ຫວຽດນາມ ປູກມັນໄຂ່ ສົ່ງອອກໄປຈີນ

233

ໜັງສືພິມໄວໜຸ່ມຫວຽດນາມ ລາຍງານວ່າ: ອົງການບໍລິຫານພາສີແຫ່ງ ສປ ຈີນ ( GACC ) ໄດ້ອະນຸມັດ ແລະ ໃຫ້ລະຫັດສໍາລັບເຂດປູກຝັງ 70 ແຫ່ງ ແລະ 13 ສະຖານທີ່ຫຸ້ມຫໍ່ມັນໄຂ່ ມີສິດສົ່ງອອກໄປ ຈີນ ຢ່າງເປັນທາງການ ເຊິ່ງຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍໂດຍກົມປົກປ້ອງພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ເມື່ອວັນທີ 5 ເມສາ 2023.

อาจเป็นรูปภาพของ อาหาร

ທ່ານ ຮວາງ ຈູງ ຫົວໜ້າກົມປົກປ້ອງພືດ ໄດ້ກ່າວວ່າ: ເມື່ອວັນທີ 9 ພະຈິກປີຜ່ານມາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ແລະ ກົມໃຫຍ່ພາສີຂອງຈີນ ໄດ້ລົງນາມໃນອະນຸສັນຍາຜະລິດຕະພັນມັນໄຂ່ ຂອງຫວຽດນາມ ສິ່ງດັ່ງກ່າວເປັນການຊຸກຍູ້ອັນສຳຄັນ ປະກອບສ່ວນເພີ່ມທະວີໃຫ້ການສົ່ງອອກຂອງຫວຽດນາມ ເຂົ້າສູ່ຕະຫຼາດທີ່ມີສັກກະຍະພາບທີ່ສຸດໃນໂລກ.

ປັດຈຸບັນ, ຫວຽດນາມ ກຳລັງຊີ້ນໍາບັນດາອົງການວິຊາການຂັ້ນທ້ອງຖິ່ນ ໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງກຸ່ມການຜະລິດຢ່າງຖືກວິທີ ແລະ ຍືນຍົງ. ນີ້ເປັນໜຶ່ງວຽກດ່ວນທີ່ຈໍາເປັນຕ້ອງໄດ້ປະຕິບັດຢ່າງຕໍ່ເນື່ອງ ເພື່ອຫຼີກລ່ຽງຄວາມສ່ຽງທີ່ບໍ່ຈໍາເປັນ ທີ່ສາມາດນໍາໄປເຖິງຜົນເສຍຫາຍຕໍ່ອຸດສາຫະກຳທັງໝົດ.

อาจเป็นรูปภาพของ อาหาร และ ข้อความ

ກົມປົກປ້ອງພືດ ໄດ້ວາງແຜນ ແລະ ມຸ່ງໝັ້ນທີ່ຈະຈັດຝຶກອົບຮົມໃນໄວໆນີ້ ກ່ຽວກັບເງື່ອນໄຂສະເພາະຂອງລະຫັດພື້ນທີ່ປູກ, ພ້ອມທັງຂໍ້ກຳນົດດ້ານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ ເພື່ອຮັບປະກັນການສົ່ງມັນໄຂ່ສົດໄປຈີນ ໂດຍມີໃບຢັ້ງຢືນສຸຂະນາໄມພືດຄົບຖ້ວນ, ມີຂໍ້ມູນກ່ຽວກັບເຂດປູກ, ເຄື່ອງຫຸ້ມຫໍ່, ປະຕິບັດຕາມຂໍ້ກຳນົດດ້ານສຸຂະນາໄມ ແລະ ຄວາມປອດໄພຂອງອາຫານ ໂດຍສະເພາະແມ່ນບໍ່ໃຫ້ມີການຕິດເຊື້ອພະຍາດ.

ປັດຈຸບັນ, ເນື້ອທີ່ການປູກມັນໄຂ່ໃນທົ່ວ ຫວຽດນາມ ມີປະມານ 100.000 ເຮັກຕາ, ຜົນຜະລິດໂດຍລວມປະມານ    1,2 – 1,3 ລ້ານໂຕນ.