ສຳນັກຂ່າວຊິນຫົວລາຍງານວ່າ: ທ່ານ ອັນດີ ພີຊະນີ ປະທານທະນາຄານແຫ່ງຊາດ ອູແກຣນ ( NBU ) ປະກາດວ່າ ອູແກຣນ ໄດ້ຮັບເງິນຊ່ວຍເຫຼືອງວດທຳອິດຈຳນວນ 2,7 ຕື້ໂດລາສະຫະລັດ ຈາກໂຄງການຊ່ວຍເຫຼືອໂຄງການໃໝ່ ຂອງກອງທຶນເງິນຕາສາກົນ ( IMF ).
ເມື່ອອາທິດຜ່ານມາ IMF ໄດ້ອະນຸມັດຂໍ້ຕົກລົງສະບັບໃໝ່ໃນໄລຍະເວລາ 48 ເດືອນ ພາຍໃຕ້ຂໍ້ຕົກລົງດ້ານການຂະຫຍາຍເງິນກອງທຶນ ( EFF ) ດ້ວຍມູນຄ່າ 15,6 ຕື້ໂດລາສະຫະລັດ ໂດຍໂຄງການດັ່ງກ່າວມີເປົ້າໝາຍວາງຮາກຖານນະໂຍບາຍ ເພື່ອຮັກສາສະຖຽນລະພາບທາງການເງິນ, ສະຖຽນລະພາບທາງດ້ານລາຄາ, ພ້ອມທັງສະໜັບສະໜູນການຟື້ນຕົວທາງດ້ານເສດຖະກິດຂອງ ອູແກຣນ.