ໄຂກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ

108

ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ” ໄດ້ມີຂຶ້ນໃນ ວັນທີ 0/5 ເມສາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ; ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ທ່ານ ສຸຣະສີ ກິດຕິມົນທົນ ເລຂາທິການສໍານັກງານຊັບພະຍາກອນນໍ້າແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ; ທ່ານ ຫຼີ ກົວຫຍີງ ລັດຖະມົນຕີກະຊວງຊັບພະຍາກອນນໍ້າ ແຫ່ງສາທາລະ ນະລັດ ປະຊາຊົນຈີນ; ທ່ານ ລາ ມອງ ເທັນ ຫົວໜ້າກົມ ກະຊວງຊັບພະຍາກອນທໍາມະຊາດ ແລະ ອະນຸລັກສິ່ງແວດລ້ອມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ; ມີບັນດາທ່ານ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ, ແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.


ທ່ານ ສອນໄຊ ສີພັນດອນ ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມສຸດຍອດຂອງພວກເຮົາໃນມື້ນີ້ ແມ່ນກົງກັບວັນສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄົບ ຮອບ 28 ປີ ເຊິ່ງຈັດຂຶ້ນ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ” ອັນເປັນຂີດໝາຍສໍາຄັນ ແລະ ເປັນເວທີພົບປະຂອງການນໍາຂັ້ນສູງ ຈາກປະເທດສະມາຊິກຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານອື່ນໆເພື່ອພ້ອມກັນປຶກສາຫາລື ກ່ຽວກັບສະພາບການພັດທະນາ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ ໃນອ່າງແມ່ນໍ້າຂອງ, ທັງເປັນການແລກປ່ຽນຄວາມຮູ້ດ້ານນະວັດຕະກໍາ ແລະ ເສີມຂະຫຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.


ທ່ານ ກ່າວອີກວ່າ: ແມ່ນໍ້າຂອງຖືເປັນໜຶ່ງໃນແມ່ນໍ້າຂະໜາດໃຫຍ່ຂອງໂລກ ທີ່ມີຄວາມອຸດົມສົມບູນໄປດ້ວຍລະບົບນິເວດ ແລະ ຊີວະນາໆພັນ ທີ່ຕິດພັນ ກັບຊີວິດການເປັນຢູ່ ຂອງປະຊາຊົນຫຼາຍກວ່າ 60 ລ້ານຄົນ ທີ່ອາໄສໃນອ່າງແມ່ນໍ້າແຫ່ງນີ້ ແລະ ໄດ້ນໍາໃຊ້ຊັບພະຍາກອນ ທໍາມະຊາດດັ່ງກ່າວໃນການດໍາລົງຊີວິດ. ແມ່ນໍ້າຂອງຖືເປັນແມ່ນໍ້າແຫ່ງມິດຕະພາບທີ່ເຊື່ອມໂຍງການພົວພັນຂອງປະຊາຊົນ ໂດຍສະເພາະການແລກປ່ຽນທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຂອງບັນດາປະເທດໃນພາກພື້ນນີ້. ສະນັ້ນ, ພວກເຮົາຂໍຮຽກຮ້ອງໃຫ້ບັນດາປະເທດໃນອ່າງແມ່ນໍ້າຂອງ ທັງໝົດ ຈົ່ງຮ່ວມມືກັນໃນການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຫຼັກການເຄົາລົບອະທິປະໄຕຂອງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມກັນ ດັ່ງຄຳຂວັນ “ໜຶ່ງແມ່ນໍ້າຂອງ ໜຶ່ງອຸດົມການ”.


ສປປ ລາວ ເຫັນວ່າມີຄວາມຈໍາເປັນໃນການຮ່ວມກັນຫາວິທີທາງທີີ່ດີ ແລະ ແທດເໝາະກັບຂົງເຂດຂອງພວກເຮົາ ເພື່ອເຮັດໃຫ້ການພັດທະນາ ເກີດຜົນປະໂຫຍດສູງສຸດ ພ້ອມທັງຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ຊຸມຊົນທີີ່ບອບບາງ ເປັນຕົ້ນແມ່ນການເສີມຂະຫຍາຍການນຳໃຊ້ນະວັດຕະກຳໃໝ່ໆ ແລະ ກົນໄກການຮ່ວມມືທີ່ມີປະສິດທິພາບ ເພື່ອອ່າງແມ່ນ້ຳຂອງທີ່ໝັ້ນຄົງ ແລະ ຍືນຍົງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວ.