ກຸນແຈສຳຄັນທີ່ຈະຮັກສາພະນັກງານໄວ້ຄື “ ການສະໜັບສະໜູນ ແລະ ການສ້າງຄວາມຜູກພັນຕໍ່ອົງກອນ ”

71

ຜູ້ນຳອົງກອນທີ່ປະສົບຄວາມສຳເລັດຈະລະນຶກສະເໝີວ່າ: ຜູ້ມີສັກກະຍະພາບສູງຂອງອົງກອນນັ້ນເຮັດວຽກເພື່ອອົງກອນດ້ວຍຄວາມເຕັມໃຈ ບໍ່ແມ່ນເພາະຖືກບັງຄັບ. ດັ່ງນັ້ນ, ອົງກອນຈຶ່ງຄວນປະຕິບັດຕໍ່ເຂົາເຫຼົ່ານັ້ນເໝືອນເປັນຜູ້ທີ່ທຸ່ມເທ ແລະ ເສຍສະຫຼະຕໍ່ອົງກອນໂດຍບໍ່ໄດ້ຄຳນຶງເຖິງພຽງພາວະຕະຫຼາດທົ່ວໄປເທົ່ານັ້ນ. ເຖິງວ່າຜົນຕອບແທນຢູ່ມັກຈະເປັນປັດໄຈຫຼັກທີ່ພະນັກງານຄຳນຶງເມື່ອກຳລັງພິຈາລະນາວຽກໃໝ່ ແຕ່ກໍຍັງບໍ່ແມ່ນປັດໄຈທີ່ສາມາດຮັກສາຜູ້ມີສັກກະຍະພາບສູງໄດ້ໃນໄລຍະຍາວ ເຖິງຕອນນັ້ນກົນລະຍຸດໃນການຮັກສາບຸກຄະລາກອນຂອງອົງກອນສ່ວນໃຫຍ່ກໍຍັງຄົງມຸ່ງທີ່ຜົນຕອບແທນຢູ່ເຊັ່ນ: ໂບນັດໄລຍະຍາວ, ການໃຫ້ສິດທິຊື້ຮຸ້ນ ແລະ ອື່ນໆ.

ອົງກອນຕ້ອງໃຫ້ຄວາມສຳຄັນກັບການຮັກສາ ແລະ ຈູງໃຈຜູ້ມີສັກກະຍະພາບສູງຂອງອົງກອນໂດຍມຸ່ງເນັ້ນໄປທີ່ 2 ປະເດັນຫຼັກ ຄື: ການເພີ່ມຄວາມຜູກພັນຂອງພະນັກງານທີ່ມີຕໍ່ອົງກອນ ແລະ ປະເດັນການພັດທະນາລະບົບທີ່ສາມາດສະໜັບສະໜູນການເຮັດວຽກຂອງພະນັກງານໃຫ້ມີປະສິດທິພາບຫຼາຍຍິ່ງຂຶ້ນ.

ເພື່ອປູກຝັງຄວາມຜູກພັນທີ່ມີຕໍ່ອົງກອນໃຫ້ຢູ່ໃນລະດັບສູງ ອົງກອນອາດຈະເບິ່ງທາງເລືອກອື່ນນອກຈາກຜົນຕອບແທນໃນຮູບແບບຂອງເງິນໃຫ້ຫຼາຍຂຶ້ນເຊັ່ນ: ໂອກາດການເຕີບໂຕໃນໜ້າທີ່ການງານ, ການມອບໝາຍໜ້າທີ່ການເຮັດວຽກທີ່ມີ ຄວາມສຳຄັນ, ການຝຶກອົບຮົມ, ການໃຫ້ຄຳຊື່ນຊົມ ແລະ ເພື່ອໃຫ້ສິ່ງເຫຼົ່ານີ້ປະສົບຜົນສຳເລັດ, ອົງກອນຄວນສ້າງຄວາມຊັດເຈນໃນການເຊື່ອມໂຍງລະ ຫວ່າງຜົນການປະຕິບັດງານ ແລະ ຜົນຕອບແທນ ລວມທັງຜົນການປະເມີນຕ້ອງສະທ້ອນເຖິງການໃຫ້ຜົນຕອບແທນ ແລະ ຄວາມກ້າວໜ້າໃນອາຊີບວຽກງານ.


