6 ວິທີລ້ຽງກະຕ່າຍ ທີ່ຄົນລ້ຽງຄວນຮູ້

161

ກະຕ່າຍ ເປັນສັດທີ່ຫຼາຍຄົນເຫັນແລ້ວຕ້ອງຫຼົງຮັກ ເພາະນອກຈາກຈະມີຫູທີ່ຍາວ, ຂົນຟູໆ ແລະ ນຸ້ມໆ ເຊິ່ງຫຼາຍຄົນນິຍົມນຳໄປເປັນສັດລ້ຽງ ມີຫຼາຍຄົນຢາກລ້ຽງແຕ່ກໍບໍ່ຮູ້ວິທີ ດັ່ງນັ້ນພວກເຮົາຈະມາແນະນຳ 6 ວິທີຄວນຮູ້ກ່ອນຄິດຈະລ້ຽງກະຕ່າຍ.
▶ຕ້ອງກຽມພື້ນທີ່ ແລະ ຄອກ: ການລ້ຽ‘ກະຕ່າຍ ສິ່ງສຳຄັນແມ່ນຕ້ອງມີກົງ ຫຼື ຄອກ ເພາະຫາລ້ຽງປ່ອຍຄືກັບໝາ ແລະ ແມວ ຮັບຮອງວ່າຕ້ອງໄດ້ແລ່ນໄລ່ຈັບກັນວຸ້ນ, ການເລືອກກົງກະຕ່າຍແມ່ນຕ້ອງເອົາກົງໃຫຍ່ ແລະ ເຮັດດ້ວຍລວດ ຫຼື ສະແຕນເລດ ບໍ່ຄວນເລືອກກົງ ຫຼື ຄອກທີ່ເຮັດດ້ວຍ ພລາສຕິກ ເນື່ອງຈາກກະຕ່າຍຈະກັດ ແລະ ເຮັດມັນໄດ້ຮັບບາດເຈັບໄດ້, ຫ້າມເລືອກຄອກທີ່ເຮັດເປັນແບບຕູ້ທີ່ເຮັດດ້ວຍວັດສະດຸທີ່ແໜ້ນ ແລະ ບໍ່ສາມາດຖ່າຍເທອາກາດໄດ້, ຫ້າມລ້ຽງໃນຕູ້ແກ້ວ ເພາະອາກາດບໍ່ສາມາດຖ່າຍເທໄດ້ ຈະເຮັດໃຫ້ກະຕ່າຍຕາຍໄດ້, ຕ້ອງມີຖາດຮອງພື້ນຕ້ອງໃຊ້ເປັນພລາສຕິກທີ່ແຂງແຮງ ເພື່ອໃຫ້ງ່າຍໃນເວລາທີ່ທຳຄວາມສະອາດ ເພາະຕ້ອງໄດ້ອະນາໄມເກືອບທຸກມື້ ຫາກທ່ານໃດທີ່ຈະລ້ຽງໃນເຮືອນແມ່ນຕ້ອງໄດ້ອະນາໄມທຸກມື້ ເພາະຂີ້ ແລະ ຍ່ຽວໂຕກະຕ່າຍຈະມີກິ່ນແຮງ.

▶ ການລ້ຽງນອກເຮືອນ: ຄວນເລືອກກົງທີ່ອອກແບບເໝາະສົມກັບບໍລິເວນ ຫຼື ພື້ນທີ່ ຄວນຈະເຮັດແບບສາມາດປິດ ຫຼື ເປີດໄດ້ສະດວກ, ມີຫຼັງຄາທີ່ສາມາດກັ້ງແດດ ແລະ ຝົນໄດ້ເປັນຢ່າງດີ, ພື້ນທີ່ ກວ້າງ ເພາະກະຕ່າຍຈະໄດ້ແລ່ນຫຼີ້ນ, ພື້ນຄອກນອກຈາກຈະຮອງດ້ວຍພລາສຕິກແຂງແລ້ວ ຄວນນຳເຟືອງ ຫຼື ຫຍ້າແຫ້ງມາຮອງນຳເລັກໜ້ອຍ ເພື່ອກະຕ່າຍສາມາດນອນໄດ້ສິ່ງສຳຄັນໃນໄລຍະລະດູໜາວບໍ່ຄວນວາງກົງ ຫຼື ຄອກກະຕ່າຍໄວ້ບ່ອນທີ່ມີລົມພັດຖືກແຮງເພາະຈະເຮັດໃຫ້ກະຕ່າຍປ່ວຍໄດ້.
▶ ການໃຫ້ອາຫານ: ກ່ອນອື່ນທ່ານຕ້ອງຮູ້ກ່ອນວ່າອາຫານຫຼັກຂອງໂຕກະຕ່າຍ ແມ່ນຫຍ້າ, ຜັກ ແລະ ໝາກໄມ້ ເຊັ່ນ: ຫຍ້າຊົນ, ຫຍ້າທີມໂມທີ, ແພງໂກລ່າ, ຫຍ້າຄາຍບ້ານເຮົາ, ອັນຟາຟ່າ ແລະ ອື່ນໆ, ກະຕ່າຍທີ່ມີອາຍຸບໍ່ເກີນ 6 ເດືອນສາມາດປະສົມຫົວອາຫານເມັດໃຫ້ລວມກັບຫຍ້າໄດ້ ແຕ່ຄວນໃຫ້ປະລິມານພໍດີ ບໍ່ຫຼາຍເກີນໄປ ເພາະຈະເຮັດໃຫ້ກະຕ່າຍຕຸ້ຍ, ບໍ່ແຂງແຮງ ສ່ວນກະຕ່າຍທີ່ມີອາຍຸ 7 ເດືອນຂຶ້ນໄປຄວນຈຳກັດການໃຫ້ອາຫານເມັດ ແຕ່ຈະໃຫ້ເສີມບາງຄັ້ງຄາວ ໂດຍເລືອກອາຫານເມັດຊະນິດທີ່ມີໂປຣຕິນ, ກາກໃຍ ແລະ ໄຂມັນບໍ່ສູງ.

