ຮູ້ຈັກໝວກກັນກະທົບໃຫ້ຫຼາຍຂຶ້ນ

53

ການໃສ່ໝວກກັນກະທົບໃນເວລາຂັບຂີ່ລົດຈັກ ຍັງເປັນມາດຕະການໜຶ່ງທີ່ສໍາຄັນສຸດທີ່ເຈົ້າໜ້າທີ່ກ່ຽວຂ້ອງເນັ້ນໜັກໃຫ້ຜູ້ຂັບຂີ່ລົດຈັກເອົາໃຈໃສ່ປະຕິບັດໃຫ້ເປັນນິດໄສ ເພື່ອຫຼຸດຜ່ອນການກະທົບຫົວຢ່າງຮຸນແຮງໃນເວລາເກີດອຸບັດເຫດ ເນື່ອງຈາກໃນໄລຍະຜ່ານມາມີນັກຂັບຂີ່ຈໍານວນບໍ່ໜ້ອຍເສຍຊີວິດ ຍ້ອນຖືເບົາບໍ່ໃສ່ໝວກກັນກະທົບ.

ໄລຍະຜ່ານມາກໍຄືປັດຈຸບັນ ມີຫຼາຍໆຄົນໃນສັງຄົມ ຕັ້ງຄໍາຖາມວ່າເປັນຫຍັງຈຶ່ງຕ້ອງໃສ່ ໝວກກັນກະທົບເວລາຂັບຂີ່ລົດຈັກ, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ພະຍາຍາມດ້ວຍຫຼາຍຮູບແບບ ເພື່ອໂຄສະນາພ້ອມທັງໃຫ້ຄວາມຮູ້ແກ່ນັກຂັບຂີ່ ກ່ຽວກັບຄວາມຈໍາເປັນຂອງການໃສ່ໝວກກັນກະທົບ ຍ້ອນໝວກກັນກະທົບຖືກອອກແບບຂຶ້ນມາໃຫ້ຮັບແຮງກະທົບ ແລະ ຫຼຸດຜ່ອນຄວາມຮຸນແຮງ
ຈາກການເກີດອຸບັດເຫດ ແທນທີ່ຈະເອົາຫົວໄປຕໍາ ຫຼື ກະທົບໃສ່ວັດຖຸທີ່ແຂງໂດຍກົງ ກໍກາຍເປັນການຕໍາວັດຖຸທີ່ຖືກອອກແບບໃນໝວກກັນກະທົບແທນ. ການໃສ່ໝວກກັນກະທົບໃນເວລາທີ່ຂັບຂີ່ລົດ ມີປະໂຫຍດກັບຜູ້ຂັບຂີ່ທັງດ້ານຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ການໃສ່ໝວກກັນກະທົບບໍ່ໄດ້ປິດບັງສາຍຕາໃນເວລາຂັບຂີ່ ເພາະວ່າປົກກະຕິຜູ້ຂັບຂີ່ຈະແນມເຫັນບໍ່ເກີນ 105 ອົງສາ. ໝວກກັນກະທົບບໍ່ໄດ້ເຮັດໃຫ້ການໄດ້ຍິນເປັນບັນຫາ ເນື່ອງຈາກເປືອກນອກບໍລິເວນຫູຈະມີການເຈາະຮູສໍາລັບການໄດ້ຍິນ ແລະ ໄດ້ຜ່ານມາດຕະຖານການກວດສອບວ່າບໍ່ກີດຂວາງການໄດ້ຍິນ. ນອກຈາກນີ້ຜົນການວິໄຈ ບໍ່ພົບວ່າໝວກກັນກະທົບເຮັດໃຫ້ເກີດອາການບາດເຈັບ ຫຼື ເປັນສາເຫດໃຫ້ກະດູກຄໍຫັກ.

ສໍາລັບການເລືອກຊື້ໝວກກັນກະທົບຂອງນັກຂັບຂີ່ຕ້ອງເລືອກຊື້ໝວກທີ່ມີຄວາມແຂງແກ່ນທົນທານຕໍ່ຜູ້ຂັບຂີ່ ແລະ ຜູ້ນັ່ງຊ້ອນທ້າຍລົດ, ຊື້ໝວກກັນກະທົບທີ່ສາມາດປ້ອງກັນຫົວໄດ້ທັງໝົດ ເພື່ອຄວາມປອດໄພ, ຕ້ອງເລືອກຊື້ໝວກກັນກະທົບທີ່ສາມາດແນມເຫັນໄດ້ຢ່າງຈະແຈ້ງ ແລະ ຕ້ອງໝັ່ນອະນາໄມ ເຮັດ ຄວາມສະອາດບໍລິເວນແວ່ນດ້ານໜ້າຂອງໝວກກັນກະທົບ, ບໍ່ຄວນເຮັດໃຫ້ໝວກກັນກະທົບແຕກ ຫຼື ຖ້າມີການແຕກຫັກໃຫ້ຮີບຮ້ອນປ່ຽນໜ່ວຍໃໝ່ທັນທີ ເຊິ່ງໝວກກັນກະທົບແຕ່ລະໜ່ວຍຈະມີອາຍຸການໃຊ້ງານແຕ່ 3 ຫາ 5 ປີ ແລະ ໝວກກັນກະທົບທີ່ດີ ຕ້ອງໝັ່ນເຊັດອະນາໄມແກ້ວແວ່ນຂອງໝວກ, ເວລາໃສ່ຕ້ອງຮັດສາຍຂອງໝວກໃຫ້ຕິດກັບຄາງຢ່າງພໍດີທຸກຄັ້ງ ເພື່ອປ້ອງກັນການຫຼຸດອອກຈາກຫົວໃນເວລາເກີດອຸບັດເຫດ.