ທີມຊາດລາວ ປະກາດ 25 ນັກເຕະຊຸດຊີເກມ ມີນັກເຕະຕ່າງປະເທດເຊື້ອສາຍລາວເຖິງ 3 ຄົນ

463

ຖືວ່າ ທີມຊາດລາວ ອາຍຸບໍ່ເກີນ 22 ປີຈັດໜັກ ດືງນັກເຕະຕ່າງປະເທດເຊື້ອສາຍລາວ ເຖິງ 3 ຄົນມາຮ່ວມທີມ ເພື່ອກຽມຄວາມພ້ອມໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ຫຼັງຈາກທີ່ຫຼ້າສຸດປະກາດ 25 ລາຍຊື່ນັກເຕະ ເດີນທາງໄປຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ ໃນລະຫວ່າງວັນທີ 11-25 ເມສາ 2023.
ທີມຊາດລາວ ຊຸດຊີເກມ ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ໄດ້ປະກາດລາຍຊື່ນັກກີລາ ນັກກິລາ 25 ຄົນ ດັ່ງນີ້:
+ຜູ້ຮັກປະຕູ:
– ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ເອສະຣາ
– ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ
– ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ

+ກອງຫຼັງ:
– ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)
– ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
– ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
– ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ
– ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7
– ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ
– ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ
– ພຸດທະລັກ ທອງສະນິດ ຈາກ ສະໂມສອນ ເອສະຣາ
– ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ

+ກອງກາງ:
– ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ)
– ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
– ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
– ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນ ເອສະຣາ
– ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
– ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7
– ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ

+ກອງຫນ້າ
– ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ ສະໂມສອນ Montceau (ລີກ ລະດັບ4 ຂອງຝຣັ່ງ),
– ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
– ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7
– ອາທິດ ຫລວງລາດ ຈາກ ສະໂມສອນ ເອສະຣາ
– ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
– ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ຳທາ

ສໍາລັບ ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
– ວັນທີ 30/04/2023 ເວລາ 19:00 ໂມງ ຫວຽດນາມ ພົບ ລາວ
– ວັນທີ 03/05/2023 ເວລາ 19:00 ໂມງ ມາເລເຊຍ ພົບ ລາວ
– ວັນທີ 06/05/2023 ເວລາ 19:00 ໂມງ ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ໂມງ ລາວ ພົບ ໄທ
ໂດຍ: Larh Creator; ຮູບຈາກ: ສຕລ