ຈົບຮອບຂາໄປ ຊ້າງນ້ອຍ ບຸກໄປບຽດຊະນະ ຫຼວງພະບາງ ໜີຫ່າງອັບດັບ 2 ໄປແລ້ວ 8 ຄະແນນ

94

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ອາທິດທີ 7 ( ນັດສຸດທ້າຍຮອບຂາໄປ ) ແຂ່ງຂັນໃນວັນທີ 8 ເມສາ 2023 ມີເຖິງ 3 ຄູ່ປາກົດວ່າ: ຄູ່ທີ່ສະໜາມແຂວງຫຼວງນໍ້າທາ ນໍ້າທາ ຢູໄນເຕັດ ເປີດບ້ານສະເໝີກັບ ມາສເຕີ 7 ເອັຟຊີ ທີມອັນດັບ 2 ໄປ 2-2, ສ່ວນ ຄູ່ທີສະໜາມກີລາແຫ່ງຊາດ ຫຼັກ 16 ເອສະຣາ ເອັຟຊີ ເປີດບ້ານຖະຫຼົ່ມ ຈໍາປາສັກ ເອັຟຊີ ໄປຂາດລອຍ 8-0. ຂະນະທີ່ ຄູ່ທີ່ສະໜາມກາງມະຫາວິທະຍາໄລແຫ່ງຊາດ ວຽງຈັນ ເອັຟຊີ ເປີດບ້ານເສຍໃຫ້ກັບ ກອງທັບ ເອັຟຊີ 1-3.

ສ່ວນຄູ່ສຸດທ້າຍປະຈໍາອາທິດແຂ່ງຂັນວັນທີ 9 ເມສາ 2023 ທີ່ສະໜາມກີລາແຂວງຫຼວງພະບາງ ເປັນການພົບກັນລະຫວ່າງ ຫຼວງພະບາງ ເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ ຜ່ານການແຂ່ງກັນປາກົດວ່າ: ຊ້າງນ້ອຍ ເອັຟຊີ ໄດ້ປະຕູຂຶ້ນນໍາ 1-0 ຢ່າງໄວວາຈາກການຍິງ CLYDE O’CONNELL ນາທີ 7 ແລະ ກໍເປັນປະຕູໄຊ ເນື່ອງຈາກໄລຍະເວລາທີ່ເຫຼືອບໍ່ມີປະຕູເກີດຂຶ້ນອີກ ຊ້າງນ້ອຍ ເອັຟຊີ ບຽດເອົາຊະນະ 1-0.

ສະຫຼຸບຕາຕະລາງຄະແນນລວມ ເປບຊີ ລາວລີກ 1 ຫຼັງຜ່ານໄປ 7 ອາທິດ ຈົບຮອບຂາໄປ ມີດັ່ງນີ້: ( ເບິ່ງຕາມຮູບລຸ່ມນີ້ )

ຂ່າວ: Larh Creators; ຮູບຈາກ: ສຕລ