ຝຸ່ນ PM2.5 ປົກຄຸມ ທັງມີປະລິມານຫຼາຍກວ່າເກົ່າ

83

ໃນອາທິດນີ້ຫຼາຍໆຄົນຄົງຈະສັງເກດເຫັນວ່າຝຸ່ນ PM2.5 ໄດ້ກັບມາປົກຄຸມອີກຄັ້ງໃນປະລິມານທີ່ເກີນມາດຕະຖານຫຼາຍ ເຂດທີ່ໄດ້ຮັບຜົນກະທົບຫຼາຍກໍຍັງເປັນບັນດາແຂວງທາງພາກເໜືອ ໂດຍສະເພາະແມ່ນຫຼວງພະບາງ ທີ່ຍັງຖືກປົກຄຸມດ້ວຍຝຸ່ນ PM2.5 ໃນປະລິມານຫຼາຍສົມຄວນ ເກີນມາດຕະຖານທີ່ປອດໄພແລ້ວ. ສ່ວນຢູ່ນະຄອນຫຼວງວຽງຈັນ ກໍເຫັນວ່າຝຸ່ນ PM2.5 ໄດ້ກັບຄືນມາປົບຄຸມອີກຄັ້ງ ອີກທັງຍັງຢູ່ໃນປະລິມານຫຼາຍກວ່າທີ່ຜ່ານມາ.

May be an image of 1 person, tree, road and sky

ໂດຍຕາມລາຍງານການວັດແທກຂອງ ສະຖາບັນຄົນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໃຫ້ຮູ້ວ່າ: ຕາມການວັດແທກຄ່າຝຸ່ນ PM2.5 ໃນຕອນເຊົ້າຂອງວັນທີ 7 ເມສາ 2023 ທີ່ສະຖານີວັດແທກຝຸ່ນລະອອງໃນແຕ່ລະຈຸດເຫັນວ່າ ຄ່າຝຸ່ນ PM2.5 ແມ່ນມີປະລິມານທີ່ເພີ່ມຂຶ້ນໃນແຕ່ລະຈຸດ ໂດຍຢູ່ນະຄອນຫຼວງວຽງຈັນ ແມ່ນວັດແທກໄດ້ສູງເຖິງ 166-182 µg/m3/24h ເຊິ່ງເປັນປະລິມານທີ່ມີຜົນກະທົບປານການຕໍ່ສຸຂະພາບ, ແຂວງອຸດົມໄຊ ວັດແທກໄດ້ 244 µg/m3/24h, ແຂວງ ຫຼວງນ້ຳທາ ວັດແທກໄດ້ 223 µg/m3/24h ແລະ ແຂວງບໍ່ແກ້ວ ວັດແທກໄດ້ 205 µg/m3/24h ເຊິ່ງທັງໝົດແມ່ນຢູ່ໃນປະລິມານທີ່ມີຜົນກະທົບປານກາງຕໍ່ສຸຂະພາບ.

May be an image of 2 people, street, sky and road

ໜັກກວ່າໝູ່ຍັງເປັນແຂວງຫຼວງພະບາງ ເປັນເຂດທີ່ສາມາດວັດແທກໄດ້ສູງທີ່ສຸດເຖິງ 498,1 µg/m3/24h ເຊິ່ງເປັນປະລິມານທີ່ມີຜົນກະທົບສູງຕໍ່ສຸຂະພາບ.

May be an image of street, road and sky

ດັ່ງນັ້ນ, ເພື່ອເປັນການປ້ອງກັນຕົວເຮົາເອງ ກ່ອນອອກຈາກບ້ານ ຫຼື ໄປໃນສະຖານທີ່ກາງແຈ້ງຄວນໃສ່ຜ້າອັດປາກ ແລະ ຄວນງົດເຮັດກິດຈະກຳກາງແຈ້ງ ເພື່ອເປັນການປ້ອງການຜົນກະທົບຈາກການສູດດົມຝຸ່ນ PM2.5 ເຂົ້າສູ່ຮ່າງກາຍ ອັນຈະສົ່ງຜົນຕໍ່ສຸຂະພາບໃນໄລຍະຍາວ.

No description available.