ບອກຈຸດພິກັດ ຫຼິ້ນບຸນປີໃໝ່ຢູ່ເມືອງຈັນທະບູລີຫຼາຍກິດຈະກໍາໃຫ້ທ່ານໄດ້ມ່ວນຢ່າງເຕັມອີ່ມ

178

ເວົ້າເຖິງການຫຼິ້ນບຸນປີໃໝ່ຢູ່ນະຄອນຫຼວງວຽງຈັນແລ້ວ ເມືອງຈັນທະບູລີຖືເປັນສູນລວມທີ່ຄືກຄັກຄືກຄື້ນກວ່າຈຸດອື່ນໆ ເພາະທີ່ນີ້ມີທັງວັດວາອາຣາມທີ່ຫຼາກຫຼາຍ, ທາດຊາຍກວ້າງໃຫຍ່ ແຖມບໍລິເວນແຄມຂອງກໍ່ເຂົ້າ-ອອກໄດ້ສະດວກ ຈິ່ງກາຍເປັນຈຸດພິກັດສຳຄັນທີ່ຄົນບໍ່ໄດ້ໄປຕ່າງໄປແຂວງຕ້ອງມາເຊັກອິນ ຫຼື ຄົນຕ່າງແຂວງທີ່ເຂົ້າມາຫຼິ້ນປີໃໝ່ຢູ່ນະຄອນຫຼວງກໍບໍຄວນພາດ.

No photo description available.
ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ.2566 ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ແລະ ເປັນຂະບວນຟົດຟື້ນ ມ່ວນຊື່ນຕາມຮີບຄອງປະເພນີທີ່ເຄີຍປະຕິບັດກັນມາ ແລະ ເພື່ອສ້າງຄວາມສາມັກຄີຮັກແພງ ໂດຍກໍານົດຈຸດຕ່າງໆ ໄວ້ຮອງຮັບ ສຳລັບຈຸດສູນກາງທີ່ໄດ້ກຳນົດໃຫ້ມີການຈັດກິດຈະກຳລວມສູນຄື: ເຂດຄຸ້ມເມືອງເກົ່າວັດຈັນ ໂດຍພິທີທາງສາສະໜາອັງເຊີນພະພຸດທະຮູບລົງຫົດສົງ ຂະບວນແຫ່ພະພຸດທະຮູບມິງເມືອງ, ພິທີໃສ່ບາດ, ພິທີຕົບພະທາດຊາຍ (ຢູ່ຕາມວັດວາອາລາມ) ສ່ວນກິດຈະກຳການທ່ອງທ່ຽວແມ່ນຫລິ້ນນໍ້າຢູ່ຖະໜົນເສດຖາທິລາດ.

No photo description available.

ສະເພາະວາລະການຈັດງານ ວັນທີ 14 ເມສາ ເວລາ 12:30-13:30 ໂມງ ເລີ່ມເຕົ້າໂຮມຂະບວນກິດຈະກຳອັງເຊີນພະພຸດທະຮູບລົງຫົດສົງ ເວລາ 13:00 ໂມງ ທີ່ວັດອິນແປງ ເມືອງ ຈັນທະບູລີ (ເລີ່ມພິທີທາງສາດສະໜາ) ເຊີນສະເພາະພະສົງ, ການຈັດຕັ້ງ, ເຖົ້າແກ່ແນວໂຮມ ເວລາ 14:00 ໂມງ ເລີ່ມພິທີແຫ່ພະພຸດທະຮູບມິ່ງເມືອງ ທີ່ວັດອິນແປງ ຕາມຖະໜົນເສດຖາທິລາດ ຫາ ນໍ້າພຸ ແລ້ວຂຶ້ນມາທາງແຄມຂອງ ຫາ ວັດອິນແປງ ຈະມີກ້ອນກຳລັງປ້າຍຄຳຂວັນ ພະສົງ 66 ອົງ, ລາດສະລົດແຫ່ພະພຸດທະຮູບມິ່ງບ້ານເມືອງ ລົດພາບາສີ ມີພະສົງໃຫຍ່ນັ່ງເທິງ 4 ອົງ, ຂະບວນການຈັດຕັ້ງເຖົ້າແກ່ແນວໂຮມ ນະຄອນຫຼວງວຽງຈັນ, ເມືອງ ບ້ານ, ລົດມະໂຫລີ, ຂະບວນສິນລະປະພິເສດ, ຂະບວນນັກກີລາທີ່ໄດ້ຮັບຫຼຽນຈາກການແຂ່ງຂັນກີລາຊຽງຂວາງເກມ ແລະ ອົງການຈັດຕັ້ງມະຫາຊົນ.

No photo description available.
ນອກຈາກຈຸດສູນກາງແລ້ວ ຍັງມີອີກຈຸດໜຶ່ງ ເຊິ່ງອຳນາດການປົກຄອງບ້ານຫາຍໂສກ ບ້ານອານຸ ແລະ ບ້ານມີໄຊ ຈັດກິດຈະກຳຕ່າງໆຂຶ້ນທີ່ຖະໝົນແຫ່ງບຸນ ເມືອງຈັນທະບູລີ ເຊິ່ງເລີ່ມແຕ່ວັນທີ 14-16 ເມສາ 2023 ກິດຈະກຳປະກອບມີພິທີຕັກບາດໃນຕອນເຊົ້າວັນທີ 14 ເມສາ 2023 ໂດຍຈະໄດ້ນິມົນ ພຣະອາຈານຈາກ 9 ວັດ ເລີ່ມແຕ່ເວລາ 7:30 ໂມງເປັນຕົ້ນ ໄປ ຈາກນັ້ນ ແມ່ນພິທີບາສີສູ່ຂວັນ-ຜູກແຂນຮັບພອນຈາກພຣະອາຈານ ຫົດສົງຜູ້ອາວຸໂສ ແລະ ນັກ ທ່ອງທ່ຽວ ພ້ອມກັນນີ້ ຍັງມີກິດຈະກຳຖ່າຍຮູບແຕ່ງຊຸດຊົນເຜົ່າຕ່າງໆຈາກທຸກແຂວງທົ່ວປະເທດ ມີການ ແຈກເຄື່ອງທີ່ລະນຶກ ໃຫ້ຜູ້ທີ່ແຕ່ງຊຸດປະເພນີຂອງຊາດລາວທີ່ເຂົ້າມາຮ່ວມໃນງານ ແລະ ມີສະຖານທີ່ບໍລິ ການອາຫານ ແລະ ຂາຍເຄື່ອງຕ່າງໆ.

No photo description available.