ທີມຊາດລາວ ຖືກຈັບຢູ່ສາຍ B ສາຍແຂງມີທັງ ໄທ ແລະ ຫວຽດນາມ ໃນບານເຕະຊາຍຊີເກມ 2023

540

ສະຫະພັນບານເຕະອາຊຽນ ( AFF ) ຮ່ວມກັບ ເຈົ້າພາບ ກໍາປູເຈຍ ໄດ້ມີິພິທີຈັບສະຫຼາກແບ່ງສາຍ ການແຂ່ງຂັນບານເຕະຊາຍ – ຍິງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຂຶ້ນຢ່າງເປັນທາງການໃນວັນທີ 5 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ປາກົດວ່າ: ບານເຕະຊາຍ ທີມຊາດລາວ ຢູ່ສາຍ B ຮ່ວມກັບ ໄທ ແລະ ຫວຽດນາມ 2 ທີມຕົວເຕັງ.

ການແຂ່ງຂັນບານເຕະຊາຍ ມີທັງໝົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງໝົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ ຜ່ານການຈັບສະຫຼາກມີດັ່ງນີ້:
+ບານເຕະຊາຍມີຄື:
– ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍ ເລສເຕ
– ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ
ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະໜາມກີລາແຫ່ງຊາດ Morodok Techo ແລະ ສະໜາມກີລາ Prince.

+ບານເຕະຍິງມີຄື:
– ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ, ອິນໂດເນເຊຍ ແລະ ມາເລເຊຍ
– ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະ ສປປ ລາວ
ໂດຍການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະໜາມກີລາ ARMY , ສະໜາມກີລາ RSN ແລະ ສະໜາມກີລາ Prince.

ສໍາລັບ ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ສະເພາະກີລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ 16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຝ່າຍຈັດການແຂ່ງຂັນຍັງບໍ່ທັນໄດ້ປະກາດອອກມາ ( ຖ້າໄດ້ຂໍ້ມູນຈະລາຍງານໃຫ້ຊາບພາຍຫຼັງ ).
ຂ່າວ: Larh Creators; ຮູບຈາກ: ສຕລ