ເປີດໂຕລົດ Chery Tiggo 5 ລຸ້ນ ພ້ອມບຸກຕະຫຼາດໃນ ສປປ ລາວ

50

ໃນວັນທີ 24 ມີນາ 2023 ຢູ່ຫໍປະຊຸມແຫ່ງຊາດ ຫຼັກ 6 ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໂຕ ແລະ ແນະນຳຂໍ້ມູນກ່ຽວກັບລົດ Chery Tiggo 5 ລຸ້ນ ຄື: Tiggo 2, Tiggo 4, Tiggo 7PRO, Tiggo 8 PRO ແລະ Tiggo 8 PHEV ໃຫ້ກັບລູກຄ້າ ແລະ ແຂກຮ່ວມງານໄດ້ຮັບຮູ້ກ່ອນຕັດສິນໃຈຊື້ເປັນເຈົ້າຂອງ.
ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ເຈັຟ ຫຼີວ ຜູ້ອຳນວຍການເຊີຣີເອີຣົບ ແລະ ອາຊຽນ, ມີ ທ່ານ ຖັງ ຢູຫູ ຜູ້ອຳນວຍການເຊີຣີ ປະຈຳ ສປປ ລາວ, ທ່ານ ດາວວົງ ແກ້ວມະນີວົງ ປະທານ ບໍລິສັດ ວຽງຈັນມໍເຕີ ມາເກັດ ຈຳກັດ, ພ້ອມດ້ວຍພະນັກງານບໍລິສັດ ແລະ ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ รถยนต์

ລົດ Chery ເປັນໜຶ່ງຍີ່ຫໍ້ລົດທີ່ມີຍອດຂາຍເປັນອັນດັບຕົ້ນໆຂອງ ສປ ຈີນ, ປັດຈຸບັນ ແມ່ນໄດ້ສົ່ງອອກໄປຈຳໜ່າຍ 80 ກວ່າປະເທດໃນທົ່ວໂລກ ແລະ ຫຼ້າສຸດໄດ້ບຸກຕະຫຼາດມາຈຳໜ່າຍໃນ ສປປ ລາວ ຢ່າງເປັນທາງການໃນຕົ້ນເດືອນມີນາ 2023 ນີ້.
■ ສຳລັບຂໍ້ມູນລົດມີດັ່ງນີ້:
Tiggo 7 PRO: ເປັນ SUV ຂະໜາດກາງ ຫຼູຫຼາສະຫງ່າສະໄຕລ Chery ເຄື່ອງຈັກ 1.5L 146 ແຮງມ້າ, ລະບົບເກຍ CVT 9Speed, ມາພ້ອມຕາໄຟໜ້າ Matrix LED, ຫຼັງຄາກະຈົກ ກວ້າງ Dome Ruspended Roof, ໄຟທ້າຍ LED ແນວຍາວ, ເພີ່ມບັນຍາກາດພາຍໃນດ້ວຍໄຟ Ambient Light ໃຫ້ບັນຍາກາດຫຼູຫຼາທັນສະໄໝ ພ້ອມໜ້າຈໍສຳຜັດ 10 ນິ້ວ ແລະ ໜ້າຈໍຄວບຄຸມແອ 8 ນິ້ວ. ຈຸດເດັ່ນແມ່ນສາມາດສາກໂທລະສັບແບບ Wireless Charger ໄດ້ພ້ອມ.

อาจเป็นรูปภาพของ 2 คน

Tiggo 8 PRO: ເປັນ SUV ຂະໜາດໃຫຍ່ 7 ບ່ອນນັ່ງ ກັບເຄື່ອງຈັກ 1.6L 197 ແຮງມ້າ ເພີ່ມຄວາມປອດໄພຍິ່ງຂຶ້ນກັບກ້ອງຮອບຄັນ 360ອົງສາ ເພີ່ມຄວາມຫຼູຫຼາພາຍໃນດ້ວຍ Ambient Light Multicolor ແລະ ສະດວກສະບາຍຍິ່ງຂຶ້ນກັບ Wireless Charger ແລະ ລະບົບແອແຍກສ່ວນ 3 ໂຊນ ( ແຖວໜ້າ, ແຖວກາງ ແລະ ແຖວຫຼັງ ). ຫຼັງຄາກະຈົກ Panoramic Sunroof ກວ້າງ ຂວາງໂປ່ງສະບາຍຕາ.

อาจเป็นรูปภาพของ 3 คน

Tiggo 8 PHEV: ເປັນອີກໜຶ່ງພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ ດ້ວຍມໍເຕີໄຟຟ້າຄູ່ໜ້າຫຼັງ ແລະ ເຄື່ອງຈັກ DHT 1.5L ໃຫ້ຂຸດພະລັງ 326 ແຮງມ້າ, ແຮງບິດ 510 ນິວຕັນແມັດ, ອັດຕາເລັ່ງ 0 – 100 ພຽງ 4.9 ວິນາທີ ປະຢັດນ້ຳມັນ 25Km/L ເກຍ 9 speed ແລະ 11 ໂໝດຂັບຂີ່.
ແບັດເຕີຣີ 19.27kWh ສາມາດແລ່ນໄດ້ 100Km ຕໍ່ການສາກ 1 ຄັ້ງ, Smart ໄປອີກຂັ້ນດ້ວຍລະບົບສັ່ງການດ້ວຍສຽງຜ່ານ AI ( Hello Chery! ) ຄວບຄຸມທຸກຢ່າງພຽງແຕ່ອອກຄຳສັ່ງ!.
Tiggo 4 PRO: ເປັນລົດຊົວສະປອດ, ເຄື່ອງຈັກ 1,5 ລິດ, ອັດຕາເລັ່ງ 0 – 100 Km/h, ລະບົບເກຍ 9CVT, ປຸ່ມສະຕາດ, ເບາະຄົນຂັບໄຟຟ້າປັບ 6 ທິດທາງ, ມີຖົງລົມນິລະໄພ, ກະຈົກຫຼັງຄາແບບ Sunroof, ມີລະບົບເຊັນເຊີຖອຍຫຼັງ, ແວ່ນຂ້າງລະບົບໄຟຟ້າ ພ້ອມໄຟລ້ຽວ.

อาจเป็นรูปภาพของ 15 คน และ ข้อความพูดว่า "CHERY GRAND LAUNCHING CEREMONY 24 MAR 2023, Vien Vien"a! Lac CHERY"

Tiggo 2 PRO: ເປັນ SUV ລຸ້ນນ້ອຍສຸດທີ່ນຳເຂົ້າມາ ເໝາະສຳລັບການຂັບຂີ່ໃນເມືອງກະທັດຮັດຂັບຂີ່ສະດວກ.
ຈັກ 1.5L TCI+ CVT ຕາໄຟໜ້າ Halogen ລໍ້ແມັກ Alloy two tone ພາຍໃນຕົບແຕ່ງສະໄຕລສະປອດ ເບາະໜັງ ພ້ອມໜ້າຈໍສຳຜັດຂະນາດ 9 ນິ້ວ.
ສະດວກສະບາຍໄປອີກຂັ້ນດ້ວຍລະບົບ Cuise Control ຄວບຄຸມຄວາມໄວອັດຕະໂນມັດ.

อาจเป็นรูปภาพของ 2 คน

ມາຮອດປັດຈຸບັນ Chery ໄດ້ຕັ້ງໂຮງງານຜະລິດລົດຍົນໄປແລ້ວ 10 ກວ່າແຫ່ງທົ່ວໂລກ, ໂຊຣູມ ແລະ ສູນບໍລິການ 1.500 ແຫ່ງ ໃນຕ່າງປະເທດ. ດ້ວຍຖານການຜະລິດນີ້ Chery ຈຶ່ງສາມາດເຈາະຕະຫຼາດລົດຍົນໃນອາຊີ, ເອີຣົບ, ອາຟຣິກກາ, ອາເມຣິກາໃຕ້ ແລະ ອາເມຣິກາເໜືອ ໄດ້. ຈາກຜົນງານໄລຍະ 20 ປີແຫ່ງການສົ່ງອອກຕ່າງປະເທດຢ່າງຈິງຈັງ, ຜະລິດຕະພັນ Chery ໄດ້ຂາຍໄປເຖິງ 80 ປະເທດທົ່ວໂລກ ແລະ ໄດ້ຮັບຄວາມປະທັບໃຈຈາກຜູ້ຊົມໃຊ້ຢູ່ຕ່າງປະເທດກວ່າ 2.000.000 ຄົນ ແລະ ຍັງກາຍເປັນຍີ່ຫໍ້ລົດຍົນຈີນ ອັນດັບໜຶ່ງທີ່ຍອດການສົ່ງອອກຕໍ່ປີສູງເຖິງ 200.000 ຄັນ ແລະ ຫຼ້າສຸດໃນປີ 2022, ບໍລິສັດ Chery ໄດ້ສົ່ງອອກລົດຍົນຫຼາຍກວ່າ 450.000 ຄັນ ເຊິ່ງທຳລາຍສະຖິຕິການສົ່ງອອກລົດຍົນໂດຍສານຂອງຈີນ ທີ່ບໍ່ເຄີຍມີມາກ່ອນ ແລະ ມາຮອດໃນທ້າຍປີ 2022 Chery ມີລູກຄ້າຢູ່ຕ່າງປະເທດຫຼາຍກວ່າ 2,4 ລ້ານຄົນ.
ການເຂົ້າສູ່ຕະຫຼາດລາວໃນປີນີ້ ທາງ ບໍລິສັດ ວຽງຈັນມໍເຕີມາເກັດ ແມ່ນຈະໄດ້ນຳເອົາລົດ ແລະ ນະວັດຕະກຳເຕັກໂນໂລຊີທີ່ດີທີ່ສຸດຂອງ Chery ມາຈຳໜ່າຍໃຫ້ຄົນລາວເຮົາໄດ້ຊົມໃຊ້ໃນຕົ້ນເດືອນມີນາ 2023 ນີ້ ເຊິ່ງມາພ້ອມກັບການບໍລິການ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ໃນລາຄາທີ່ສາມາດເຂົ້າເຖິງໄດ້ ແລະ ກຽມພ້ອມທີ່ຈະຂະຫຍາຍສາຂາໄປທົ່ວປະເທດ ໃນໄລຍະອັນໃກ້ໆນີ້.