ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຈຳປາສັກ ໄດ້ຮັບໃບຍ້ອງຍໍການປະຕິບັດພັນອາກອນດີເດັ່ນ ປະຈຳປີ 2022

78

ໃນວັນທີ 31 ມີນາ 2023 ທີ່ຜ່ານມານີ້ ທາງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຈຳປາສັກ ຈຳກັດ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ທີ່ຫ້ອງປະຊຸມສະໂມສອນຫຼັກ4 ແຂວງຈຳປາສັກ. ພ້ອມດຽວກັນນັ້ນ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຈຳປາສັກ ຈຳກັດ ກໍ່ໄດ້ຮັບໃບຍ້ອງຍໍການປະຕິບັດພັນອາກອນດີເດັ່ນ ປະຈຳປີ 2022.

ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງຈຳປາສັກ ແລະ ໃຫ້ກຽດຕາງໜ້າຮັບໃບຍ້ອງຍໍໂດຍທ່ານ ໜູເຄືອບ ສິດທິເດດ ຜູ້ອຳນວຍການສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຈຳປາສັກ ຈຳກັດ. ເຊີ່ງການມອບພັນທະອາກອນໃຫ້ແກ່ລັດປະຈຳປີ 2022 ທົ່ວລະບົບ. ແມ່ນຈຳນວນ 5.682.007.712 ກີບ, ໃນນັ້ນແຍກເປັນອາກອນກຳໄລ ຈຳນວນ 4.950.395.440 ກີບ ແລະ ອາກອນເງິນເດືອນ ຈຳນວນ 731.612.272 ກີບ.

May be an image of 4 people and dais
ນອກນັ້ນ, ທ່ານ ໜູເຄືອບ ສິດທິເດດ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາສັກ ຈຳກັດ ຍັງໄດ້ກ່າວອີກວ່າ ການທີ່ໄດ້ຮັບໃບຍ້ອງຍໍປະຕິບັດພັນທະອາກອນດີເດັ່ນໃນຄັ້ງນິ້ ແລະ ການເຕີບໃຫຍ່ກະຫຍາຍຕົວ ຂອງ ສກຈຮ ຈຳປາສັກ ຂອງພວກເຮົາ ຈະເປັນໄປບໍ່ໄດ້ເລີຍຖ້າຂາດການອຸ້ມຊູຍູ້ໜູນຈາກອຳນາດການປົກຄອງຂອງແຂວງໃນທຸກຂັ້ນທີ່ໄດ້ຊີ້ທິດເຍືອງທາງອັນຖືກຕ້ອງສອດຄ່ອງ, ໃຫ້ຄຳແນະນຳ ຕັກເຕືອນຢ່າງເປັນປະຈຳຈາກການນຳຂອງແຂວງຈຳປາສັກເພື່ອຮັບປະກັນວ່າສະຖາບັນການເງິນຂອງພວກເຮົາໄດ້ເຕີບໂຕຂຶ້ນຢ່າງມີຄວາມໝັ້ນຄົງ ແລະ ຍືນຍົງ ພ້ອມທັງສ້າງຜົນຜະໂຫຍດໃຫ້ແກ່ລູກຄ້າ ແລະ ສັງຄົມໂດຍລວມ. ເວົ້າສະເພາະກໍ່ແມ່ນ ສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ທີ່ແຂວງ ຈຳປາສັກ ທີ່ເປັນຜູ້ຊີ້ນຳໂດຍກົງໃນການເຄື່ອນໄຫວທຸລະກິດຂອງສະຖາບັນ.

ທ່ານ ໜູເຄືອບ ສິດທິເດດ ຍັງປະຕິຍານວ່າ ຈະດຳເນີນທຸລະກິດຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍສ້າງລາຍຮັບ ແລະ ກຳໄລຢ່າງເໝາະສົມພ້ອມທັງປະກອບສ່ວນເສຍພັນທະອາກອນໃຫ້ລັດຢ່າງຖືກຕ້ອງສອດຄ່ອງກັບກົດໝາຍບ້ານເມືອງ ແລະ ວິໄສທັດຂອງອົງກອນຄື ການເປັນສະຖາບັນການເງິນຈຸລະພາກທີ່ເຂົ້າໃຈວິຖີຊີວິດຂອງຄົນລາວ, ເຂົ້າເຖິງງ່າຍ ແລະ ມີຈັນຍາບັນ ໂດຍການດຳເນິນງານຂອງ ສກຈຮ ຈຳປາສັກ ຈຳກັດ ໃຫ້ຕິດພັນກັບ 2 ພາລະກິດ ຫຼັກ ຄື:
1. ຂະຫຍາຍການບໍລິການທາງການເງິນໄປສູ່ພາກສ່ວນທີ່ບໍ່ສາມາດເຂົ້າເຖິງການບໍລິການຂອງທະນາຄານໃຫ້ໄດ້ເຂົ້າເຖິງການບໍລິການການເງິນທີ່ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງເຂົາເຈົ້າ
2. ຮັບປະກັນການບໍລິການທີ່ເຂົ້າເຖິງງ່າຍ ແລະ ມີຈັນຍາບັນ
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈຳປາສັກ ຈຳກັດ ເຂົ້າໃຈໂລກ ເຂົ້າເຖິງງ່າຍ ຍືດໝັ້ນໃນຫຼັກການ