ເອາະໄກ່ລາດ ໃສ່ໜໍ່ໄມ້ສົ້ມ ອາຫານຄູ່ໃຈຄົນລາວ

50

ເມນູເອາະໄກ່ລາດ ເປັນເມນູທີ່ຄົນລາວເຮົາມັກເຮັດກິນ ແລະ ເປັນອາຫານທີ່ຕິດພັນກັບຄົນລາວເຮົາ ເອາະໄກ່ ເອາະໃສ່ຫຍັງກໍແຊບ ເນື່ອງຈາກໄກ່ລາດຊີ້ນຈະແຊບ ແລະ ແໜ້ນດີ, ດັ່ງນັ້ນເອາະໃສ່ຫຍັງກໍໄດ້. ແຕ່ມື້ນີ້ຄໍລຳອາຫານຈະມາແນະນຳເມນູເອາະໄກ່ລາດ ໃສ່ໜໍ່ໄມ້ສົ້ມ.

▶ ວັດຖຸດິບ:
– ໄກ່ລາດ 1 ໂຕ ( ຕັດຕ່ອນຕາມໃຈ ).
– ຫົວຜັກທຽມ 4 – 5 ກີບ.
– ຫົມຜັກບົ່ວ 4 – 5 ຫົວ.
– ເຂົ້າເບືອ 1 ກຳມື ( ຕຳໃຫ້ມຸ່ນລະອຽດ).
– ໝາກເຜັດແຫ້ງ ປະມານ 5 – 7 ໜ່ວຍ ຫຼື ຕາມໃຈມັກເຜັດ.
– ເກືອ ເຄິ່ງບ່ວງແກງ.
– ນໍ້າປາ ຫຼື ປາແດກ ກໍໄດ້.
– ແປ້ງນົວ 1 – 2 ບ່ວງຊາ.
– ນໍ້າສະອາດ 1 ລິດ.
– ໜໍ່ໄມ້ສົ້ມ ປະມານ 3 ຂີດ.
– ຫົວສີໃຄ 2 ຫົວ.
– ນໍ້າມັນພືດ 1 ບ່ວງແກງ.
– ຫອມບົ່ວ, ບົວລະພາ, ຫອມເປ ແລ້ວແຕ່ຜູ້ມັກ.

▶ວິທີເຮັດ: ຕຳຫົວຫອມ, ຫົວສີໃຄ, ໝາກເຜັດໃຫ້ລະອຽດ. ຈາກນັ້ນຄ້າງໝໍ້ຂຶ້ນເຮັດໄຟປານກາງ ເທນໍ້າມັນລົງ ຕາມດ້ວຍເຄື່ອງທີ່ຕຳ ຂົ້ວໃຫ້ຫອມແລ້ວເອົາຕ່ອນໄກ່ລົງຂົ້ວໃຫ້ສຸກໝາດແລ້ວຕື່ມນໍ້າລົງໄປໃຫ້ຖ້ວມຕ່ອນໄກ່ ຈາກນັ້ນກໍຕື່ມເກືອ, ແປ້ງນົວ, ໜໍ່ໄມ້ສົ້ມ ( ຖ້າສົ້ມຫຼາຍກໍສາມາດລ້າງອອກໄດ້ ) ລົງໝໍ້ ຕົ້ມຈົນໃຫ້ໄກ່ ແລະ ໜໍ່ໄມ້ສົ້ມສຸກ, ຈາກນັ້ນກໍຕື່ມເຂົ້າເບືອລົງໄປຄົນໃຫ້ເຂົ້າເບືອສຸກ ຈາກນັ້ນກໍຊີມລົດຊາດປຸງລົດດ້ວຍນໍ້າປາ ຫຼື ປາແດກ ຖ້າພໍດີແລ້ວກໍເອົາຫອມທີ່ຊອຍກຽມໄວ້ລົງໄປຄົນໆໃຫ້ເຂົ້າກັນ ເທົ່ານີ້ທ່ານກໍຈະໄດ້ເອາະໄກ່ໃສ່ໜໍ່ໄມ້ສົ້ມແຊບໆກິນແລ້ວ.
[ໂດຍ: ນົກແຕນແວນ]