ມາແລ້ວຕາຕະລາງແຂ່ງຂັນຂອງ ທີມຊາດລາວ ຍິງ-ຊາຍ ໃນບານເຕະຊາຍຊີເກມ 2023

170

ພາຍຫຼັງທີ່ ສະຫະພັນບານເຕະອາຊຽນ ( AFF ) ຈັດພິທີຈັບສະຫຼາກແບ່ງສາຍ ການແຂ່ງຂັນບານເຕະຊາຍ – ຍິງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຂຶ້ນຢ່າງເປັນທາງການໃນວັນທີ 5 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.

ຫຼ້າສຸດວັນທີ 6 ເມສາ 2023 ຝ່າຍຈັດການແຂ່ງໄດ້ມີການປະກາດຕາຕະລາງການແຂ່ງຂັນຂອງທີມຊາດລາວ ເຊິ່ງຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ 16 ພືດສະພາ 2023 ອອກມາດັ່ງນີ້
+ບານເຕະຊາຍມີຄື: ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍ ເລສເຕ ແລະ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ ໂດຍ ທີມຊາດລາວ ຈະລົງແຂ່ງຂັນທີ່ສະໜາມ Prince Stadium ທັງ 4 ນັດມີດັ່ງນີ້:
– 30/04/2023 ເວລາ 19:00 ໂມງ ຫວຽດນາມ ພົບ ລາວ
– 03/05/2023 ເວລາ 19:00 ໂມງ ມາເລເຊຍ ພົບ ລາວ
– 06/05/2023 ເວລາ 19:00 ໂມງ ລາວ ພົບ ສິງກະໂປ
– 08/05/2023 ເວລາ 16:00 ໂມງ ລາວ ພົບ ໄທ

+ບານເຕະຍິງມີຄື: ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ, ອິນໂດເນເຊຍ ແລະ ມາເລເຊຍ, ສ່ວນ ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະ ສປປ ລາວ ໂດຍການແຂ່ງຂັນບານເຕະຍິງຂອງ ທີມຊາດລາວ ແມ່ນຈະໃຊ້ສະໜາມ Smart RSN Stadium ທັງ 3 ນັດຄື:
– 03/05/2023 ເວລາ 19:30 ໂມງ ກຳປູເຈຍ ພົບ ລາວ
– 06/05/2023 ເວລາ 15:30 ໂມງ ລາວ ພົບ ໄທ
– 09/05/2023 ເວລາ 15:30 ໂມງ ສິງກະໂປ ພົບ ລາວ

ຂ່າວ: Larh Creators; ຮູບຈາກ: ສຕລ