ໄອເອັມເອັຟ ຄາດ ເສດຖະກິດໂລກປີນີ້ຂະຫຍາຍຕົວຕ່ຳກວ່າ 3%

62

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ທ່ານ ນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ກ່າວວ່າ: ຄາດວ່າເສດຖະກິດໂລກໃນປີ 2023 ນີ້ ຈະຂະຫຍາຍຕົວຕ່ຳກວ່າ 3% ເຊິ່ງຕ່ຳກວ່າປີ 2022 ທີ່ຂະຫຍາຍຕົວ 3,4%, ພ້ອມແນະນຳໃຫ້ທະນາຄານກາງທົ່ວໂລກປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເພື່ອຕໍ່ສູ້ກັບອັດຕາເງິນເຟີ້ ເຖິງວ່າມີຄວາມກັງວົນເຖິງສະຖຽນລະພາບທາງການເງິນກໍຕາມ.

อาจเป็นรูปภาพของ 1 คน

ຜູ້ອຳນວຍການ ໄອເອັມເອັຟ ກ່າວວ່າ: ການທີ່ເສດຖະກິດຟື້ນຕົວຢ່າງເຂັ້ມແຂງນັ້ນ ຄົງເປັນໄປໄດ້ຍາກ ທ່າມກາງ ຄວາມເຄັ່ງຕຶງທາງດ້ານການເມືອງ, ການກີດກັ້ນທາງການຄ້າ ຕະຫຼອດຮອດອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ ແລະ ເຖິງແມ່ນວ່າຕະຫຼາດເກີດໃໝ່ໃນອາຊີ ຈະເຕີບໂຕເພີ່ມຂຶ້ນກໍຕາມ ແຕ່ການເຕີບໂຕຂອງເສດຖະກິດໂລກປີນີ້ ເຄິ່ງໜຶ່ງມາຈາກການເຕີບໂຕຂອງເສດຖະກິດອິນເດຍ ແລະ ຈີນ, ແຕ່ປະເທດທີ່ພັດທະນາແລ້ວຫຼາຍກວ່າ 90% ຈະປະເຊີນກັບເສດຖະກິດສະລໍຕົວ ເຮັດໃຫ້ການເຕີບໂຕເສດຖະກິດຂອງປີ 2023 ນີ້ ຢູ່ໃນລະດັບຕ່ຳກວ່າ 3%.

อาจเป็นรูปภาพของ 2 คน และ ห้องข่าว