ວິທີແກ້ໄຂບັນຫາຜົມແຫ້ງເສຍຈາກການຍ້ອມສີຜົມ

43

1. ຢຸດການໃຊ້ຄວາມຮ້ອນກັບເສັ້ນຜົມ: ໃນໄລຍະເວລາທີ່ຜົມແຫ້ງເສຍ ເຮົາຄວນຢຸດໃຊ້ ຄວາມຮ້ອນຈາກອຸປະກອນຕ່າງໆກັບເສັ້ນຜົມ ຫຼື ໃຫ້ຢຸດໃຊ້ເລີຍປະມານ 1 ເດືອນ ເພາະການຟອກສີຜົມຈະທໍາລາຍກົດໄຂມັນຕາມທໍາມະຊາດ ເຮັດໃຫ້ຜົມທີ່ບອບບາງຢູ່ແລ້ວໄດ້ຮັບ ຄວາມເສຍຫາຍເພີ່ມຂຶ້ນອີກ ຫຼື ຖ້າຈໍາເປັນຕ້ອງເສີມສວຍຜົມດ້ວຍຄວາມຮ້ອນ ແນະນໍາໃຫ້ໃຊ້ຜະລິດຕະພັນທີ່ມີສ່ວນຊ່ວຍປ້ອງກັນຄວາມຮ້ອນເສັ້ນຜົມກ່ອນ.

ນອກຈາກຄວາມຮ້ອນຈາກອຸປະກອນຕົກແຕ່ງແລ້ວ ຄວາມຮ້ອນຈາກແສງແດດກໍມີສ່ວນຊ່ວຍທໍາລາຍເສັ້ນຜົມດັ່ງນັ້ນເຮົາຄວນປົກປ້ອງເສັ້ນຜົມຈາກແສງແດດດ້ວຍການຫຼີກລ່ຽງແສງແດດ ຫຼື ໃສ່ໝວກເວລາອອກແດດ, ລວມທັງການຫຼີກລ່ຽງການສະຜົມດ້ວຍນໍ້າຮ້ອນເກີນໄປ ຈະເຮັດໃຫ້ຜົມເສຍຄວາມຊຸ່ມ ແລະ ຊີ້ຟູ.
2.ໃຊ້ຜ້າແພໄມໂຄໄຟເບີເຊັດຜົມ: ຫຼັງຈາກສະຜົມແລ້ວໃຫ້ໃຊ້ແພໄມໂຄໄຟເບີເຊັດຜົມເພາະແພຊະນິດນີ້ມີຄວາມອ່ອນໂຍນກວ່າຜ້າຂົນໜູຈະຊ່ວຍຫຼຸດແຮງສຽດສີໄດ້ເຮັດໃຫ້ເສັ້ນຜົມບໍ່ຊີ້ຟູ, ຈັດຊົງງ່າຍຂຶ້ນ.

3. ໃຊ້ຜະລິດຕະພັນເພື່ອປົກປ້ອງ ແລະ ບໍາລຸງເສັ້ນຜົມ: ຖ້າຜົມແຫ້ງເສຍຕ້ອງໄດ້ຮັບການບໍາລຸງບໍ່ຕ່າງຈາກໜ້າຂອງເຮົາ ການເຮັດສີຜົມ ຫຼື ການໃຊ້ເຄມີຕ່າງໆກັບເສັ້ນຜົມຈະເຮັດໃຫ້ໜັງຫົວເຮົາໄດ້ຮັບຄວາມເສຍຫາຍ ຖ້າໜັງຫົວມີສຸຂະພາບດີ ເສັ້ນຜົມກໍຈະດີຕາມ ດັ່ງນັ້ນແນະນໍາໃຫ້ໃຊ້ທຣີດເມັ້ນທີ່ມີນໍ້າມັນທໍາມະຊາດເພື່ອຄືນຄວາມຊຸ່ມທີ່ສູນເສຍໄປ ພ້ອມທັງການນວດໜັງຫົວໄປນໍາກໍຈະຊ່ວຍໃຫ້ດີຂຶ້ນ.
ນອກຈາກນັ້ນ, ຄວນມາກເສັ້ນຜົມເປັນປະຈໍາທຸກໆອາທິດ ໂດຍສະເພາະແມ່ນປາຍຜົມທີ່ແຫ້ງເສຍຈາກການເຮັດສີຜົມ ແລະ ບໍ່ລຸງຕໍ່ດ້ວຍມອຍເຈີໄລ້ເຊລໍ້າ ຫຼື ນໍ້າມັນຜົມ ຈະຊ່ວຍປັບເສັ້ນຜົມ ແລະ ຄືນຄວາມງາມໃຫ້ເສັ້ນຜົມອີກດ້ວຍ.

4. ຢຸດເຮັດສີຜົມ ຫຼື ຟອກຜົມຊໍ້າ ຫຼັງຈາກຟອກ ຫຼື ເຮັດສີຜົມມາແລ້ວບໍ່ຄວນເຮັດຕິດຕໍ່ກັນກັນອີກໃນເວລາໃກ້ຄຽງກັນເພາະຈະຍິ່ງທໍາລາຍເສັ້ນຜົມເພີ່ມຂຶ້ນ ແລະ ຄວນຢຸດເຊົາການເຮັດເຄມີເສັ້ນຜົມບໍ່ວ່າຈະເປັນການດັດ, ຢືດ… ຫຼັງຈາກຍ້ອມຜົມຄວນປ່ອຍໃຫ້ເວລາຜ່ານໄປ 1 – 2 ເດືອນ ເພື່ອໃຫ້ເສັ້ນຜົມຂອງເຮົາໄດ້ຮັບການຟື້ນຟູໃໝ່.
5. ເລັມ ຫຼື ສອຍເສັ້ນຜົມເປັນປະຈໍາ: ການເຮັດສີຜົມ, ຟອກສີຜົມສົ່ງຜົນເຮັດໃຫ້ຜົມແຫ້ງ ແລະ ແຕກປາຍ ເຊິ່ງການເລັມ ຫຼື ສອຍຈະຊ່ວຍຫຼຸດຜົມແຕກປາຍ ໂດຍແນະນໍາໃຫ້ເລັມທຸກໆ 6 – 12 ອາທິດ ຫຼື ອາດຈະທຸກໆ 3 – 4 ເດືອນ ເຊິ່ງການເລັມຜົມເປັນປະຈໍາຈະຊ່ວຍຮັກສາສຸຂະພາບໃຫ້ດີຢູ່ສະເໜີ.
[ ຂໍ້ມູນຈາກ: Trueid ]