ຜົນການວິໄຈຈາກບໍລິສັດໜຶ່ງໄດ້ສະແດງໃຫ້ເຫັນວ່າ ການມີຄວາມຜູກພັນຕໍ່ກັບອົງກອນ ຂອງພະນັກງານພຽງຢ່າງດຽວນັ້ນບໍ່ໄດ້ຊ່ວຍຢືນຢັນຄວາມມີປະສິດທິພາບຂອງອົງກອນ, ເຖິງວ່າອົງກອນຫຼາຍແຫ່ງຈະມີຄວາມຜູກພັນຕໍ່ກັບອົງກອນຂອງພະນັກງານໃນລະດັບສູງ ແຕ່ຜົນການປະຕິບັດງານຂອງອົງກອນກໍຍັງບໍ່ຢູ່ໃນລະດັບທີ່ຄາດຫວັງ ເຖິງວ່າໃນຫຼາຍອົງກອນຈະມີການເຮັດສຳຫຼວດ ກ່ຽວກັບຄວາມຜູກພັນຕໍ່ອົງກອນຂອງພະນັກງານ ແຕ່ກໍພົບຄະແນນຄວາມຜູກພັນນັ້ນຍັງບໍ່ມີການເຊື່ອມໂຍງກັບຜົນການປະຕິບັດງານຂອງອົງກອນ.

ການບໍລິຫານຈັດການຜູ້ມີສັກກະຍະພາບສູງນັ້ນ ຜູ້ນຳຕ້ອງພິຈາລະນາເຖິງຄວາມສາມາດຂອງພະນັກງານທີ່ເໝາະສົມກັບຄຸນສົມບັດທີ່ງານນັ້ນຕ້ອງການ, ອີກທັງຜູ້ນຳຈຳເປັນຕ້ອງຄຳນຶງເຖິງຂອບເຂດຂອງງານນັ້ນວ່າ ສາມາດດຶງຄວາມສາມາດທີ່ໂດດເດັ່ນຂອງພະນັກງານອອກມາໄດ້ ແລະ ໃຊ້ສິ່ງເຫຼົ່ານັ້ນໃຫ້ເປັນປະໂຫຍດຫຼາຍທີ່ສຸດ ແລະ ຜູ້ນຳຍັງຈຳເປັນຕ້ອງກຳຈັດອຸປະສັກໃນການປະຕິບັດວຽກງານ ເຊັ່ນ: ວຽກທີ່ບໍ່ຈຳເປັນ ຫຼື ຊ້ຳຊ້ອນ, ທັງນີ້ເພື່ອສ້າງຄວາມໝັ້ນໃຈວ່າບັນຍາກາດໃນການເຮັດວຽກຈະສະໜັບສະໜູນການເຮັດວຽກໃຫ້ມີປະສິດທິພາບສູງ.

ໃນນັ້ນ 6 ຂັ້ນຕອນເພື່ອສ້າງແຮງຈູງໃຈໃນການເຮັດວຽກ ແລະ ຄວາມຜູກພັນໃນອົງກອນທີ່ອົງກອນຄວນເຮັດໃນການສ້າງຄວາມຜູກພັນ ແລະ ສ້າງແຮງຈູງໃຈຂອງພະນັກງານ ຄື:
1. ສື່ສານຢ່າງຊັດເຈນເຖິງ ຄວາມເຊື່ອມໂຍງ ລະຫວ່າງ ຜົນການປະຕິບັດງານ ແລະ ຜົນຕອບແທນຂອງພະນັກງານ.
2. ສ້າງຄວາມໝັ້ນໃຈໃນການປະເມີນຜົນການປະຕິບັດງານທີ່ສາມາດແຍກຜູ້ມີຜົນການປະຕິບັດງານດີໄດ້.
3. ກຳຈັດອຸປະສັກໃນການເຮັດວຽກທີ່ສາມາດສົ່ງຜົນກະທົບໃນເຊີງລົບຕໍ່ການສະໜັບສະໜູນພະນັກງານ ເຊັ່ນ: ວຽກທີ່ບໍ່ຈຳເປັນ ຫຼື ຊ້ຳຊ້ອນ.
4. ເລືອກຄົນໃຫ້ເໝາະສົມກັບວຽກ ໂດຍຄຳນຶງເຖິງຄຸນສົມບັດຂອງຕຳແໜ່ງງານ ແລະ ຄວາມສາມາດຂອງຜູ້ທີ່ຈະຢູ່ ຫຼື ເຮັດວຽກໃນຕຳແໜ່ງນັ້ນ.
5. ຕິດຕາມ ແລະ ພັດທະນາບັນຍາກາດໃນການເຮັດວຽກໂດຍຜູ້ນຳຕ້ອງມີຄວາມສາມາດ ແລະ ມີຮູບແບບການບໍລິຫານງານທີ່ເໝາະສົມ ເພື່ອຈູງໃຈພະນັກງານ.
6. ມຸ່ງເນັ້ນເຖິງຜົນຕອບແທນທີ່ບໍ່ໄດ້ຢູ່ແຕ່ໃນຮູບຂອງເງິນເທົ່ານັ້ນ ເຊັ່ນ: ໂອກາດເຕີບໂຕໃນໜ້າທີ່ການງານ ແລະ ການຍົກຍ້ອງຊົມເຊີຍຈາກອົງກອນ.