາງ ຫັດລືໄທ ທຳມະວົງສາ ຈາກຈຳປາສັກ
34.ນາງ ຄອນສະຫວັນ ວົງຄຳແກ້ວ ຈາກຈຳປາສັກ
35.ນາງ ສິນລະຄອນ ບຸນມາລີ ຈາກຫຼວງພະບາງ

+ກອງໜ້າ:
36.ນາງ ແກ້ມມີ້ ອຸດົມສຸກ ຈາກນະຄອນຫຼວງ
37.ນາງ ແມັກຈັນທາ ພິມມະສອນ ຈາກຊຽງຂວາງ
38.ນາງ ຫຼິວ ຟອງສະໝຸດ ຈາກສະຫວັນນະເຂດ
39.ນາງ ລິຕ້າ ຈາກຫຼວງພະບາງ
40.ນາງ ພະນິກອນ ວັນນະລາ ຈາກນະຄອນຫຼວງ
41.ນາງ ພອນທິບ ພົມມະຈັນ ຈາກສະຫວັນນະເຂດ
42.ນາງ ປ່າດີ້ ວາງ ຈາກນະຄອນຫຼວງ
43.ນາງ ລັດດາ ວໍລະຈິດ ຈາກຈຳປາສັກ
ໂດຍ: ສະຫະພັນບານເຕະແຫ່ງຊາດລາວ