ລົງນາມສອງເອກະສານການຮ່ວມມື ລະຫວ່າງການຢ້ຽມຢາມ ສປປ ລາວຂອງປະທານປະເທດຫວຽດນາມ

114

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະ ຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ ແລະ ຫວຽດ ນາມ.

May be an image of 2 people
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ທໍານຽບປະທານປະເທດ ໃນຕອນເຊົ້າຂອງວັນທີ 10 ເມສາ 2023. ພາຍຫຼັງສໍາເລັດພິທີຕ້ອນຮັບ ກໍ່ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ປະ ທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ, ປະທານປະ ເທດ ແຫ່ງ ສສ ຫວຽດນາມ.

May be an image of 4 people

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະ ກິດ-ສັງຄົມ ພາຍໃນປະເທດໂດຍຫຍໍ້ໃຫ້ກັນຊາບ, ໄດ້ພ້ອມກັນຕີລາຄາການພົວ ພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດສະ ໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ, ສຶກສາ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງປະເທດເປັນຢ່າງດີ.

May be an image of 8 people
ພ້ອມດຽວກັນນີ້, ສອງປະທານປະເທດ ລາວ-ຫວຽດນາມ ກໍ່ໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາການຕົກລົງ, ຂໍ້ຕົກລົງຂອງການນໍາຂັ້ນສູງ ສອງປະເທດ ກໍ່ຄື ຂອງບັນດາກະຊວງ, ຂະແໜງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ, ໂດຍສະ ເພາະແມ່ນຜົນກອງປະຊຸມສອງກົມການເມືອງ ແລະ ຂໍ້ຕົກລົງຂອງສອງຄະນະກໍາມະການຮ່ວມມື; ພ້ອມກັນກວດກາຄືນບັນດາສັນຍາຮ່ວມມືໃນຂົງເຂດຕ່າງໆ ເພື່ອປັບປຸງຄືນໃຫ້ແທດເໝາະກັບສະ ພາບການໃໝ່; ເພີ່ມທະວີການຮ່ວມມືດ້ານການເມືອງ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ, ເອົາໃຈໃສ່ປະສານສົມທົບຮ່ວມມືກັນຢ່າງໃກ້ຊິດ ໃນບັນຫາທີ່ເປັນຍຸດທະສາດຂອງສອງຊາດ, ເສີມຂະ ຫຍາຍການໄປມາຫາສູ່ ກໍ່ຄື ການພົບປະກັນຢ່າງເປັນປົກກະຕິຂອງການນໍາຂັ້ນສູງ ທັງສາຍພັກ, ສາຍລັດ ແລະ ສາຍອົງການຈັດຕັ້ງມະຫາຊົນ ດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນ ບົນພື້ນຖານປະຢັດ, ລວມສູນ, ຫຼີກລ່ຽງການທັບຊ້ອນ.

May be an image of 7 people
ພາຍຫຼັງສໍາເລັດການພົບປະ, ສອງສະ ຫາຍ ປະທານປະເທດ ລາວ-ຫວຽດນາມ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ໃນຂົງເຂດເຕັກໂນໂລຊີ ແລະ ນະວັດຕະກໍາ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ, ແລະ 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂົງເຂດວິທະ ຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ.

May be an image of 3 people
ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