ປະຊຸມຂະແໜງອຸດສາຫະກຳ ແລະ ການຄ້າທົ່ວປະເທດ ຫາລື 7 ບັນຫາສຳຄັນ

71

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເປີດກອງປະຊຸມປະຈຳ ປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ICTC ນະຄອນຫຼວງວຽງ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງອຸດສາຫະກຳ; ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຫົວໜ້າກົມ, ສະຖາບັນ ແລະ ຫ້ອງການກະຊວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫຼວງ ເຂົ້າຮ່ວມ.

May be an image of 1 person, standing and indoor
ກອງປະຊຸມມີຂຶ້ນເພື່ອສະຫຼຸບຜົນງານພົ້ນເດັ່ນຕາມ 5 ແຜນງານ ປະຈຳປີ2022 ແລະ ທິດທາງແຜນການປີ 2023 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄືສິ່ງທີ່ລັດຖະບານໃຫ້ຄວາມສຳຄັນ ເປັນຕົ້ນການຄຸ້ມຄອງ ແລະ ການສະໜອງນ້ຳມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງສິນຄ້ານຳເຂົ້າ ແລະ ສົ່ງອອກ, ການສົ່ງເສີມຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ, ການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ).

No description available.
ທ່ານ ມະໄລທອງ ກົມມະສິດ ກ່າວເປີດກອງປະຊຸມວ່າ: ກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ພວກເຮົາທັງໝົດຈະໄດ້ພ້ອມກັນປຶກສາຫາລື ແລະແລກປ່ຽນຄຳຄິດ-ຄຳເຫັນ ຊອກຫາວິທີແກ້ໄຂຮ່ວມກັນ ເພື່ອຈະເປັນຂໍ້ມູນ ແລະ ບົດຮຽນໃນການແກ້ໄຂວຽກງານ ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ; ພ້ອມນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ວາງທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ແຜນວຽກງານຈຸດສຸມ ປະຈຳປີ 2023 ຂອງຂະແໜງການ ຊຶ່ງຈະເປັນບ່ອນອີງ ແລະ ເປັນຄາດໝາຍທີ່ແຕ່ລະພາກສ່ວນຈະໄດ້ພ້ອມກັນບຸກບືນສູ້ຊົນ ໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

May be an image of 1 person, standing and flower
ເພື່ອເຮັດໃຫ້ການດໍາເນີນກອງປະຊຸມ ຂອງຂະແໜງອຸດສາຫະກຳ ແລະ ການຄ້າຄັ້ງນີ້ ໄດ້ຮັບຜົນດີ, ສາມາດປຶກສາຫາລື ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນການເຄື່ອນໄຫວວຽກງານ ການຄຸ້ມຄອງມະຫາພາກຂອງຂະແໜງການໃນຂອບເຂດທົ່ວປະເທດ, ກອງປະຊຸມໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ເຊິ່ງຈະໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນ ຕໍ່ 7 ຫົວຂໍ້ເອກະສານທີ່ສຳຄັນ ຄື:

1. ຜ່ານສະຫຼຸບຜົນງານພົ້ນເດັ່ນຕາມ 5 ແຜນງານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2022 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2023
2. ນໍາສະເໜີກ່ຽວກັບ ການຄຸ້ມຄອງ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ການຄຸ້ມຄອງ ລາຄາສິນຄ້າ
3. ວຽກງານການຄຸ້ມຄອງສິນຄ້ານຳເຂົ້າ ແລະ ສົ່ງອອກ
4.ວຽກງານການສົ່ງເສີມການຜະລິດເປັນສິນຄ້າເພື່ອທົດແທນການນຳເຂົ້າ
5. ການເຂົ້າເຖິງແຫຼ່ງທຶນຈນກ
6. ຮັບຟັງລາຍງານວຽກການຕ້ານ ແລະ ສະກັດກັ້ນ ສິນຄ້ານອກລະບົບ
7. ວຽກກອງປະຊຸມທຸລະກິດລາວໃນນາມຈຸດປະສານງານພາກລັດ

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และ สถานที่ในร่ม
ທັງ 7 ເອກະສານຕົ້ນຕໍ່ທີ່ນໍາມາສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ສັງລວມເອົາ ບັນຫາທີ່ສຳຄັນ ແລະ ພົ້ນເດັ່ນທີ່ຂັ້ນເທິງໃຫ້ຄວາມເອົາໃຈໃສ່ ກໍຄືປະຊາຊົນ ແລະ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຂັ້ນທ້ອງຖິ່ນໄດ້ໃຫ້ຄວາມສົນໃຈເປັນພິເສດ ໃນໄລະຍະ1 ປີທີ່ຜ່ານມາ. ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາ ທ່ານຜູ້ແທນກອງປະຊຸມຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບ ຂອງຕົນ ໃນການຄົ້ນຄວ້າ
ປະກອບຄໍາເຫັນຕໍ່ບັນດາເອກະສານ ຂອງກອງປະຊຸມຢ່າງເລິກເຊິ່ງເຖິງຖອງ ເພື່ອເຮັດໃຫ້ການສະຫຼຸບຕີລາຄາວຽກງານຜ່ານມາ ແລະ ທິດທາງແຜນການ ໂດຍສະເພາະແມ່ນແຜນວຽກບູລິມະສິດ ແລະວຽກສຳຄັນປະຈຳປີ 2023 ສອດຄ່ອງກັບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ຮູບ:21-25