ນາຍົກ ຊີ້ນຳໃຫ້ກະຊວງ ອຄ ເລັ່ງສົ່ງເສີມການຜະລິດເປັນສິນຄ້າພາຍໃນໃຫ້ເຂັ້ມແຂງ

167

ນາຍົກໄດ້ຕີລາຄາສູງຕໍ່ ຜົນງານພົ້ນເດັ່ນທີ່ກະຊວງອຸດສາຫະກຳແລະການຄ້າຍາດມາໄດ້ໃນປີຜ່ານມາ ບໍ່ວ່າຈະເປັນວຽກງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ, ການພັດທະນາອຸດສາຫະກຳ ແລະ ການຜະລິດເປັນສິນຄ້າ. ແຕ່ຄຽງຄູ່ກັບຜົນງານ ກໍຄືຜົນສຳເລັດທີ່ຍາດມາໄດ້ນັ້ນ ຍັງມີບັນຫາຈໍານວນໜຶ່ງ ທີ່ຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນການຜະລິດເປັນສິນຄ້າບໍ່ທັນຫຼາກຫຼາຍ, ການຜະລິດສິນຄ້າທົດແທນນຳເຂົ້າ ແລະ ສົ່ງອອກຍັງບໍ່ມີທັນຫຼາຍ, ອັດຕາການຂາດດຸນລະຫວ່າງການນຳເຂົ້າ ແລະ ສົ່ງອອກໂດຍລວມເຫັນວ່າຍັງສູງ.

ກອງປະຊຸມ ປະຈໍາປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດລົງຢ່າງຈົບງາມໃນຕອນບ່າຍວັນທີ 7 ເມສາ 2023 ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.


ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາຍງານຜົນສຳເລັດກອງປະຊຸມຕໍ່ທ່ານນາຍົກວ່າ: ກອງປະຊຸມໄດ້ສະຫຼຸບ ຜົນງານພົ້ນເດັ່ນຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ ປີ 2022 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2023 ເພື່ອແນໃສ່ຜັນຂະຫຍາຍດຳລັດ 90/ນຍ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ. ພ້ອມທັງເປັນການປະຕິບັດປີມ້ວນທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ແຜນວຽກຈຸດສຸມ ຕາມ 5 ແຜນງານຂອງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ບັນລຸຜົນສຳເລັດໃນລະດັບດີ.


ທ່ານ ກ່າວຕື່ມວ່າ: ຄຽງຄູ່ກັບຜົນງານ ແລະ ດ້ານດີ, ຜູ້ແທນກອງປະຊຸມພວກເຮົາຍັງໄດ້ ພ້ອມກັນລົງເລິກໄຈ້ແຍກໃຫ້ເຫັນຢ່າງພາວະວິໄສຕໍ່ບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານ ທີ່ຍັງເປັນອຸປະສັກ ຕໍ່ການພັດທະນາ ແລະ ຄຸ້ມຄອງມະຫາພາກ. ພ້ອມທັງ ໄດ້ສະເໜີກົນໄກ, ວິທີການ ແລະ ມາດຕະການແກ້ໄຂໃນຫຼາຍມິຕິທີ່ເປັນປະໂຫຍດ, ຊຶ່ງຄຳຄິດຄຳເຫັນ ແລະ ຂໍ້ສະເໜີທັງໝົດຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມທາງອະນຸກຳມະການກອງເລຂາເນື້ອໃນພວກເຮົາ ໄດ້ເກັບກຳສັງລວມ ແລະ ຈະໄດ້ນຳໄປປັບປຸງເຂົ້າໃນບົດສະຫລຸບ ແລະ ແຜນການໃຫ້ຄົບຖ້ວນ. ນອກນັ້ນ, ກອງປະຊຸມໄດ້ຮັບຟັງບົດສະເໜີ ແລະ ການປະກອບຄຳເຫັນຕໍ່ 6 ຫົວຂໍ້ວຽກງານພົ້ນເດັ່ນປະຈຳປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ຊຶ່ງເປັນວຽກງານທີ່ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານໃຫ້ຄວາມເປັນຫ່ວງເປັນໄຍ ລວມທັງພາກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ມີຄວາມສົນໃຈ.


ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ລັດຖະບານໄດ້ຕີລາຄາສູງຕໍ່ຄວາມຕັ້ງໜ້າປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ເຖິງວ່າໃນປີຜ່ານມາຈະພົບກັບວິກິດຕ່າງໆກໍຕາມ ແຕ່ພວກສະຫາຍກໍສາມາດຍາດມາໄດ້ຜົນງານພົ້ນເດັ່ນ ບໍ່ວ່າຈະເປັນວຽກງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ, ສົ່ງເສີມການພັດທະນາອຸດສາຫະກຳ ແລະ ການຜະລິດເປັນສິນຄ້າ, ເປັນເຈົ້າການນໍາໜ້າພາທາງໃນການປັບປຸງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດໍາເນີນທຸລະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ພາກທຸລະກິດ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່ ແລະ ກ້າວໄປສູ່ທັນສະໄໝ.


ຄຽງຄູ່ກັບຜົນງານ ກໍຄືຜົນສຳເລັດທີ່ຍາດມາໄດ້ນັ້ນ ກໍຍັງມີບັນຫາຈໍານວນໜຶ່ງ ທີ່ຂະແໜງການ ຂອງພວກສະຫາຍຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເຊິ່ງປັດຈຸບັນການຜະລິດເປັນສິນຄ້າປະເພດຕ່າງໆບໍ່ທັນຫຼາກຫຼາຍ, ຄຸນນະພາບ ກໍຄືມາດຕະຖານບໍ່ທັນດີ; ສິນຄ້າສົ່ງອອກໄປຕ່າງປະເທດ ແລະ ການຜະລິດສິນຄ້າທົດແທນນຳເຂົ້າ ແລະ ສົ່ງອອກຍັງບໍ່ມີທັນຫຼາຍ, ອັດຕາການຂາດດຸນລະຫວ່າງການນຳເຂົ້າ ແລະ ສົ່ງອອກໂດຍລວມເຫັນວ່າຍັງສູງ, ກະແສເງິນຕາໄຫລອອກນອກປະເທດຫຼາຍກວ່າຈຳນວນເງິນໄຫລເຂົ້າປະເທດ; ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂກາງ (MSME) ບໍ່ທັນແຂງແຮງ; ການເຄື່ອນໄຫວຂອງວິສາຫະກິດຕ່າງໆ ທັງຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ທັນພົ້ນເດັ່ນ ຍັງກະແຈກກະຈາຍ ບໍ່ທັນລວມຕົວໃຫ້ກາຍເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງສ້າງຜະລິດຕະພັນໃໝ່ ແລະ ລາຍຮັບໃໝ່ໃຫ້ຫຼາຍຂຶ້ນ, ມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້, ບັນຫາການເຂົ້າຫາກອງທຶນ MSME ຂອງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກດ້ານຂະບວນການອະນຸມັດ.


ນອກຈາກນັ້ນ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ສະພາບການເໜັງຕີງຂອງລາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຍັງບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ຢ່າງທັນການ ແລະ ທົ່ວເຖິງ ໂດຍສະເພາະບັນຫາການຄຸ້ມຄອງ, ດັດສົມການສະໜອງ ແລະ ຄວາມຕ້ອງການ ແລະ ລາຄາສິນຄ້າປະເພດຕ່າງໆ ແລະ ບັນຫາການເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຍັງບໍ່ທັນໝັ້ນທ່ຽງ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິການຊື້-ຂາຍ ຂາດຄວາມເຊື່ອໝັ້ນ.