▶ສ່ວນການໃຫ້ນໍ້າ: ສຳລັບນໍ້າເປັນສິ່ງຈຳເປັນຫຼາຍ ເຮົາຕ້ອງໃຫ້ນໍ້າສະອາດໄວ້ໃນກົງ ຫຼື ຄອກກະຕ່າຍກິນຕະຫຼອດເວລາ ຄວນໃສ່ຊາມທີ່ມີຈຸດນໍ້າແບບຫຼອດທໍ່ອາກາດ ແລະ ແບບລູກປືນ ເພື່ອໃຫ້ກະຕ່າຍໄດ້ເລຍກິນ ຫາກໃຫ້ເປັນອ່າງກະຕ່າຍອາດຈະນຳປາກໄປລົງກິນຈະເຮັດໃຫ້ດັງຂອງໂຕກະຕ່າຍປຽກ ເຊິ່ງສ່ຽງຕໍ່ການເປັນຫວັດໄດ້ ແລະ ຄວນອະນາໄມແນວໃຫ້ນໍ້າກະຕາຍຕະຫຼອດ ຢ່າໃຫ້ເປື້ອນເກີນໄປ.
▶ ວິທີອຸ້ມກະຕ່າຍ: ໂດຍປົກກະຕິແລ້ວໂຕກະຕ່າຍນັ້ນເປັນສັດທີ່ຕົກໃຈກັບເຫດການຕ່າງໆໄດ້ງ່າຍທີ່ສຸດ ຫາກທ່ານຕ້ອງການທີ່ຈະອູ້ມກະຕ່າຍ ກ່ອນອື່ນຕ້ອງເຮັດໃຫ້ມັນຮູ້ສຶກຜ່ອນຄາຍ ໂດຍການລູບຂົນມັນຄ່ອຍໆກ່ອນ, ຈາກນັ້ນເອົາມືສອດເຂົ້າໄປກ້ອງທ້ອງແລ້ວດຶງຂຶ້ນມາແນບຕົວເຮົາ ແຕ່ຕ້ອງລະວັງຢ່າໃຫ້ກະຕ່າຍໂດດຈາກຕັກ ຫຼື ຫຼຸດມື ເພາະຈະເຮັດໃຫ້ກະຕ່າຍບາດເຈັບໄດ້ ແລະ ອີກສິ່ງໜຶ່ງທີ່ບໍ່ຄວນເຮັດກໍຄືການຫິ້ວຫູກະຕ່າຍຍົກຂຶ້ນ ເພາະຈະເຮັດໃຫ້ມັນເຈັບ ແລະ ຈະເຮັດໃຫ້ຫູທີ່ຍາວໆ ແລະ ຕັ້ງຂອງກະຕ່າຍຕົກອີກດ້ວຍ.
▶ ການອາບນໍ້າໃຫ້ໂຕກະຕ່າຍ: ກະຕ່າຍທີ່ມີອາຍຸຕໍ່າກວ່າ 3 ເດືອນ ແມ່ນຄວນເອົາຜ້າຈຸບນໍ້າແລ້ວເຊັດທຳຄວາມສະອາດ, ຫຼັງຈາກກະຕ່າຍມີອາຍຸຫຼັງ 3 ເດືອນແມ່ນສາມາດອາບນໍ້າໄດ້ໂດຍການກຽມນໍ້າໃສ່ຄຸ ຫຼື ຊາມ ຈາກນັ້ນກ່ອນຈະນຳກະຕ່າຍລົງອາບຄວນພັບຫູກະຕ່າຍເຂົ້າ ເພື່ອບໍ່ໃຫ້ນໍ້າເຂົ້າຫູມັນ ຈາກນັ້ນຈຶ່ງຫົດນໍ້າໃສ່ໂຕແລ້ວຈຶ່ງໃສ່ສະບູໃຫ້ທົ່ວໂຕ ( ສາມາດໃຊ້ສະບູແຫຼວທີ່ອາບນໍ້າໃຫ້ໝາໄດ້ ) ຫຼື ສະບູທີ່ມີຄວາມອ່ອນ ເພາະຫາກໃສ່ໂຕແຮງຈະເຮັດໃຫ້ຂົນກະຕ່າຍຫຼົ່ນໄດ້, ຫຼັງຈາກອາບແລ້ວໃຫ້ໃຊ້ຜ້າແຫ້ງສະອາດມາເຊັດໃຫ້ແຫ້ງ ຫາກເປັນພັນທີ່ຂົນຍາວແມ່ນສາມາດໃຊ້ໄດເປົ່າຜົມເປົ່າໄດ້ ແຕ່ຕ້ອງໃຊ້ເປັນລົມເຢັນເປົ່າ.
▶ ການຕັດເລັບໃຫ້ກະຕ່າຍ: ການຕັດເລັບໃຫ້ກະຕ່າຍເປັນອີກເລື່ອງທີ່ຄວນໃຫ້ຄວາມສຳຄັນ ຫາກປ່ອຍໃຫ້ເລັບມັນຍາວເກີນໄປເວລາມັນແລ່ນກໍຈະເກີດອັນຕະລາຍໄດ້ ລວມທັງການເປັນແຫຼ່ງສະສົມຂອງເຊື້ອພະຍາດອີກດ້ວຍ, ສະນັ້ນຄວນໃຊ້ມີດຕັດເລັບຂອງຄົນ ຫຼື ຂອງໂຕໝາກໍໄດ້ມາຕັດ ຄວນຕັດຕໍ່າກ່ອນເສັ້ນສີບົວລົງມາໜ້ອຍໜຶ່ງ ເພາະຫາກຕັດເຂົ້າໄປເສັ້ນສີບົວກໍຈະຕັດໜັງມັນອອກມາ ແລະ ຈຸດນັ້ນມີເສັ້ນເລືອດຫຼໍ່ລ້ຽງຢູ່ ຫາກຕັດຖືກອາດຈະເຮັດໃຫ້ເລືອດໄຫຼ ຈົນເຖິງຕາຍໄດ້.
▶ການຝຶກໃຫ້ກະຕ່າຍຂັບຖ່າຍ: ຫາກເຮົາຝຶກກະຕ່າຍໃຫ້ຂັບຖ່າຍໃຫ້ເປັນທີ່ເປັນທາງ ຫຼື ບ່ອນທີ່ເຮົາກຽມໄວ້ນັ້ນ ເລື່ອງນີ້ຕ້ອງໃຊ້ເວລາ ແລະ ຕ້ອງມີຄວາມອົດທົນ ໃຫ້ສັງເກດວ່າກະຕ່າຍກຳລັງຈະຍ່ຽວ ຫຼື ຂັບຖ່າຍໃຫ້ອູ້ມມັນໄປຢືນຢູ່ບ່ອນທີ່ເຮົາກຳນົດໄວ້ ເຮັດແບບນັ້ນໄປມັນກໍຈະເລີ່ມລຶ້ງ ຫາກມັນຮູ້ຈຸດແລ້ວຕໍ່ໄປເຮົາກໍບໍ່ໄດ້ກັງວົນ ນຳ. ແຕ່ຄົນສ່ວນຫຼາຍຈະໃຫ້ມັນຂັບຖ່າຍຕາມໃຈ ໂດຍອາໄສລ້າງຄອກເອົາ.
ຢ່າລືມໃຫ້ເອົາກະຕ່າຍໄປປ່ອຍຢູ່ຈຸດກວ້າງທີ່ມີແນວກັ້ນ ເພື່ອໃຫ້ກະຕ່າຍໄດ້ແລ່ນ ມັນຈຶ່ງບໍ່ຄຽດ ແລະ ບໍ່ປ່ວຍງ່າຍ.

[ ໂດຍ: ນົກແຕນແວນ;
ຂໍ້ມູນ: petcitiz.info]