ຊາອຸດິດ ອາຣັບບີ ອະນຸມັດເງິນກູ້ 240 ລ້ານໂດລາ ໃຫ້ປາກິດສະຖານ

56

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 9 ເມສາຜ່ານມາວ່າ: ຊາອຸດິດ ອາຣັບບີ ໄດ້ອະນຸມັດເງິນກູ້ ຈຳນວນ 240 ລ້ານໂດລາສະຫະລັດ ເພື່ອປ່ອຍກູ້ໃຫ້ປາກິດສະຖານ ເພື່ອເປັນທຶນສົມທົບໃນໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳແຫ່ງໜຶ່ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປາກິດສະຖານ.

ไม่มีคำอธิบายรูปภาพ

ກະຊວງກິດຈະການເສດຖະກິດຂອງປາກິດສະຖານ ໄດ້ອອກຖະແຫຼງການວ່າ: ໂຄງການດັ່ງກ່າວຈະປະກອບສ່ວນສຳຄັນໃນການສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ປາກິດສະຖານ ລວມທັງຄວາມຍືນຍົງຂອງພາກການກະເສດ ແລະ ນ້ຳດື່ມ ນ້ຳໃຊ້ ແລະ ຊ່ວຍຟື້ນຟູຄວາມເສຍຫາຍຈາກອຸທົກກະໄພຄັ້ງຮ້າຍແຮງຂອງປະກິດສະຖານທີ່ເກີດຂຶ້ນເມື່ອປີຜ່ານມາ ເຊິ່ງໂຄງການດັ່ງກ່າວມີກຳລັງຕິດຕັ້ງປະມານ 800 ເມກາວັດ.

ไม่มีคำอธิบายรูปภาพ

ລາຍງານລະບຸວ່າ: ໂຄງການດັ່ງກ່າວ ຈະເປັນອ່າງກັກເກັບນ້ຳຂະໜາດໃຫຍ່ ເພື່ອສະໜັບສະໜູນການຜະລິດກະສິກຳ ໃນເນື້ອທີ່ທັງໝົດປະມານ 9.227 ເຮັກຕາ ຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປາກິດສະຖານ.