ປີດຽວພົບສິນຄ້າລະເມີດລະບຽບການກວ່າ 800 ກໍລະນີ

74

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ລົງກວດກາໄດ້ການລະເມີດລະບຽບການຄຸ້ມຄອງການຄ້າ, ການຄ້າສິນຄ້ານອກລະບົບ ແລະ ການດຳເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດໃນປີ 2022 ໄດ້ທັງໝົດ 859 ກໍລະນີ ຄິດເປັນມູນຄ່າລວມທັງໝົດ 4 ຕື້ກວ່າກີບ.

May be an image of 1 person and standing

ກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ທົ່ວປະເທດປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຈັດຂຶ້ນໃນວັນ ທີ 5 ເມສາ 2023, ທີ່ກະຊວງ ອຄ ເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ຜູ້ຊີ້ນຳກົມການຄ້າພາຍໃນ, ມີພະນັກງານຂອງກົມການຄ້າພາຍໃນ, ພະແນກ ອຄ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

May be an image of 5 people, people sitting and indoor
ທ່ານ ພູວຽງ ພົງສາ ຫົວຫນ້າກົມການຄ້າພາຍໃນໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ຂອງຂະແໜງ ອຸດສາຫະກຳ ແລະການຄ້າ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີ ເຊິ່ງສາມາດລົງກວດກາໄດ້ການລະເມີດລະບຽບການຄຸ້ມຄອງການຄ້າ, ການຄ້າສິນຄ້ານອກລະບົບ ແລະ ການດຳເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດໄດ້ທັງໝົດ 859 ກໍລະນີ, ໃນນັ້ນແກ້ໄຂແລ້ວ 855 ກໍລະນີ, ຍັງຄ້າງ 4 ກໍລະນີ, ຄິດເປັນມູນຄ່າລວມທັງໝົດ: 4.188.182.550 ກີບ, ໄດ້ຍຶດ ແລະ ນຳສິນຄ້າໝົດອາຍຸ, ລອກຮຽນແບບ,ບໍ່ມີຄຸນນະພາບ, ຢາສູບເຖື່ອນ ໄປທຳລາຍຖິ້ມມີມູນຄ່າ 3.953.212.950 ກີບ, ພ້ອມທັງປັບໃໝຜູ້ລະເມີດຕາມກົດໝາຍ ແລະ ລະບຽບການ.

May be an image of 1 person and standing
ນອກນັ້ນຍັງໄດ້ສືບຕໍ່ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ເພື່ອສະກັດກັ້ນການຄ້າຂາຍນອກລະບົບເຊິ່ງສາມາດກັກ, ຢຶດ ບາງປະເພດສິນຄ້າອຸປະໂພກ ແລະ ບໍລິໂພກ ໄດ້ຈຳນວນໜຶ່ງ
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄດ້ໃຫ້ການໂອ້ລົມ ແລະ ມີທິດຊີ້ນຳ ເນັ້ນບາງບັນຫາ ເຊັ່ນ:
1. ໃຫ້ອົງການປະຕິບັດວຽກງານກວດກາການຄ້າ ທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ໃນການຕິດຕາມກວດກາ ຕ້ານ, ສະກັດກັ້ນ ການຄ້າສິນຄ້ານອກລະບົບ, ການຄ້າສິນຄ້າປອມແປງ, ສິນຄ້າຮຽນແບບ, ສິນຄ້າເຊື່ອມຄຸນ, ເສຍຄຸນ, ການດຳເນີນທຸລະກິດທີ່ບໍ່ມີອະນຸຍາດ ຫຼື ບໍ່ຖືກກັບວັດຖຸປະສົງ ຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ;

May be an image of 1 person, standing and indoor
2 ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ກວດກາການຄ້າ ຕາມສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກຳນົດໄວ້ໃນ ມາດຕາ 24, 25 ຂອງດຳລັດວ່າດ້ວຍກາກວດກາການຄ້າ ສະບັບເລກທີ 508/ລບ, ລົງວັນທີ 4 ທັນວາ 2021 ແລະ ມາດຕາ 5, 6,7 ແລະ ມາດຕາ 13, 15 ຂອງຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 1499/ອຄ.ກຄພນ, ລົງວັນທີ 08 ກັນຍາ 2017;
3. ໃຫ້ເອົາໃຈໃສ່ຂອດປະສານກັບຂະແໜງການທີ່ກ່ຽວຂ້ອງໃຫ້ມີຄວາມກົມກຽວ ແລະ ມີຄວາມເປັນເອກະພາບສູງໃນການຮ່ວມມືກັນໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດທິພາບສູງ;

May be an image of 3 people, people standing and indoor
4. ໃຫ້ໝູນໃຊ້ປະສົບການ ແລະ ບົດຮຽນຕົວຈິງ ເພື່ອປັບປຸງເຂົ້າກັບສະພາບຕົວຈິງຂອງບ້ານເຮົາຢ່າງມີຫົວຄິດປະດິດສ້າງ ແລະ ແທດເໝາະເປົ້າໝາຍກໍເພື່ອເຮັດໃຫ້ວຽກງານກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ຕ້ານ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍ ທາງດ້ານການຄ້າ, ການຄ້າສິນຄ້ານອກລະບົບ, ເພື່ອຊ່ວຍໜູນ ຫັນໃຫ້ຜູ້ດຳເນີນທຸລະກິດຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ.