ອິນໂດເນເຊຍ ຈະນໍາເຂົ້າ ເຂົ້າສານ 2 ລ້ານໂຕນ ໃນທ້າຍປີນີ້

29

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ໄດ້ປະກາດວ່າ ອິນໂດເນເຊຍ ຈະນໍາເຂົ້າ ເຂົ້າສານ 2 ລ້ານໂຕນໃນທ້າຍປີນີ້ ເພື່ອກຽມຮັບມືກັບໄພແຫ້ງແລ້ງ ເຊິ່ງຈະເປີດໂອກາດແກ່ຫວຽດນາມ ສົ່ງອອກເຂົ້າເພີ່ມຂຶ້ນ ເພາະອິນໂດເນເຊຍ ເປັນຕະຫຼາດນໍາເຂົ້າລາຍໃຫຍ່ອັນດັບ 3 ຂອງຫວຽດນາມ.

อาจเป็นรูปภาพของ 1 คน

ການນໍາເຂົ້າ ເຂົ້າສານ ແມ່ນເພື່ອຮັບປະກັນຄັງສໍາຮອງເຂົ້າ ຂອງອົງການຂົນສົ່ງຂອງປະເທດ ແລະ ຮັກສາລາຄາເຂົ້າພາຍໃນໃຫ້ໝັ້ນຄົງ ເພາະປາກົດການເອລນິນໂຍ ( El Nino) ເຊິ່ງແມ່ນການປັ່ນປ່ວນຂອງສະພາບອາກາດ ຈະເຮັດໃຫ້ໄພແຫ້ງແລ້ງຢູ່ອິນໂດເນຍເຊຍແກ່ຍາວ ແລະ ສົ່ງຜົນກະທົບເຖິງການຜະລິດເຂົ້າໃນປະເທດ.

ໃນປະເທດອິນໂດເນເຊຍ, ການເກັບກ່ຽວເຂົ້າ ນັບແຕ່ເດືອນມີນາ ຫາ ເດືອນພຶດສະພາ ແມ່ນເປັນພືດບຸລິມະສິດໃນການຊື້ເຂົ້າສໍາຮອງພາຍໃນປະເທດ, ແຕ່ຍັງບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນຫຼາຍກວ່າ 270 ລ້ານຄົນ. ຕາມແຜນການແລ້ວ, ເຂົ້າສານທີ່ນໍາເຂົ້າຊຸດທໍາອິດແມ່ນ 500.000 ໂຕນ ເຊິ່ງຜູ້ສົ່ງອອກຈະຂົນສົ່ງສິນຄ້າດັ່ງກ່າວມາເຖິງອິນໂດເນເຊຍໃນໄວໆນີ້.

ການນໍາເຂົ້າ ເຂົ້າສານຂອງອິນໂດເນເຊຍ ແມ່ນຖືເປັນໂອກາດໃຫ້ການສົ່ງອອກເຂົ້າສານຂອງຫວຽດນາມ. ລາຍງານລະບຸວ່າ ໃນ 2 ເດືອນຕົ້ນປີ, ປະເທດອິນໂດເນເຊຍ ໄດ້ນໍາເຂົ້າສານຈາກຫວຽດນາມ 140 ພັນກວ່າໂຕນ ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ອິນໂດເນເຊຍ ກໍເປັນຕະຫຼາດນໍາເຂົ້າ ເຂົ້າສານລາຍໃຫຍ່ ເປັນອັນດັບ 3 ຂອງຫວຽດນາມ ຮອງຈາກ ຟີລິບປິນ ແລະ ຈີນ.