ຄວາມທ້າທາຍຂອງຜູ້ນຳ

125

ເຮົາຄົງຈະເຫັນກັນຢູ່ວ່າການເປັນຜູ້ນຳນັ້ນອາດຈະບໍ່ຍາກ ແຕ່ການເປັນຜູ້ນຳທີ່ດີນັ້ນມັນບໍ່ໄດ້ເປັນງ່າຍໆ ໂດຍສະເພາະຢ່າງຍິ່ງການທີ່ຈະເປັນຜູ້ນຳທີ່ດີໃນສະພາວະທີ່ການປ່ຽນແປງຂອງປັດໄຈແວດລ້ອມຕ່າງໆຢູ່ຕະຫຼອດເວລາ, ຜູ້ນໍາໃນທຸກລະດັບ ແລະ ອົງກອນທຸກປະເພດຕ້ອງປະເຊີນກັບຄວາມທ້າທາຍຕ່າງໆຕະຫຼອດເວລາ.
ຈາກຜົນວິໄຈຂອງ Center For Creative Leadership ເຊິ່ງເປັນໜ່ວຍງານອິດສະຫຼະທີ່ສຶກສາ ແລະ ເຜີຍແຜ່ກ່ຽວກັບການພັດທະນາຜູ້ນຳ ໂດຍທາງ CCL ໄດ້ສຶກສາວິໄຈເຖິງຄວາມທ້າທາຍທີ່ຜູ້ນຳໃນລະດັບຕ່າງໆຕ້ອງປະເຊີນ ຈາກ 7 ພູມພາກທົ່ວໂລກ ຕັ້ງແຕ່ ສປ ຈີນ, ອິນເດຍ, ສິງກະໂປ, ຕາເວັນອອກກາງ, ເຖິງ ເອີຣົບ, ອາເມຣິກາ ເຊິ່ງສາມາດຮວບຮວມເອົາຄວາມທ້າທາຍທີ່ຜູ້ນຳດັ່ງກ່າວກຳລັງປະເຊີນຢູ່ນັ້ນໄດ້ອອກເປັນ 6 ປະເດັນ ເຊັ່ນ:

▶ການພັດທະນາຕົນເອງຂອງຜູ້ນຳ: ໂດຍສະເພາະຢ່າງຍິ່ງການພັດທະນາຄວາມສາມາດໃນການບໍລິຫານຈັດການຕົນເອງ, ທັງໃນດ້ານການບໍລິຫານເວລາ, ການຈັດລຳດັບຄວາມສຳຄັນ, ການຄິດເຊີງກົນລະຍຸດ, ການຕັດສິນໃຈ ແລະ ການພັດທະນາຕົນເອງໃຫ້ທັນຕໍ່ການປ່ຽນແປງຂອງພາຍນອກ, ຈະສັງເກດໄດ້ວ່າສິ່ງທີ່ຜູ້ນຳໃນແງ່ຂອງການພັດທະນາຕົນເອງນັ້ນ ບໍ່ແມ່ນປະເດັນໃນເລື່ອງຂອງທັກສະ ຫຼື ຄວາມຮູ້ໃນສ່ວນທີ່ກ່ຽວຂ້ອງກັບວຽກ ແຕ່ຈະເປັນທັກສະທີ່ເຮົາອາດຈະເອີ້ນວ່າ Soft – Skilled ເຊິ່ງໃນອະດີດທັກສະເຫຼົ່ານີ້ກໍເປັນສິ່ງສໍາຄັນ ແຕ່ເບິ່ງຈາກການປ່ຽນແປງຂອງປັດໄຈຕ່າງໆທີ່ເພີ່ມຫຼາຍຂຶ້ນ ແລະ ໄວຂຶ້ນເຮັດໃຫ້ທັກສະຕ່າງໆຂ້າງເທິງເປັນສິ່ງທີ່ມີຄວາມສຳຄັນຫຼາຍຂຶ້ນ.

