2022 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກເຖິງ 20 ຄົນ

48

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປີ 2022 ແລະ ກຳນົດທິດທາງແຜນການ ປີ 2023. ພາຍໃຕ້ການເປັນປະທານກ່າວເປີດ ຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ຈັດຂຶ້ນລະຫວ່າງວັນທີ 6-7 ເມສາ 2023 ນີ້ໃຫ້ຮູ້ວ່າ ໃນປີຜ່ານມາຍັງມີປະຊາຊົນລາວທີ່ໄດ້ຮັບເຄາະຮ້າຍຈາກເສດສົງຄາມທີ່ບໍ່ທັນແຕກໃນລາວເຖິງ 20 ຄົນ.

May be an image of 1 person

ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຫຼາຍກວ່າໝູ່ໃນໂລກ ຖ້າທຽບໃສ່ຈຳນວນປະຊາກອນ ເຊິ່ງໃນ 1964 ຫາ 1973 ໃນສົງຄາມອິນດູຈີນ ໄດ້ມີລະເບີດລູກຫວ່ານຖິ້ມໃສ່ ສປປ ລາວ ຫຼາຍກວ່າ 2 ລ້ານໂຕນ, ມີລະເບີດລູກຫວ່າ 270 ລ້ານໜ່ວຍ ແລະ ຄາດວ່າ 30%  ແມ່ນລະເບີດບໍ່ທັນແຕກທີ່ຕົກຄ້າງ ຫຼື ປະມານ 80 ລ້ານໜ່ວຍ.

May be an image of 6 people and indoor

ລະເບີດບໍ່ທັນແຕກທີ່ຕົກຄ້າງເຫຼົ່ານີ້ ເປັນຜົນກະທົບອັນໃຫຍ່ຫຼວງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ມີຜູ້ຖືກເຄາະຮ້າຍ 50.000 ຄົນ. ໃນນັ້ນ, ບາດເຈັບ 20.000 ຄົນ ແລະ ເສຍຊີວິດ 30.000 ຄົນ. ນອກຈາກນີ້, ຍັງສົ່ງຜົນກະທົບຕໍ່ກັບຊັບສິນ ແລະ ສິ່ງແວດລ້ອມອ້ອມຂ້າງ. ນັບແຕ່ໄດ້ມີການເກັບກຳຂໍ້ມູນສະຖິຕິເປັນທາງການ ເຂົ້າໃນຖານຂໍ້ມູນແຫ່ງຊາດມີຈຳນວນອຸປະຕິເຫດເກີດຂຶ້ນໃນຂອບເຂດທົ່ວປະເທດ 683 ຄັ້ງ, ມີຜູ້ຖືກເຄາະຮ້າຍທັງໝົດ 1.107 ຄົນ, ໃນນັ້ນ, ບາດເຈັບ 821 ຄົນ ແລະ ເສຍຊີວິດ 286 ຄົນ.

May be an image of 3 people and indoor
ກອງປະຊຸມດັ່ງກ່າວ,ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຜູ້ປະຈໍາການ ຄຊກລ ໄດ້ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ ໄດ້ສົມທົບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ບັນດາອົງການປະຕິບັດງານຈັດຕັ້ງບັນດາກິດຈະກຳກ່ຽວກັບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ເພື່ອເປັນການປູກຈິດສຳນຶກ, ຮັບຮູ້ທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ ໄດ້ທັງໝົດ 873 ເທື່ອບ້ານ, ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 237,962 ຄົນ, ຍິງ 118,840 ຄົນ.

ແຕ່ໃນປີ 2022ໄດ້ເກີດອຸບັດຕິເຫດລະເບີດຕົກຄ້າງ ຈໍານວນ 16 ຄັ້ງ, ມີຜູ້ຖືກເຄາະຮ້າຍ 20 ຄົນ. ບາດເຈັບ 15 ຄົນ, ເດັກນ້ອຍຊາຍ 05 ຄົນ, ຜູ້ໃຫຍ່ຊາຍ 08 ຄົນ ແລະ ຜູ້ໃຫຍ່ຍິງ 02 ຄົນ. ເສຍຊີວິດ 05 ຄົນ, ເດັກນ້ອຍຊາຍ 01 ຄົນ ແລະ ຜູ້ໃຫຍ່ຊາຍ 04 ຄົນ.

May be an image of 1 person and flower

ສຳລັບວຽກງານຜົນສໍາເລັດກ່ຽວກັບການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກ ລບຕ ໝົດ 225 ຄັ້ງ ຈໍານວນ 183 ຄົນ, ໃນນີ້ໄດ້ໃຫ້ການຊ່ວຍເຫຼືອປິ່ນປົວດ້ານການແພດ ຈຳນວນ 40 ຄັ້ງ ຈໍານວນ 34 ຄົນ, ຟື້ນຟູບໍາບັດດ້ານສຸຂະພາບຈິດ 4 ຄັ້ງ ຈໍານວນ 4 ຄົນ, ຟື້ນຟູໜ້າທີ່ການຂອງຮ່າງກາຍ ຈຳນວນ 119 ຄົນ ແລະ ໄດ້ສະໜອງອຸປະກອນ 153 ອັນ ເຊັ່ນ: ອຸປະກອນອົງຄະທຽມ 20 ອັນ, ອຸປະກອນເຄື່ອງຄ້ຳຊູ 72 ອັນ ແລະ ອຸປະກອນເຄື່ອງຊ່ວຍຊູ 50 ອັນ (ເສີມພື້ນເກີບ, ໄມ້ຄ້ອນເທົ້າສີ່ຂາ, ເຄື່ຶອງຊ່ວຍຍ່າງ, ເຄື່ອງຊ່ວຍຢືນ, ໄມ້ຄ້ຳເທົ້າ ແລະ ໄມ້ຄ້ຳສອກ) ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ດ້ານການຝຶກອົບຮົມວິຊາຊີບ ແລະ ສະໜອງທືນໃຫ້ຜູ້ເຄາະຮ້າຍ ຈຳນວນ 28 ຄັ້ງ ຈໍານວ 26 ຄົນ.

May be an image of 1 person

ຜົນສໍາເລັດວຽກງານການສໍາຫຼວດ ແລະ ກວດກູ້ ລບຕໄດ້ທຳລາຍລະເບີດເຄື່ອນທີ່ ໃຫ້ແກ່ ແຂວງຜົ້ງສາລີ, ແຂວງອຸດົມໄຊ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ແຂວງວຽງຈັນ, ຫຼວງພະບາງ, ແຂວງຫົວພັນ ແລະ ແຂວງຈໍາປາສັກ, ຊຶ່ງເປັນແຂວງທີ່ບໍ່ມີອົງການປະຕິບັດງານ ແລະ ແຂວງທີ່ບໍ່ມີງົບປະມານ ຈຳນວນ 11 ຄັ້ງ, ທຳລາຍລະເບີດທັງໝົດ 1.062 ໜ່ວຍ (ບົມໃຫຍ່ 01 ໜນ່ວຍ, ບົມບີ 63 ໜ່ວຍ, ລະເບີດຝັງດິນ 02 ໜ໋ວຍ ແລະ ອື່ນໆ 996 ໜ່ວຍ); ສໍາເລັດການສຳຫຼວດທີ່ບໍ່ແມ່ນວິຊາການໄດ້ 281 ບ້ານ, ມີ 208 ຈຸດຫຼັກຖານ, ພົບເຫັນລະເບີດລູກຫວານ 1,953 ໜ່ວຍ.

May be an image of 2 people and outdoors

ສໍາເລັດການສໍາຫຼວດດ້ານວິຊາການ ໄດ້ເນື້ອທີ່ 25.401,47 ຮຕ, ພື້ນທີ່ຢືນວ່າອັນຕະລາຈາກລະເບີດລູກຫວ່ານ ໄດ້ເນື້ອທີ່ 21.031,71 ຮຕ, ພົບເຫັນລະເບີດທັງໝົດ 13,727 ໜ່ວຍ ໃນນີ້ ລະເບີດລູກຫວ່ານ 12,171 ໜ່ວຍ; ສໍາເລັດການທຳລາຍເຄື່ອນທີ່ ຈໍານວນ 1,013 ບ້ານ, ລົງທຳລາຍຈຳນວນ 5,876 ຄັ້ງ ໄດ້ທໍາລາຍລະເບີດທັງໝົດ 27,393 ໜ່ວຍ ໃນນັ້ນ ລະເບີດລູກຫວານ 20,209 ໜ່ວຍ; ກວດກູ້ ລບຕ ໄດ້ເນື້ອທີ່ທັງໝົດ 5.631 ຮຕ (ເນື້ອທີ່ກະສິກໍາ 5.086 ຮຕ, ເນື້ອທີ່ພັດທະນາ 545 ຮຕ); ໄດ້ທໍາລາຍລະເບີດຢູ່ສະໜາມກວດກູ້ ທັງໝົດ 85.233 ໜ່ວຍ (ບົມໃຫຍ່ 89 ໜ່ວຍ, ລະເບີດລູກຫວ່ານ 64,570 ໜ່ວຍ, ລະເບີດຝັງດິນ 57 ໜ່ວຍ ແລະ ສໍາພາວຸດອື່ນໆ 20,517 ໜ່ວຍ); ໄດ້ດຳເນີນການສຳຫຼວດ ເພື່ອກຳນົດພື້ນທີ່ ລບຕ ໄດ້ 21,031.71 ຮຕ ສະເລ່ຍແລ້ວໄດ້ພຽງແຕ່ 84,13% ຂອງແຜນການ.

May be an image of 1 person, standing and outdoors

ສໍາລັບປີ 2022, ໄດ້ຮັບເງິນຊ່ວຍເຫຼືອຈາກຕ່າງປະເທດທັງໝົດ 56.880.251,74 ໂດລາສະຫະລັດ ໂດຍຜ່ານໂຄງການຮ່ວມມື ສປຊ ເພື່ອການພັດທະນາຈຳນວນ 3.798.455 ໂດລາສະຫະລັດ. ທືນຈາກສອງຝ່າຍ ຈຳນວນ 16.600.000 ໂດລາສະຫະລັດ, ທືນຜ່ານ ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ ຈໍານວນ 36.481.796.74 ໂດລາສະຫະລັດ, ທຶນສະໜັບສະໜຸນຈາກ ລັດຖະບານ ແຫ່ງ ສປປ ລາວ 762.214.000 ແລະໄດ້ສະໜອງໃຫ້ແກ່ກອງກວດກູ້ມະນຸດສະທຳກອງທັບໄປໂຄສະນາສຶກສາຄວາມສ່ຽງໄພ, ສຳຫຼວດ ແລະ ກວດກູ້ ຢູ່ແຂວງໄຊສົມບູນ ຈໍານວນ 540.970.000 ກີບ .