ອັບດັບໂລກຂອງ ທີມຊາດລາວ ຫຼຸດລົງ 1 ອັນດັບຕົກຈາກອັນດັບທີ 187 ຂອງໂລກໄປຢູ່ທີ 188

203

ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດອັນດັບໂລກ ( ຟີຟາ ແຣງກິງ ) ປະຈໍາເດືອນເມສາ 2023 ປາກົດວ່າ: ທີມຊາດອາກຊັງຕິນ ເລື່ອນຂຶ້ນມາເປັນທີ 1 ຂອງໂລກ, ສ່ວນ ທີມຊາດລາວ ທີ່ຫາກໍລົງອຸ່ນເຄື່ອງຕາມປະຕິທິນຂອງຟີຟາ 3 ນັດຊະນະ 1 ແລະ ເສຍ 2 ນັດ ຫຼຸດລົງ 1 ອັນດັບ ຈາກອັນດັບທີ 187 ຂອງໂລກຕົກລົງໄປຢູ່ອັນດັບທີ 188 ຂອງໂລກ ແລະ ຢູ່ອັນດັບທີ 9 ຂອງອາຊຽນໃນເດືອນເມສາ 2023.

ໄປເບິ່ງອັນດັບໂລກທີ່ໜ້າສົນໃຈ:
+5 ອັນດັບທໍາອິດ:
-ອາກຊັງຕິນ ເລື່ອນຈາກອັນດັບທີ 2 ຂຶ້ນມາເປັນທີ 1 ຂອງໂລກ
-ຝຣັ່ງ ເລື່ອນຈາກອັນດັບ 3 ຂຶ້ນມາເປັນທີ 2 ຂອງໂລກ
-ບຣາຊິນ ຕົກຈາກອັນດັບທີ 1 ຂຶ້ນມາເປັນທີ 3 ຂອງໂລກ
-ແບນຊິກ ອັນດັບຄົງທີ 4 ຂອງໂລກ
-ອັງກິດ ອັນດັບຄົງທີ 5 ຂອງໂລກ

+5 ອັນດັບຂອງອາຊີ:
-ຍີ່ປຸ່ນ ອັນດັບ 1 ຂອງອາຊີ ( ອັນດັບ 20 ຂອງໂລກ )
-ອີຣານ ອັນດັບ 2 ຂອງອາຊີ ( ອັນດັບທີ 24 ຂອງໂລກ )
-ສ ເກົາຫຼີ ອັນດັບ 3 ຂອງອາຊີ ( ອັນດັບ 27 ຂອງໂລກ )
-ອົດສະຕຣາລີ ອັນດັບ 4 ຂອງອາຊີ ( ອັນດັບທີ 29 ຂອງໂລກ )
-ອາຣັບບີ ຊາອຸດິດ ອັນດັບ 5 ຂອງອາຊີ ( ອັນດັບທີ 54 ຂອງໂລກ )

+5 ອັນດັບໃນອາຊຽນ ມີິຄຶື:
-ຫວຽດນາມ ອັນດັບທີ 1 ຂອງອາຊຽນ ( ອັນດັບ 95 ຂອງໂລກ )
-ໄທ ອັນດັບ 2 ຂອງອາຊຽນ ( ອັນດັບທີ 114 ຂອງໂລກ )
-ຟິລິບປິນ ອັນດັບທີ 3 ຂອງອາຊຽນ ( ອັນດັບທີ 136 ຂອງໂລກ )
-ມາເລເຊຍ ອັນດັບທີ 4 ຂອງອາຊຽນ ( ອັນດັບທີ 145 ຂອງໂລກ )
-ອິນໂດເນເຊຍ ອັນດັບທີ 5 ຂອງອາຊຽນ ( ອັນດັບທີ 149 ຂອງໂລກ )
-ລາວ ຢູ່ອັນດັບທີ 9 ຂອງອາຊຽນ ( ອັນດັບທີ 188 ຂອງໂລກ )
ຂ່າວ: Larh Creators