▶ການຈູງໃຈ ແລະ ກະຕຸ້ນຜູ້ອື່ນ: ບໍ່ແມ່ນເລື່ອງຂອງການຈູງໃຈໃຫ້ເຮັດວຽກແບບທຳມະດາ ແຕ່ຕ້ອງການທາງກະຕຸ້ນ ແລະ ຈູງໃຈພະນັກງານທີ່ດີມີຄວາມສາມາດ, ມີຄວາມຮັກ ແລະ ຄວາມພໍໃຈໃນວຽກທີ່ເຮັດຮ່ວມກັນລວມເຖິງການເຮັດໃຫ້ພະນັກງານໄດ້ດີຫຼາຍຂຶ້ນ ເຊິ່ງໜ້າທີ່ສຳຄັນຂອງຜູ້ນຳ ຄື: “ບໍລິຫານຄົນ” ແຕ່ຢາກໃຫ້ເບິ່ງອີກມຸມຄື: ແທນທີ່ຈະເປັນເລື່ອງຂອງການ “ ບໍລິຫານຄົນ ” ແຕ່ເປັນການສ້າງຄວາມສໍາພັນທີ່ດີກັບຄົນອ້ອມຂ້າງຂອງຜູ້ນໍາ ແລະ ການໃຊ້ປະໂຫຍດຈາກຄວາມສໍາພັນດັ່ງກ່າວໃນການຈູງໃຈກະຕຸ້ນ ແລະ ຜັກດັນບຸກຄະລາກອນໃນອົງກອນ.
▶ການພັດທະນາບຸກຄະລາກອນ: ໃນປັດຈຸບັນບໍ່ແມ່ນການບໍລິຫານຮູບແບບເກົ່າໆ ຂອງການເຂົ້າຫ້ອງຮຽນ, ນັ່ງຟັງອາຈານສອນໜັງສືແລ້ວກໍຈົບໄປ ແຕ່ຈະເນັ້ນເລື່ອງຂອງການ Mentoring/Coaching ຫຼາຍຂຶ້ນ ເຮັດໃຫ້ບົດບາດບຸກຄະລາກອນນັ້ນມີບົດບາດໃໝ່ໆ ໂດຍບໍ່ແມ່ນການຢືນໜ້າຫ້ອງແລ້ວສອນໜັງສື ແຕ່ເປັນການເຮັດໜ້າທີ່ເປັນ Mentor/Coach ແທນ.
▶ການເປັນຜູ້ນຳທີມ: ໂດຍສະເພາະຢ່າງຍິ່ງການນໍາທີມນັບຕັ້ງແຕ່ການສ້າງທີມ, ການພັດທະນາທີມ, ການບໍລິຫານທີມ, ການສ້າງແຮງຈູງໃຈ, ແຮງຜັກດັນໃຫ້ ກັບທີມ ເນື່ອງຈາກຮູບແບບການເຮັດວຽກໃນປັດຈຸບັນຈະເນັ້ນການເຮັດວຽກໃນຮູບແບບຂອງທີມຫຼາຍຂຶ້ນ ດັ່ງນັ້ນ, ເລື່ອງການບໍລິຫານທີມຈຶ່ງກາຍເປັນຄວາມທ້າທາຍທີ່ສຳຄັນອີກປະການໜຶ່ງຂອງຜູ້ນຳ.
▶ ການປ່ຽນແປງ: ຖືວ່າບໍ່ແປກໃຈ ເພາະພາຍໃຕ້ສະພາວະແວດລ້ອມໃນການເຮັດວຽກໃນປັດຈຸບັນຜູ້ນຳໃນທຸກລະດັບຈະບໍ່ສາມາດຫຼີກລ່ຽງຈາກການປ່ຽນແປງໄດ້ ດັ່ງນັ້ນ, ຄວາມທ້າທາຍທີ່ສຳຄັນທີ່ຜູ້ນຳທຸກຄົນຈະຕ້ອງປະເຊີນຈະເປັນເລື່ອງຂອງການເຮັດຄວາມເຂົ້າໃຈ ແລະ ນຳການປ່ຽນແປງ ລວມເຖິງການບໍລິຫານຈັດການທີ່ເໝາະສົມເມື່ອປະເຊີນກັບການຕໍ່ຕ້ານການປ່ຽນແປງ.
▶ ການບໍລິຫານຄວາມສຳພັນກັບທຸກພາກສ່ວນທັງພາຍນອກ ແລະ ພາຍໃນອົງກອນ: ເນື່ອງຈາກປັດຈຸບັນຄວາມຄາດຫວັງ ແລະ ຄວາມຕ້ອງການຂອງທຸກພາກສ່ວນທີ່ມີຕໍ່ອົງກອນຕ່າງໆເພີ່ມຂຶ້ນຈາກໃນອະດີດ ບໍ່ວ່າຈະເປັນຜູ້ຖືຫຸ້ນ ສັງຄົມ ຊຸມຊົນ ຫຼື ທັງພະນັກງານເອງ, ດັ່ງນັ້ນຜູ້ນຳຈະຕ້ອງມີຄວາມສາມາດໃນການສ້າງ ແລະ ບໍລິຫານຄວາມສຳພັນກັບບຸກຄະລາກອນ ແລະ ກຸ່ມບຸກຄົນຕ່າງໆ ທັງພາຍໃນ ແລະ ພາຍນອກອົງກອນ.

(ຈາກ:bangkokbiznews)