ເຊັນ MOU ສຳຫລວດຄວາມເປັນໄປໄດ້ ການສ້າງສາງສິນຄ້າໃນຮົ່ມ, ລະບົບຕູ້ສະແກນເນີ ສິນຄ້າເຂົ້າ-ອອກ ທີ່ທັນສະໄໝ

39

ໃນວັນທີ​ 5 ເມສາ 2023​ ທີ່ພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ​ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນສ້າງສາງເກັບມ້ຽນສິນຄ້າໃນຮົ່ມ ແລະ ກາງແຈ້ງ, ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ເດີນທາງເຂົ້າ-ອອກ, ສ້າງສະຖານທີ່ຄ່ຽນຖ່າຍສິນຄ້າຂາເຂົ້າ-ຂາອອກ,​ ບໍລິການສິ່ງອຳນວຍຄວາມສະດວກຕ່າງໆ, ຕິດຕັ້ງ ແລະ ບໍລິການລະບົບຕູ້ສະແກນເນີສິນຄ້າຂາເຂົ້າ-ຂາອອກ ທີ່ທັນສະໄໝ ຢູ່ເຂດບ້ານດິນດຳ ເມືອງໜອງແຮດ ລະຫວ່າງແຂວງຊຽງຂວາງ​ ກັບ​ ບໍລິສັດພັດທະນານໍ້າກັ່ນ​ ຂາເຂົ້າ-ຂາອອກ​ ຈຳກັດ.​

May be an image of 1 person and standing

ໃນ​ພິທີ​ດັ່ງກ່າວ,​ ທ່ານ ອຸທັນ ໄຕລິດທີ ປະທານບໍລິສັດພັດທະນານໍ້າກັ່ນ ຂາເຂົ້າ-ຂາອອກ​ ຈຳກັດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ແລະ​ ເປົ້າໝາຍຂອງການສຶກສາສຳຫຼວດສະຖານທີ່ດັ່ງກ່າວໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ,​ ຈາກນັ້ນທ່ານເຈົ້າແຂວງ ກໍໄດ້ມີຄຳເຫັນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ເຈດຈຳນົງ ແລະ ຈຸດປະສົງຂອງບໍລິສັດທີ່ໄດ້ນຳເອົາທຶນຮອນມາພັດທະນາແຂວງຊຽງຂວາງ​ ພ້ອມທັງເນັ້ນໃຫ້ບໍລິສັດ ແລະ ເມືອງໜອງແຮດ​ ກໍຄືພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ໃນການຮ່ວມມືກັນເພື່ອດຳເນີນການສຶກສາສຳຫຼວດເຖິງຄວາມເປັນໄປໄດ້ໃນການດຳເນີນການ.

May be an image of 13 people and people standing

,

May be an image of 1 person, sitting and indoor

ຈາກນັ້ນ​ທັງ​ 2​ ຝ່າຍ​ ກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ​ (MOU) ຕາງໜ້າແຂວງຊຽງຂວາງ​ ເຊັນໂດຍແມ່ນ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຝ່າຍ​ ບໍລິສັດເຊັນໂດຍ ທ່ານ ອຸທັນ ໄຕລິດທີ ປະທານບໍລິສັດພັດທະນານໍ້າກັ່ນ ຂາເຂົ້າ-ຂາອອກ​ ຈຳກັດ​ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ,​ ມີ​ ທ່ານ ຕູ້ຢ່າ ຢົງວາ ເຈົ້າເມືອງເມືອງໜອງແຮດ, ມີຫົວໜ້າຮອງຫົວໜ້າພະແນກການກ່ຽວຂ້ອງ ແລະພະນັກງານຈາກບໍລິສັດເຂົ້າຮ່ວມ.

May be an image of outdoors

ທັງນີ້,​ ໂຄງການດັ່ງກ່າວຈະເລີ່ມດຳເນີນການສຳຫຼວດຫຼັງຈາກເຊັນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ.

May be an image of 9 people and people standing