ງາມແທ້ເດ! ລູກສາວພະຍາກະບິນລະພົມ ແຫ່ງນະຄອນ ໄກສອນ ພົມວິຫານ

153

ງົດງາມແທ້ເດ! ນາງສັງຂານນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ປະຈຳປີ ພສ 2566 ຄສ 2023 ເຊິ່ງໄດ້ນ້ອງຄົນນີ້ຜູ້ມີທັງຄວາມງາມ ແລະ ຄວາມຮູ້, ຄວາມສາມາດ ພຽບພ້ອມຄຸນສົມບັດຂອງແມ່ຍິງລາວ ນາງ ພອນວິໄລສຸກ ທິລາວົງ ເຊິ່ງເປັນຕົວແທນສາວງາມຈາກບ້ານໂພໄຊ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໝາຍເລກ 1 ນັ້ນເອງ ຄວ້າຕໍາແໜ່ງນາງສັງຂານປະຈໍາປີນີ້ໄປຄອງໄດ້.

ສາວຄົນນີ້ມີຄວາມງົດງາມຕາມແບບສະບັບ ຄວາມງາມທີ່ຊົງຄຸນຄ່າຂອງແມ່ຍິງລາວຍຸກໃໝ່ ໄດ້ແລ້ວລູກສາວພະຍາກະບິນລະພົມ ແຫ່ງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ປະຈຳປີ 2023 ນີ້ ຖືໄດ້ວ່າເປັນການລວມຕົວຂອງສາວງາມແຫ່ງນະຄອນເລີຍກໍວ່າໄດ້ຢູ່ພາຍໃນງານດັ່ງກ່າວ.

ນາງສັງຂານປີນີ້ ໂດຍຜູ້ໄດ້ຮັບຕໍາແໜ່ງຊະນະເລີດໄປຄອບຄອງກໍຄື ນາງ ພອນວິໄລສຸກ ທິລາວົງ ໝາຍເລກ 1 ສ່ວນຮອງຊະນະເລີດ ໄດ້ແກ່ ນາງ ມຸກດາວັນ ນັນທະວົງສາ ໝາຍເລກ 5 ແລະ ຮອງອັນດັບ 2 ໄດ້ແກ່ ນາງ ທິບພະກອນ ສິຣິສັກ ໝາຍເລກ 4 ເອີ້ນໄດ້ວ່າງົດງາມເໝາະສົມທຸກຄົນເລີຍ.

ນ້ອງພອນວິໄລສຸກ ໄດ້ໂພສ ຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງເພື່ອສະແດງຄວາມຂອບໃຈວ່າ: “ ນ້ອງເອງ ນາງ ພອນວິໄລສຸກ ທິຣະວົງ ຂໍຂອບໃຈສຳລັບຕຳແໜ່ງອັນຊົງກຽດ ນາງສັງຂານນະຄອນໄກສອນ ພົມວິຫານ ສະຫວັນນະເຂດ ພສ 2566 ຂອບໃຈມາຍັງທ່ານຄະນະກຳມະການທາງພັກລັດ ແລະ ຜູ້ສະໜັບສະໜູນທຸກພາກສ່ວນ ຂອບໃຈຜູ້ສະໜັບສະໜູນຫຼັກ: ຮ້ານຂາຍເຄື່ອງກອງບຸນຈັນທະຈອນ ທິລາວົງ ແລະ ບໍລິສັດໜູຄຳ ກໍ່ສ້າງ ຂອບໃຈພໍ່ແມ່ ອ້າຍເອື້ອຍນ້ອງໝູ່ເພື່ອນທຸກຄົນທີ່ໃຫ້ກຳລັງໃຈແຮງເຊຍ ແລະ ຂອບໃຈທຸກກຳລັງໃຈທີ່ທຸກຄົນມອບໃຫ້.