ຄອງເໝືອງ ຫ້ວຍພະແລງເມື່ອສຳເລັດຈະຫົດເນື້ອທີ່ນາໄດ້ 2000 ເຮັກຕາ

108

ນ້ຳຖືເປັນປົດໄຈສຳຄັນສຳລັບຊາວກະສິກອນ ບໍ່ວ່າຈະລ້ຽງຫຼືປູກຫຍັງນ້ຳຍ່ອມເປັນບັນຫາທີ່ຂາດບໍ່ໄດ້ ຍິ່ງຖ້າເປັນທົ່ງນາຍິ່ງຕ້ອງການນ້ຳຫຼາຍ ຄອຍຖ້ານ້ຳຝົນຄົງຍາກທີ່ຈະໄດ້ລົງກ້າຕາມລະດູການ ດັ່ງນັ້ນ, ຊົນລະປະທານຈິ່ງຕ້ອງມີ ເພື່ອສາມາດນຳເອົານ້ຳເຂົ້ານາໄດ້ທຸກລະດູການ.

May be an image of 6 people, people standing, tree, sky and grass
ໃນວັນທີ 4 ເມສາ 2023 ນີ້ ການນຳເມືອງຈຳພອນ ແຂວງສະຫວັນນະເຂດນຳໂດຍ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງໆຈຳພອນ,ທ່ານ ສູນທາລາ ຕົ້ນພານິດ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຄອນສະຫວັນ ດວງມາ ຮອງຫົວໜ້າ ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຈຳພອນ ພ້ອມດ້ວຍ ນາຍບ້ານແລະວິຊາການ ຂອງໂຄງການ ຊົນລະປະທານ ຫ້ວຍພະແລງ,ໄດ້ລົງສົມທົບ ແລະຕິດຕາມການກໍ່ສ້າງຄອງເໝືອງຂອງຊົນລະປະທານຫ້ວຍພະແລງເມືອງຈຳພອນແຂວງສະຫວັນນະເຂດ.

May be an image of tree and outdoors
ໃນການລົງຕິດຕາມໃນຄັ້ງນີ້ ທາງການນຳຂອງເມືອງ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ລົງກວດກາ ໃນການ ສືບຕໍ່ການສ້າງຄອງເໝືອງໃຫ້ສຳເລັດ, ການກໍ່ສ້າງຄອງເໝືອງຊົນລະປະທານຫ້ວຍພະແລງແມ່ນ ປະຊາຊົນ ສາມາດຮັບຜົນປະໂຫຍດໄດ້ 05 ບ້ານມີບ້ານ ໜອງລຳຈັນ,ບ້ານ ດົງໝາກຕຸມ,ບ້ານ ເຊວັງເກດ,ບ້ານ ໜອງກະໂດກ,ບ້ານ ລຳເທນ,ເຊິ່ງໃນປັດຈຸບັນມີເນື້ອທີ່ທັງໜົດ ໃນການເຮັດນາແຊງແມ່ນ 437 ເຮັກຕາ ພາຍໃນ 05ບ້ານ.

May be an image of 8 people, people standing and sky

ສະນັ້ນທາງການນຳຂອງເມືອງຈຶ່ງໄດ້ມີການຕິດຕາມແລະກວດກາເພື່ອຈະສ້າງຄອງເໝືອງໃຫ້ສຳເລັດ,ຖ້າກໍ່ສ້າງຄອງເໝືອງສຳເລັດ ແມ່ນສາມາດຜະລິດລະດູແລ້ງໄດ້ທັງໜົດ 2.000 ເຮັກຕາ ແລະ ປະຊາຊົນສາມາດເຮັດນາແຊງໄດ້ 1.000 ເຮັກຕາ ແລະ ປູກພືດສຳຮອງໄດ້ 1.000 ເຮັກຕາ ພາຍໃນ 05 ບ້ານ ຂອງເມືອງຈຳພອນ.

May be an image of tree, grass and road